ສູນການສຶກສາດ້ານຜະດຸງຄັນ 3 ແຫ່ງ ໃນ ລາວ ຖືກຮັບຮອງໄດ້ມາດຕະຖານສາກົນ

ສະຫະພັນຜະດຸງຄັນສາກົນ (ICM) ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ມີພາລະບົດບາດຮັບຮອງມາດຕະຖານສາກົນ ແລະ ທັງເປັນຕົວແທນຕາງໜ້າໃຫ້ແກ່ວຽກງານຜະດຸງຄັນໃນທົ່ວໂລກ ໄດ້ປະກາດຢ່າງເປັນທາງການຮັບຮອງເອົາ ສູນການສຶກສາຜະດຸງຄັນ 3 ແຫ່ງໃນ ສປປ ລາວຄື: ວິທະຍາໄລ ວິທະຍາສາດສຸຂະພາບ ແຂວງຈໍາປາສັກ, ຫຼວງພະບາງ ແລະ ແຂວງຊຽງຂວາງ ໄດ້ມາດຕະຖານສາກົນ ພິທີປະກາດ ຮັບຮອງເອົາໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ນະຄອນຫຼວງວຽງຈັນ.

ໂຄງການຮັບຮອງມາດຕະຖານການສຶກສາຜະດຸງຄັນຂອງສະຫະພັນຜະດຸງຄັນສາກົນ (MEAP) ເປົ້າໝາຍແມ່ນເພື່ອປະເມີນຫຼັກສູດການສຶກສາຜະດຸງຄັນກ່ອນການໃຫ້ບໍລິການໂດຍອີງໃສ່ມາດຕະຖານສາກົນຂອງ ICM. ອົງການດັ່ງກ່າວ, ໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ເພື່ອປະເມີນສະຖາບັນ 3 ແຫ່ງຄື: ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ, ຫຼວງພະບາງ ແລະ ຊຽງຂວາງ ໃນປີ 2022 ຊຶ່ງຜົນການປະເມີນທີ່ອອກມາແມ່ນສາມາດບັນລຸເກນມາດຕະຖານຂອງ ICM ໄດ້ເຖິງ 35 ໃນຈໍານວນທັງໝົດ 37 ມາດຕະຖານ, ດັ່ງນັ້ນ ການຖືກຮັບຮອງມາດຕະຖານສາກົນດັ່ງກ່າວນີ້ ຈຶ່ງເປັນຜົນສໍາເລັດອັນຍິ່ງໃຫຍ່ຂອງວິທະຍາໄລທັງສາມແຫ່ງກໍຄື ສປປ ລາວ.

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຊົມເຊີຍຍິນດີຕໍ່ກັບວິທະຍາໄລທັງ 3 ແຫ່ງທີ່ໄດ້ສູ້ຊົນພັດທະນາຕົນຈົນສາມາດຜ່ານເກນການຮັບຮອງໃນລະດັບສາກົນ ແລະ ໄດ້ຜ່ານການຮັບຮອງມາດຕະຖານລະດັບຊາດໃນປີທີ່ຜ່ານມາ ແລະ ໃນຕົ້ນປີນີ້ເອງກໍສາມາດບັນລຸມາດຕະຖານສາກົນ MEAP ໄດ້ທັນທີ. ສຳລັບ ສປປ ລາວ, MEAP ຈະຊ່ວຍຮັບປະກັນໃຫ້ຫຼັກສູດການສຶກສາຜະດຸງຄັນມີຄວາມແທດເໝາະສາມາດໝູນໃຊ້ຫຼັກປະຕິບັດທີ່ດີທີ່ສຸດເຂົ້າກັບສະພາບຕົວຈິງ, ພ້ອມທັງປິດຊ່ອງວ່າງຕ່າງໆ ເພື່ອໃຫ້ສາມາດສຸມໃສ່ພັດທະນາ ແລະ ຍົກສູງຄຸນະພາບການສຶກສາຜະດຸງຄັນໃຫ້ມີປະສິດທິພາບ ແລະ ຍືນຍົງ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໃຫ້ຄໍາເຫັນວ່າ: ສະຖາບັນການສຶກສາຜະດຸງຄັນທັງສາມແຫ່ງໄດ້ມີຄວາມມານະພະຍາຍາມເປັນຢ່າງຍິ່ງໃນການຍົກລະດັບສະຖາບັນໃຫ້ຜ່ານການປະເມີນຜົນຢ່າງຮອບດ້ານຄື: ດ້ານການບໍລິຫານ, ໂຄງສ້າງນັກສຶກສາ, ໂຄງສ້າງນິສິດເກົ່າ, ບຸກຄະລາກອນປະຈໍາຄະນະ, ການປະເມີນກວດກາ ແລະ ສອບເສັງ, ອຸປະກອນ, ສິ່ງອໍານວຍຄວາມສະດວກໃນການສິດສອນ ແລະ ສະຖານທີ່ອົບຮົມດ້ານຄຣີນິກ. ການຮັບຮອງມາດຕະຖານການສິດສອນຜະດຸງຄັນໃນ ສປປ ລາວ ທີ່ມີຄວາມໝາຍນີ້ ນອກຈາກເປັນຂີດໝາຍສໍາຄັນຕໍ່ກັບຄຸນະພາບການສຶກສາແລ້ວ ຍັງຖືເປັນການຮັບປະກັນຄຸນະພາບຂອງນັກສຶກສາຜະດຸງຄັນທີ່ໄດ້ສໍາເລັດການສຶກສານໍາອີກ.

ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າຂອງອົງການ UNFPA ປະຈໍາ ສປປ ລາວ ກ່າວວ່າ:ບັນດາຜະດຸງຄັນຂອງພວກເຮົາມີຄວາມພາກພູມໃຈຫຼາຍ ເພາະການຮັບຮອງດັ່ງກ່າວແມ່ນໝາກຜົນສໍາຄັນຈາກການເຮັດວຽກຢ່າງໜັກ ໂດຍສະເພາະໃນໄລຍະທີ່ຕ້ອງປະເຊີນກັບສິ່ງທ້າທາຍຈາກພະຍາດໂຄວິດ-19 ໃນໄລຍະປີຜ່ານມາ. ໄລຍະເວລາຂອງການຮັບຮອງຈະມີຜົນເປັນເວລາສາມປີ ແຕ່ຜະດຸງຄັນກໍໄດ້ລິເລີ່ມວາງແຜນ ເພື່ອຮັກສາສະຖານະພາບ MEAP ໄວ້ນັບຕັ້ງແຕ່ຕອນນີ້ໄປ.

ຂ່າວ: ວັນເພັງ (ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ)

error: Content is protected !!