ໄຟຟ້າລາວ ກຽມປັບປຸງລາຄາໄຟຟ້າ ພາກອຸດສາຫະກໍາ,ທຸລະກິດ ແລະ ປະເພດອື່ນໆ ຍົກເວັ້ນ ປະເພດທີ່ຢູ່ອາໄສ

ລັດວິສາຫະກິດໄຟຟ້າລາວ (ຟຟລ) ກຽມປັບປຸງໂຄງສ້າງລາຄາໄຟຟ້າ ໃນພາກອຸດສາຫະກໍາ 8 ປະ ເພດ ຄື: ປະເພດທູດ ແລະ ອົງການຈັດຕັ້ງສາກົນ; ປະເພດທຸລະກິດທົ່ວໄປ, ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວ; ປະເພດທຸລະກິດສຶກສາ ແລະ ກິລາ; ປະເພດທຸລະກິດບັນເທີງ; ປະເພດສໍານັກງານລັດບໍລິຫານ; ປະເພດກະສິກໍາ; ປະເພດອຸດສາຫະກຳ; ປະເພດທາງລົດໄຟ ແຕ່ຈະຍົກເວັ້ນປະເພດທີ່ຢູ່ອາໄສ.

ພາຍຫລັງທີ່ລັດຖະບານ ໄດ້ແຕ່ງຕັ້ງຄະນະປະຕິຮູບຢ່າງເປັນທາງການ, ແຜນປະຕິຮູບໄດ້ຫັນເປັນອັນລະ ອຽດ ແລະ ແບ່ງເປັນ 2 ໄລຍະຄື: ການປະຕິຮູບໄລຍະເລັ່ງດ່ວນ ແລະ ການປະຕິຮູບຮອບດ້ານ ເພື່ອຄວາມຍືນຍົງຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງໜຶ່ງໃນນັ້ນ ການປະຕິບັດແຜນປະຕິຮູບ ຂອງລັດວິສາຫະກິດໄຟຟ້າລາວ ແມ່ນ ການປະຕິບັດມາດຕະການແກ້ໄຂໜີ້ສິນທີ່ ຟຟລ ພ້ອມຕີຖອຍລະບົບເກື້ອກູນ ແລະ ຫັນເປັນວິສາຫະກິດທີ່ກຸ້ມຕົນເອງ. ດັ່ງນັ້ນ ລັດຖະບານ ຈຶ່ງມີຄວາມຈຳເປັນໃນການປັບປຸງໂຄງສ້າງ ແລະ ອັດຕາລາຄາໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງທາງດ້ານເສດຖະກິດ ແລະ ການເງິນໃນແຕ່ລະໄລຍະ; ເພື່ອເພີ່ມກະແສລາຍຮັບໃຫ້ ລັດວິສາຫະກິດໄຟຟ້າລາວ ໃຫ້ສົມຄູ່ກັບອັດຕາແລກປ່ຽນທີ່ອ່ອນຄ່າຂອງເງິນກີບ ໃຫ້ສາມາດຊຳລະຄ່າໄຟຟ້າທີ່ ຟຟລ ຊື້ຈາກຜູ້ຜະລິດໄຟຟ້າເຊິ່ງເປັນສະກຸນເງິນໂດລາເຖິງ 85%; ໂຄງສ້າງ ແລະ ລາຄາໄຟຟ້າທີ່ນຳໃຊ້ໃນປັດຈຸບັນ ແມ່ນໂຄງສ້າງເດີມແຕ່ປີ 2012 ສ່ວນອັດຕາລາຄາ ແມ່ນໄດ້ສືບຕໍ່ນຳໃຊ້ອັດຕາລາຄາຂອງປີ 2017 ແລະ ປັບຂຶ້ນ 2% ໃນເດືອນກຸມພາ 2021 ເປັນຕົ້ນມາຈົນເຖິງປັດຈຸບັນ, ເຊິ່ງໃນປີ 2012-2019 ລາຄາສະເລ່ຍທີ່ຂາຍໃຫ້ກັບລູກຄ້າປະມານ 8 cent/kWh ແລະ ມາຮອດປີ 2022 ຍັງເຫລືອພຽງ 5,13 Cent/kWh ເນື່ອງຈາກໄດ້ຮັບຜົນກະທົບຈາກເງິນກີບອ່ອນຄ່າ; ປະຕິບັດນະໂຍບາຍຫລຸດການເກື້ອກູນ ພາກທຸລະກິດລົງເທື່ອລະກ້າວ; ເພື່ອໃຫ້ ຟຟລ ມີກະແສເງິນໃນການຊຳລະໜີ້ສິນເງິນກູ້ ແລະ ຊຳລະຄ່າກະແສໃຫ້ບັນດາຜູ້ຜະລິດໄຟຟ້າຂາຍພາຍໃນປະເທດ ໃນໄລຍະທົດແທນການລົງທຶນ.

