ທະຫານສາລະວັນ ສຳເລັດບັ້ນຊ້ອມຮົບປະສານສຽງແຕກຍິງລູກປືນແທ້

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກອງບັນຊາການທະຫານແຂວງສາລະວັນ ໄດ້ສໍາເລັດບັ້ນອົບຮົມ-ຫັດແອບຊ້ອມຮົບປະສານສຽງແຕກຍິງລູກປືນແທ້ ປະຈໍາປີ 2022 ໃຫ້ໜຶ່ງກອງຮ້ອຍ ທີ່ຂຶ້ນກັບກອງພັນ 16 ແລະ ໜຶ່ງໝວດຕີພິເສດກອງພັນ 459 ທະຫານແຂວງ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ສໍາລີ ແກ້ວວົງສອງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພັນໂທ ບົວໄລ ພົງສະຫວັດ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງ, ທັງເປັນຄະຊີ້ນຳການຊ້ອມຮົບ ໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະການອົບຮົມ-ຫັດແອບຊ້ອມຮົບ ປະສານສຽງແຕກຍິງລູກປືນແທ້ ໄດ້ເລີ່ມແຕ່ວັນທີ 1-5 ມັງກອນ ຜ່ານມາ, ໄດ້ແບ່ງອອກເປັນສອງພາກຄື: ການຫັດແອບ-ຊ້ອມຮົບເທິງແຜນທີ່ ແລະ ກາມຫັດແອບພາກສະໜາມຕົວຈິງ, ການຫັດແອບຢູ່ພາກສະໜາມແມ່ນໄດ້ປະຕິບັດຄ້າຍຄືກັນກັບການອອກສູ້ຮົບຢູ່ສະໜາມຕົວຈິງ ໂດຍມີການປະຕິບັດເຄື່ອນກໍາລັງອອກຈາກທີ່ຕັ້ງເຂົ້າສູ່ເຂດເຕົ້າໂຮມປິດລັບ, ອອກຈາກເຂດເຕົ້າໂຮມປິດລັບສູ່ສະໜາມບຸກຕີ ຊຶ່ງໄດ້ຫັດແອບລົງເລິກໃສ່ລະດັບການບັນຊາຂອງຂັ້ນກອງຮ້ອຍ, ຂັ້ນໝວດ ແລະ ຂັ້ນໝູ່ ໃນນັ້ນໄດ້ໃຫ້ແຕ່ລະຂັ້ນປະຕິບັດຂັ້ນຕອນຄາດກະແຜນການສູ້ຮົບ, ສືບສະໜາມ, ວາງແຜນການຕັດສິນໃຈ ແລະ ແຕ້ມແຜນຮ່າງສູ້ຮົບເທິງແຜນທີ່ ເຊິ່ງເຫັນໄດ້ວ່າແຕ່ລະພາກສ່ວນ ສາມາດກໍາໄດ້ແຕ່ລະບາດກ້າວຂອງວຽກງານເສນາທິການ, ສາມາດກໍາແໜ້ນພູມີປະເທດ ແລະ ຮູ້ໝູນໃຊ້ພາຫະນະສູ້ຮົບ ຈັດວາງແທດເໝາະກັບສະໜາມຕົວຈິງ. ຜ່ານການອົບຮົມ-ຫັດແອບເຫັນວ່ານາຍ ແລະ ພົນທະຫານທຸກພາກສ່ວນມີບົດຮຽນກຳໄດ້ທຸກບາດກ້າວການເຄື່ອນໄຫວຕົວຈິງ ຂອງການເຄື່ອນທັບດີພໍສົມຄວນ, ທັງສາມາດຮັບປະກັນຄວາມປອດໄພໄດ້ໃນການປະສານສຽງແຕກ, ສາມາດດັບສູນເປົ້າໝາຍໄດ້ຕາມຄາດໝາຍ ແລະ ຮັກສາຄວາມປອດໄພໄດ້ 100%.

ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການອົບຮົມ-ຫັດແອບ, ພ້ອມຮຽກຮ້ອງໃຫ້ນາຍ ແລະ ພົນທະຫານ ຈົ່ງພ້ອມກັນນໍາເອົາບົດຮຽນນີ້ໄປຜັນຂະຫຍາຍໃຫ້ດີຂຶ້ນເປັນກ້າວໆ, ພ້ອມກັນດັດແກ້ສິ່ງບົກຜ່ອງ, ກໍາແໜ້ນບັນດາບາດກ້າວບັນຊາຕາມວິຊາສະເພາະ, ພ້ອມກັນພັດທະນາກົມກອງໄປຕາມຍຸກສະໄໝ ໃຫ້ສົມກັບເປັນກົມກອງແນວໜ້າຂອງກອງບັນຊາການທະຫານແຂວງສາລະວັນ.

ຂ່າວ-ພາບ: ສຸຂາວພອນ ສອນນາລີ

error: Content is protected !!