ຄູຝຶກທີມຊາດລາວບອກ! ມີຄວາມພ້ອມ ແລະ ຈະສ້າງຜົນງານອອກມາໃຫ້ດີທີ່ສຸດ.

ນັກກິລາບານເຕະທີມຊາດລາວ ຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ກຽມລົງສະໜາມນັດທໍາອິດພົບກັບ ທີມຊາດ ຮົງກົງ ໃນການແຂ່ງຂັນບານເຕະຍິງ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ (AFC U20 WOMEN’S ASIAN CUP 2024 ROUND 1) ກຸ່ມ A ມື້ອື່ນວັນທີ 8 ມີນາ 2023 ໂດຍ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ລະຫວ່າງ ວັນທີ 08-12 ມີນາ 2023.

ກ່ອນຮອດນັດແຂ່ງກໍໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນແຂ່ງຂັນທີ່ໂຮງແຮມແລນມາກ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ຫົວໜ້າຄູຝຶກ ແລະ ນັກກີລາຂອງທັງ 4 ຊາດ ພ້ອມດ້ວຍຄະແນນຈັດການແຂ່ງຂັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມເຖິງສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ພອນທິບ ແສງມະນີ ຄູຝຶກທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 20 ປີ ກໍໄດ້ໃຫ້ຮູ້ວ່າ: ດັ່ງທີ່ຮູ້ລາຍການນີ້ມີທີມທີ່ແຂງແກ່ນ ແລະ ອັນດັບໂລກທີ່ສຸດຢູ່ຮ່ວມກຸ່ມທີມຊາດລາວ ໂດຍສະເພາະແມ່ນ ສປ ຈີນ. ນອກນັ້ນ, ກໍຍັງມີ ຮົງກົງ ແລະ ຟິລິບປິນ. ຢ່າງໃດກໍຕາມ ພວກເຮົາໃນນາມເຈົ້າພາບຕັ້ງເປົ້າຈະເຮັດໃຫ້ດີທີ່ສຸດ ແລະ ສ້າງຜົນງານອອກມາໃຫ້ດີທີ່ສຸດ, ສ່ວນນັກກີລາພວກເຮົາແມ່ນພ້ອມແລ້ວ ຫຼັງຈາກທີ່ໄດ້ມີການຝຶກຊ້ອມ ແລະ ກໍມີນັກກີລາທີ່ມີປະສົບການມາຊ່ວຍນັກເຕະໃໝ່ ເພື່ອປັບຈູນໃຫ້ເຂົ້າກັນຫຼາຍຂຶ້ນ.

ຕາຕະລາງການແຂ່ງຂັນ: bit.ly/3YpOMWD

error: Content is protected !!