ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ພາກທຸລະກິດ ຕ້ອງໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານ ແລະ ປະຊາຊົນໃນທົ່ວປະເທດ ເພື່ອໃຫ້ບັນ ດາເປົ້າໝາຍທີ່ລັດຖະບານວາງໄວ້ໃນປີ 2023 ເປັນຕົ້ນ ເປົ້າໝາຍດ້ານການເຕີບໂຕເສດຖະກິດ, ການຜະລິດເປັນສິນຄ້າ ແລະ ເປົ້າໝາຍອື່ນໆ ໄດ້ບັນລຸໃຫ້ເກີດຜົນເປັນຈິງ.
ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ງານມອບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສະພາການຄ້າ ແລະ ອຸດສາຫະກກຳ ແຫ່ງຊາດລາວ (ສຄອຊ) ປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະບໍລິຫານງານ, ຄະນະທີ່ປຶກສາຂອງ ສຄອຊ ແລະ ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຂວງ-ນະຄອນ ພ້ອມດ້ວຍບັນດາພາກສ່ວນທຸລະກິດເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ກ່າວລາຍງານຫຍໍ້ໃຫ້ຮູ້ວ່າ: ການມອບ-ຮັບລາງວັນທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022 ແມ່ນເປັນຄັ້ງທີ 6 ນັບແຕ່ປີ 2016 ຊຶ່ງການຄັດເລືອກຫົວໜ່ວຍທຸລະກິດທີ່ຈະໄດ້ຮັບລາງວັນດັ່ງກ່າວ ປະຈຳປີ 2022 ແມ່ນໄດ້ມີ 5 ມາດຕະຖານຫຼັກໃນການຄັດເລືອກ ແລະ ຈາກການຄັດເລືອກ ຄະນະກໍາມະການຮັບຜິດຊອບ ສາມາດຄັດເລືອກໄດ້ຫົວໜ່ວຍທຸລະກິດຈຳນວນ 80 ຫົວໜ່ວຍ ທີ່ມາຈາກ 84 ຫົວໜ່ວຍ ໃນນີ້ມີ ນະຄອນຫຼວງວຽງຈັນ 61 ຫົວໜ່ວຍ, ແຂວງຫຼວງນໍ້າທາ 4 ຫົວໜ່ວຍ, ແຂວງວຽງຈັນ 1 ຫົວໜ່ວຍ, ແຂວງບໍລິຄໍາໄຊ 1 ຫົວໜ່ວຍ, ແຂວງສະຫວັນນະເຂດ 6 ຫົວໜ່ວຍ, ແຂວງສາລະວັນ 1 ຫົວໜ່ວຍ, ແຂວງຈຳປາສັກ 5 ຫົວໜ່ວຍ ແລະ ແຂວງອັດຕະປື 5 ຫົວໜ່ວຍ. ລວມມູນຄ່າໂຕເລກທຸລະກິດຂອງ 80 ຫົວໜ່ວຍທີ່ໄດ້ຮັບການຄັດເລືອກ ໃຫ້ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022 ມີຢູ່ 2.000 ຕື້ກີບ ແລະ ມີການຈ້າງງານຫຼາຍກວ່າ 15.000 ຄົນ.
ຈາກນັ້ນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ຂຶ້ນມອບລາງວັນໃຫ້ແກ້ 80 ຫົວໜ່ວຍທຸລະກິດ ທີ່ໄດ້ຮັບການຄັດເລືອກໃຫ້ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022. ພ້ອມນີ້, ໃນກອງປະຊຸມ ຍັງໄດ້ມີຕາງໜ້າພາກທຸລະກິດ ລາຍງານຫຍໍ້ຜົນສໍາເລັດຂອງການດຳເນີນທຸລະກິດໄລຍະຜ່ານມາ ແລະ ມີບາງຂໍ້ສະເໜີຕໍ່ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ.
ທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມ ຊຶ່ງກອ່ນອື່ນທ່ານກໍໄດ້ແຈ້ງໃຫ້ຮູ້ວ່າ: ໃນປີ 2023 ລັດຖະບານ ຈະໄດ້ເອົາໃຈໃສ່ ສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ເນັ້ນໃສ່ເປົ້າໝາຍຈຸດສຸມຕ່າງໆ ໂດຍສະເພາະເປົ້າໝາຍທີ່ເປັນບຸລິມະສິດ ເປັນຕົ້ນ ເປົ້າໝາຍດ້ານການເຕີບໂຕເສດຖະກິດ ທີ່ຈະໄດ້ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປ, ລາຍຮັບຕໍ່ຫົວຄົນ (GDP ຕໍ່ ຫົວຄົນ) ບໍ່ຕໍ່າກວ່າ 1.625 ໂດລາ ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ 1.534 ໂດລາ; ສູ້ຊົນ ຜະລິດກະສິກໍາ ເປັນສິນຄ້າ ໃຫ້ໄດ້ 7,47 ລ້ານໂຕນ, ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸ 14.029,09 ຕື້ກີບ, ຜະລິດກະແສໄຟຟ້າ ໃຫ້ບັນລຸໄດ້ 51.134 ລ້ານກິໂລວັດໂມງ ເປັນມູນຄ່າ 41.321 ຕື້ກີບ; ສູ້ຊົນສ້າງມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ໃຫ້ບັນລຸໄດ້ 73.541,80 ຕື້ກີບ, ການບໍລິການຂົນສົົ່ງສິນຄ້າໃນທຸກເສັ້ນທາງ (ທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລາງ) ໃຫ້ໄດ້ 12.754 ພັນໂຕນ, ສູ້ຊົນດຶງດູດນັກທ່ອງທ່ຽວມາທ່ອງທ່ຽວ ສປປ ລາວ ໃຫ້ໄດ້ປະມານ 1.400.000 ເທືື່ອຄົນ ແລະ ສ້າງລາຍຮັບໝູນວຽນຈາກການທ່ອງທ່ຽວປະມານ 340.000.000 ໂດລາ ແລະ ເປົ້າໝາຍບຸລິມະສິດອື່ນໆ ທີ່ລັດຖະບານຈະສຸ່ມໃສ່ ຊຶ່ງບັນດາເປົ້າໝາຍນີ້ ເປັນເປົ້າໝາຍທີ່ທ້າທາຍແກ່ຄວາມສາມາດ ໂດຍສະເພາະໃນສະພາບແວດລ້ອມໃໝ່ ຂອງພາກພາກພື້ນ ແລະ ສາກົນ, ແຕ່ພັດມີຄວາມຈຳເປັນ ຕ້ອງສູ້ຊົນປະຕິບັດ ແລະ ກໍເປັນໜ້າທີ່ຂອງລັດຖະບານ ທີ່ຈະໄດ້ພ້ອມກັບປະຊາຊົນໃນທົ່ວປະເທດ ເວົ້າສະເພາະ ກໍແມ່ນພາກສ່ວນການຜະ ລິດ-ທຸລະກິດຕ້ອງໄດ້ຮ່ວມມືເຮັດໃຫ້ບັນລຸ ໃຫ້ເກີດຜົນເປັນຈິງ.
ເພື່ອໃຫ້ໄດ້ແນວນັ້ນ, ທ່ານ ນາຍົກ ໄດ້ເນັ້ນໜັກວ່າ: ພວກເຮົາຕ້ອງໄດ້ພ້ອມກັນ ບຸກທະລຸ ໃນທຸກດ້ານ ເພື່ອປັບປຸງ ແລະ ກໍ່ສ້າງວິສາ ຫະກິດ, ບໍ່ອະຄະຕິ ຕໍ່ນັກທຸລະກິດ, ຖືນັກທຸລະ ກິດ ຜູ້ປະກອບການ ຄື ນັກຮົບປະຕິວັດ ໃນພາລະກິດການສ້າງສາພັດທະນາປະເທດຊາດ. ການຊຸກຍູ້ສົ່ງເສີມບັນດາວິສາຫະກິດ ຕ້ອງແທດເໝາະກັບຄວາມເປັນຈິງ, ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ກ່ຽວກັບການສົ່ງເສີມກຳລັງແຮງ ຂອງພາກສ່ວນເສດຖະກິດ ໂດຍຮັບປະກັນໃຫ້ທຸກພາກສ່ວນ ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍ, ທັງມີສະພາບແວດລ້ອມທີ່ອຳນວຍ ແລະ ເຄື່ອນໄຫວຢ່າງຄ່ອງຕົວ, ປະກອບສ່ວນເຂົ້າໃນການຂະຫຍາຍກຳລັງການຜະລິດ, ສ້າງສາພັດທະນາປະເທດຊາດ, ທັງມີຄວາມສາມາດແຂ່ງຂັນ ໃນຂະບວນວິວັດ ແຫ່ງການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ.
