ຮອງເຈົ້າແຂວງເຊກອງ ເນັ້ນໃຫ້ຂະແຫນງການເລັງດັດປັບປະຕິຮູບວຽກງານເງິນຮອບດ້ານ

ໃນໂອກາດທີ່ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ເຂົ້າຮ່ວມເປັນປະທານ ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022 ທີ່ໄຂຂຶ້ນໃນວັນທີ 14 ກຸມພາ ນີ້ ທ່ານໄດ້ເນັ້ນໜັກໃຫ້ຂະແຫນງການເອົາໃຈໃສ່ຫລາຍບັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ບັນດາຄາດໝາຍຕ່າງໆ ທີ່ວາງໄວ້ໃຫ້ເກີດເປັນຮູບປະທໍາ ແລະປະກົດຜົນເປັນຈິງ ກ່ອນອື່ນຕ້ອງເລັ່ງດັດປັບປະຕິຮູບວຽກງານການເງິນຢ່າງຮອບດ້ານ ແລະແຂງແຮງ ຕາມຍຸດທະສາດຂອງແຂວງໄດ້ຮັບຮອງ ໃຫ້ມີຄວາມຄືບໜ້າໄວ ແລະຮັບປະກັນການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນ ແລະລື່ນແຜນໄດ້ຍິ່ງເປັນການດີ; ຕ້ອງສືບຕໍ່ປະຕິຮູບວຽກງານຂະແໜງການເງິນ ໂດຍຈັດຕັ້ງຜັນຂະຫຍາຍ ວິໄສທັດ ຮອດປີ 2030 ແລະຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ໂດຍສະເພາະ ແຜນພັດທະນາຂະແໜງການເງິນ ໄລຍະ 5 ປີ (2021 2025) ໃຫ້ເປັນແຜນການ, ແຜນງານ ແລະໂຄງການລະອຽດ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ສຳເລັດຜົນ.
ພ້ອມທັງສຸມໃສ່ຂຸດຄົ້ນທຸກແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ແລະຂະຫຍາຍຖານລາຍຮັບໃໝ່ໃຫ້ກວ້າງອອກ; ຫັນການຄຸ້ມຄອງການເງິນແຫ່ງລັດ ເປັນທັນສະໄໝ ເພື່ອສະກັດກັ້ນການຮົ່ວໄຫຼທາງດ້ານລາຍຮັບ-ລາຍຈ່າຍງົບປະມານ ແລະແກ້ ໄຂປະກົດການຫຍໍ້ທໍ້; ຕ້ອງສືບຕໍ່ປັບປຸງການແບ່ງຂັ້ນຄຸ້ມຄອງເກັບລາຍຮັບ ແລະຮັບຜິດຊອບ ລະຫວ່າງ ແຂວງ ກັບ ເມືອງ ໂດຍສະເພາະ ປະຕິບັດຄຳແນະນຳ ສະບັບເລກທີ 4488/ກງ ຈະມີການປັບປຸງປ່ຽນແທນ ແລະປະຕິບັດຕາມຂໍ້ຕົກລົງ ສະບັບ ເລກທີ 4489/ກງ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ຜົນປະໂຫຍດລາຍຮັບອາກອນ ແລະ ລາຍຮັບຊັບສິນ; ຕ້ອງສືບຕໍ່ເປັນເຈົ້າການ ແລະປະສານສົມທົບກັບບັນດາພະແນກການ, ຫ້ອງການ ຂັ້ນແຂວງ ແລະ ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດບັນດາວຽກຈຸດສຸມຕ່າງໆ ທີ່ກຳນົດໄວ້ ເພື່ອໃຫ້ສຳເລັດຜົນ ຕາມລະ ດັບຄາດໝາຍທີ່ວາງໄວ້; ຕ້ອງສືບຕໍ່ປະຕິຮູບລະບົບການລົງທຶນຂອງລັດ ໃຫ້ມີການຫັນປ່ຽນ ແລະປະຕິບັດກົດໝາຍລະບຽບການ ຢ່າງເຂັ້ມງວດ ແລະ ປັບປຸງລັດວິສະຫະກິດໃຫ້ສຳເລັດໂດຍໄວ ໄປຄຽງຄູ່ກັບການປະຕິຮູບລັດວິສະຫະກິດນ້ຳປະປາ ປັບປຸງຮູບແບບການບໍລິຫານ ແລະຖືເອົານິຕິກຳລະບຽບຫລັກການເປັນບ່ອນອີງ.
ນອກນີ້ ໃຫ້ສືບຕໍ່ປະສານສົມທົບກັບຄະນະຮັບຜິດຊອບ ຈັດສັນຖອນຄືນລົດຂອງລັດ ຂັ້ນແຂວງ ແລະບັນດາເມືອງ, ກວດຄືນຂໍ້ມູນສະຖິຕິພາຫະນະ ລົດບໍລິຫານ, ລົດວິຊາສະເພາະ ແລະລົດທີ່ພະນັກງານບຳນານນຳໃຊ້ເປັນຕົ້ນ: ສະຖານທີ່ນຳໃຊ້, ຊື່ຜູ້ນຳໃຊ້, ຊື່ໂຄງການ, ປະເພດ ຍີ່ຫໍ້ ແລະອື່ນໆ ທີ່ຄະນະຮັບຜິດຊອບຂັ້ນສູນກາງສະໜອງຂໍ້ມູນໃຫ້ເພື່ອໃຫ້ໄດ້ນຳເຂົ້າລະບົບ ຖານຂໍ້ມູນ (AMIS) ແລະພິມແຜ່ນກາໝາຍນໍາໃຊ້ ຄິວອາຄົດ (QR CODE) ຕາມບົດບັນທຶກເຮັດວຽກຮ່ວມກັບຄະນະຊຸກຍູ້ ຕິດຕາມການປະຕິບັດດຳລັດ 599/ລບ (ຂັ້ນສູນກາງ); ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ບາງຂະແໜງການອ້ອມຂ້າງພະແນກການເງິນຂັ້ນແຂວງ ເພື່ອໃຫ້ສອດຄ່ອງ ກັບສິດ ພາລະບົດບາດຂອງຂະແໜງການເງິນ ຮັບປະກັນເຮັດໃຫ້ການຈັດເກັບລາຍຮັບ ປະຕິບັດລາຍຈ່າຍງົບປະມານ ໃຫ້ມີສະພາບຄ່ອງ ແລະມີປະສິດທິຜົນສູງ ຫຼຸດຜ່ອນຊ່ອງວ່າງການຮົ່ວໄຫຼຢ່າງຕັ້ງໜ້າ; ເອົາໃຈໃສ່ປະຕິບັດຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ຢ່າງເຂັ້ມງວດ.

error: Content is protected !!