ໄຊຍະບູລີ ສົ່ງເສີມອຸດສາຫະກຳ-ຫັດຖະກຳ ແລະ ຜະລິດສິນຄ້າຕະຫຼາດຕ້ອງການ

ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມຫຼາກຫຼາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃນໃຫ້ພຽງພໍ ແລະ ຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດນັ້ນ; ໃນໄລຍະປີ 2022 ຜ່ານມາ,ພະແນກອຸດສະຫະກໍາ-ການຄ້າ ແຂວງໄຊຍະບູລີ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອລົງກໍານົດ ແລະ ສ້າງບັນຊີຮຽກການລົງທຶນຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຢູ່ 11 ເມືອງໃນທົ່ວແຂວງ ເພື່ອຊອກຫາທ່າແຮງໃນດ້ານການຜະລິດ ເພື່ອສ້າງບັນຊີຮຽກການລົງທຶນ ເພື່ອການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາພັດທະນາວຽກງານອຸດສາຫະກໍາ ແລະ ຫັດຖະກໍາຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາເຫັນວ່າມີນັກລົງທຶນໃຫ້ຄວາມສົນໃຈຢາກເຂົ້າມາລົງທຶນແລ້ວໃນຫຼາຍໂຄງການເຊັ່ນ: ໂຄງການກໍ່ສ້າງໂຮງງານປຸ໋ຍ, ໂຮງງານຢິບຊໍາ, ໂຮງງານຢາງພາລາ ແລະ ອື່ນໆ ຊຶ່ງໃນ 1 ປີຜ່ານມາສາມາດອອກອະນຸຍາດສ້າງຕັ້ງ ແລະ ດຳເນີນກິດຈະການໄດ້ທັງໝົດຈໍານວນ 101 ແຫ່ງ; ໃນນີ້ ໄດ້ອອກອະນຸຍາດສືບຕໍ່ 76 ແຫ່ງ, ອອກໃໝ່ 25 ແຫ່ງ (ໂຮງງານຂະໜາດໃຫຍ່ 29 ແຫ່ງ, ໂຮງງານຂະໜາດກາງ 32 ແຫ່ງ, ຂະໜາດນ້ອຍ 206 ແຫ່ງ ແລະ ນ້ອຍແບບຄອບຄົວ 1.790 ແຫ່ງ). ມີທຶນຈົດທະບຽນທັງໝົດ 1.083.899.503 ຕື້ກີບ, ມີແຮງງານ ແລະ ກໍາມະກອນທີ່ເຮັດວຽກໃນໂຮງງານອຸດສາຫະກໍາທັງໝົດ 7.619 ຄົນ. ມູນຄ່າລວມຍອດການຜະລິດດ້ານອຸດສາຫະກໍາ-ຫັດຖະກໍາ ມີມູນຄ່າທັງໝົດ 246.049 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 104%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 20% ແລະ ລວມຍອດມູນຄ່າການຈຳໜ່າຍຜະລິດຕະພັນດ້ານອຸດສາຫະກໍາ-ຫັດຖະກຳ ປະຕິບັດໄດ້ 307.770 ຕື້ກີບ, ທຽບໃສ່ແຜນການປີປະຕິບັດໄດ້ 112%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 28%.
ນອກຈາກນີ້ ພະແນກອຸດສາຫະກໍາ-ການຄ້າ ແຂວງໄຊຍະບູລີ ຍັງໄດ້ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງ ວຽກງານອຸດສາຫະກໍາ ແລະ ຫັດຖະກໍາ ໂດຍສົມທົບກັບຂະແໜງຊັບສິນທາງປັນຍາ, ມາດຖານ ແລະ ວັດແທກ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງລົງກວດກາເກັບກໍາຂໍ້ມູນສະພາບການຜະລິດກິດຈະການໂຮງງານອຸດສາຫະກຳຜະລິດ ແລະ ປະກອບລົດຊິ້ງ, ສານຕາໜ່າງ-ລວດໜາມ ແລະ ໂຮງງານອັດບັນຈຸແກັດຫຸງຕົ້ມ ສຳເລັດຕາມແຜນ; ເກັບກໍາຂໍ້ມູນໂຄງສ້າງລາຄາຜະລິດຕະພັນອຸດສາຫະກຳຈຳນວນ 3 ໂຮງງານຄື: ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປູນຊີມັງ ແລະ ໂຮງງານຢິບຊຳ; ສົມທົບກັບທີມງານຂອງພະແນກລົງກວດກາ ແລະ ຊີ້ນໍາວຽກງານວິຊາສະເພາະຢູ່ 11 ເມືອງໃນທົ່ວແຂວງ ໃນການຈັດຕັ້ງຜັນຂະຫຍາຍວຽກງານອຸດສາຫະກໍາແຕ່ລະດ້ານ; ລົງກວດກາ, ເກັບກຳຂໍ້ມູນຄືນກ່ຽວກັບທີ່ດິນເຂດອຸດສາຫະກຳບ້ານນາຊໍາ; ເກັບກໍາຂໍ້ມູນໂຄງສ້າງລາຄາຜະລິດຕະພັນອຸດສາຫະກຳຈຳນວນ 3 ໂຮງງານ: ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປູນຊີມັງ ແລະ ໂຮງງານຢິບຊຳ ແລະ ຢັ້ງຢືນຜະລິດຕະພັນໄມ້ສໍາເລັດຮູບ ເພື່ອສົ່ງອອກ ຈໍານວນ 10 ໂຮງງານ, ຢັ້ງຢືນ ແລະ ສົ່ງອອກຜະລິດຕະພັນໄມ້ໄປຕ່າງປະເທດ 9 ໂຮງງານ.
(ໂດຍ: ຕະວິນຍານ)

error: Content is protected !!