ທ່ານ ນາຍົກລັດຖະມົນຕີ ເນັ້ນຕື່ມວ່າ: ກ່ອນອື່ນໝົດ, ພວກເຮົາຕ້ອງຮັບປະກັນສະຖຽນລະພາບ ຂອງເສດຖະກິດມະຫາພາກ, ຊຶ່ງມັນສະແດງອອກໃນດ້ານການດຸ່ນດ່ຽງຕ່າງໆ ເປັນຕົ້ນ ການມີວຽກເຮັດງານທຳ, ການມີລາຍໄດ້ປົກກະຕິ ຈຶ່ງຈະຮັບປະກັນການຈັບຈ່າຍໃຊ້ສອຍຂອງສັງຄົມ, ຈາກນັ້ນວິສາຫະກິດ ຈຶ່ງຈະຮັກສາລະດັບການລົງທຶນ ກໍຄື ການສະໜອງສິນຄ້າ. ພາກສ່ວນທຸລະກິດ ຕ້ອງເອົາໃຈໃສ່ໃນການຮັກສາສະພາບຄ່ອງດ້ານການເງິນຂອງຕົນ ເວົ້າງ່າຍໆ ກໍໃຫ້ມີເງິນໝູນວຽນ ເພື່ອໃຊ້ຈ່າຍໃນການເຄື່ອນ ໄຫວທຸລະກິດ ບໍ່ສ້າງພາລະໜີ້ສິນເກີນຂອບເຂດ. ການເພີ່ມຂຶ້ນ ຂອງລາຄາສິນຄ້າຕ້ອງສົມເຫດສົມຜົນ ແລະ ຄວບຄຸມໄດ້. ຕ້ອງມີການດຸ່ນດ່ຽງດ້ານຊັບພະຍາກອນທີ່ເປັນປັດໄຈການຜະລິດຕ່າງໆ ເຊັ່ນ ທຶນຮອນ, ແຮງງານ, ວັດຖຸດິບ, ຕະຫຼາດ ກັບກຳລັງການຜະລິດ ແລະ ອື່ນໆ. ພ້ອມນັ້ນ ກໍຕ້ອງມີການເສຍພັນທະດ້ານພາສີ ແລະ ອາກອນຖືກຕ້ອງຕາມກົດໝາຍ. ເມື່ອມີສະຖຽນລະພາບໃນເສດຖະກິດຈຸນລະພາກ ມັນກໍຈະປະກອບສ່ວນໃຫ້ແກ່ສະຖຽນລະພາບຂອງເສດຖະກິດມະຫາພາກໄດ້.
ສຳລັບ, ການປະກອບສ່ວນຕໍ່ການເຕີບໂຕເສດຖະກິດ, ທ່ານນາຍົກ ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນການຜະລິດ-ທຸລະກິດ ເອົາໃຈໃສ່ຢ່າງຈິງຈັງການເຕີບໂຕທີ່ຍືນຍົງ ຕາມທິດສີຂຽວ. ຄວາມຍືນຍົງ ໃນລະດັບມະຫາພາກ ຊຶ່ງຕ້ອງເອົາໃຈໃສ່ພັດທະນາ ຫຼື ຂະຫຍາຍການຜະລິດ-ທຸລະກິດ ໂດຍຄຳນຶງເຖິງດ້ານເສດຖະກິດ, ດ້ານສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ໃນຕອນທ້າຍ, ທ່ານນາຍົກ ກໍໄດ້ໃຫ້ທັດສະນະວ່າ: ພັກ ແລະ ລັດຖະບານ ຖືເສດຖະກິດ ເປັນໃຈກາງ. ສະນັ້ນ, ພວກເຮົາຕ້ອງພ້ອມກັນເອົາໃຈໃສ່ບັນຫານີ້ ຢ່າງຈິງຈັງ. ພວກເຮົາເຂົ້າໃຈຄວາມຫຍຸ້ງຍາກຂອງພາກທຸລະກິດ ແລະ ຄວາມບໍ່ແນ່ນອນຂອງການຜະລິດ- ທຸລະກິດ, ຊຶ່ງສ່ວນໜຶ່ງ ກໍຢູ່ນອກການຄາດຄະເນ ແລະ ຄວບຄຸມໄດ້. ອັນເຫັນໄດ້ຊັດເຈນ ຄື ສະພາບເສດຖະກິດໂລກ ທີ່ຍັງບໍ່ຟື້ນຕົວດີເທົ່າຄວນ. ນອກນັ້ນ, ສະພາບລາຄານ້ຳມັນໃນຕະຫຼາດໂລກເພີ່ມຂື້ນ, ວັດຖຸດິບ ແລະ ປັດໄຈການຜະລິດອື່ນໆ ກໍເພີ່ມຂຶ້ນເຊັ່ນກັນ ອັນໄດ້ສົ່ງຜົນກະທົບໃຫ້ລາຄາສິນຄ້າຂາຍຢູ່ພາຍໃນ, ສົ່ງອອກ ຂອງພວກເຮົາ ແມ່ນມີຄວາມຫຍຸ້ງຍາກຂຶ້ນ ຊຶ່ງພວກເຮົາຕ້ອງໄດ້ພ້ອມກັນສູ້ຊົນໄປຕື່ມອີກໄລຍະໜຶ່ງ.
(ຂ່າວ-ພາບ: ສຸກສະຫວັນ)