ສະເພາະການປັບປຸງໂຄງສ້າງ ປະເພດຜູ້ຊົມໃຊ້ທີ່ບໍ່ແມ່ນທີ່ຢູ່ອາໄສ ມາຮອດ ປີ 2022 ການຊົມໃຊ້ໄຟຟ້າພາຍໃນປະເທດ ມີທັງໝົດປະມານ 10.000 ລ້ານກິໂລວັດໂມງ ມີຈໍານວນຜູ້ຊົມໃຊ້ທັງໝົດ 1.618.303 ຫົວໜ່ວຍ ໃນນັ້ນປະເພດທີ່ຢູ່ອາໄສກວມ 25% ຂອງການຊົມໃຊ້ໄຟທັງໝົດ ປະມານ 2.647 GWh ແລະ ມີໝໍ້ນັບໄຟ 1.532.344 ຫົວໜ່ວຍ ເທົ່າກັບ 94,7%. ສ່ວນປະເພດອື່ນໆກວມເອົາ 75% ເປັນພະລັງງານ 7.924 GWh ແລະ ກວມເອົາຈໍານວນຜູ້ຊົມໃຊ້ພຽງແຕ່ 85.959 ຫົວໜ່ວຍ ເທົ່າກັບ 5,3% ເຊິ່ງປະເພດບໍ່ແມ່ນທີ່ຢູ່ອາໄສ ໄດ້ມີການຈັດແບ່ງດັ່ງນີ້: ປະເພດທູດ ແລະ ອົງການຈັດຕັ້ງສາກົນເອົາພຽງ 0,1% ແລະ ມີຜູ້ຊົມໃຊ້ 140 ຫົວໜ່ວຍ ປະເພດທຸລະກິດທົ່ວໄປ ໄຟຟ້າສໍາຮອງ ແລະ ໄຟຟ້າຊົ່ວຄາວກວມເອົາ 9,0% ແລະ ມີຜູ້ຊົມໃຊ້ 43.562 ຫົວໜ່ວຍ ປະເພດທຸລະກິດສຶກສາ ແລະ ກິລາ ກວມເອົາ 0,3% ແລະ ມີຜູ້ຊົມໃຊ້ 743 ຫົວໜ່ວຍ ປະເພດທຸລະກິດບັນເທີງ ກວມເອົາ 0,1% ແລະ ມີຜູ້ຊົມໃຊ້ 111 ຫົວໜ່ວຍ ປະເພດສໍານັກງານລັດບໍລິຫານ 3,3% ແລະ ມີຜູ້ຊົມໃຊ້ 17.985 ຫົວໜ່ວຍ ປະເພດກະສິກໍາ 0,6% ແລະ ມີຜູ້ຊົມໃຊ້ 1.121 ຫົວໜ່ວຍ ປະເພດອຸດສາຫະກຳ ກວມເອົາ 30,7% ແລະ ມີຜູ້ຊົມໃຊ້ 22.277 ຫົວໜ່ວຍປະເພດທາງລົດໄຟ 0,6% ແລະ ມີຜູ້ຊົມໃຊ້ 10 ຫົວໜ່ວຍ ພິເສດ ປະເພດທຸລະກິດຂຸດຄົ້ນຊັບສິນດີຈິຕອນ ກວມເອົາ 30,2% ແລະ ມີຜູ້ຊົມໃຊ້ 10 ກວ່າຫົວໜ່ວຍ ທີ່ມີການກໍານົດລາຄາໄຟຟ້າຕ່າງຫາກ ເນື່ອງຈາກເປັນການຊົມໃຊ້ໄຟໄລຍະສັ້ນ ແລະ ເປັນໂຄງການທົດລອງຂອງລັດຖະບານ.

ຂ່າວ-ພາບ: ປະເທດລາວ Pathedlao

error: Content is protected !!