ງານບຸນຊ້າງ ໄຊຍະບູລີ ປີນີ້ ຈັດໃຫຍ່ ມີຊ້າງເຂົ້າຮ່ວມທັງໝົດຈໍານວນ 75 ໂຕ

ໜັງສືພິມປະຊາຊົນລາຍງານວ່າ: ງານບຸນຊ້າງ ແຂວງໄຊຍະບູລີ ເປັນອີກໜຶ່ງງານບຸນປາງໃຫຍ່ທີ່ມີຄວາມໝາຍຄວາມສຳຄັນ ແລະ ຈັດຂຶ້ນໃນທຸກໆປີ, ປີນີ້ແມ່ນກົງກັບ ວັນທີ 18-20 ກຸມພາ 2023ທີ່ ເທດສະບານແຂວງໄຊຍະບູລີ ເພື່ອເປັນການສົ່ງເສີມ, ການອະນຸລັກຮັກສາຊ້າງທີ່ເປັນສັດຄູ່ບ້ານຄູ່ເມືອງຂອງຊາດລາວ.

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ທັງເປັນປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2023ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມືອບໍ່ດົນຜ່ານມາ ກ່ຽວກັບການຈັດງານມະຫະກໍາບຸນຊ້າງໄຊຍະບູລີປະຈຳປີ 2023 ວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ຕັ້ງຢູ່ພາກເໜືອຂອງ ສປປ ລາວ, ມີເສັ້ນທາງຄົມມະນາຄົມທີ່ສະດວກໃນການເຊື່ອມຕໍ່ກັບບັນດາແຂວງຕ່າງໆ ແລະ ສາມາດເຊື່ອມຕໍ່ກັບປະເທດໃກ້ຄຽງ ແລະ ອະນຸພາກພື້ນທີ່ສໍາຄັນຫຼາຍເສັ້ນທາງ; ມີປ່າສະຫງວນແຫ່ງຊາດທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ ແລະ ເປັນແຂວງດຽວທີ່ມີປະຊາກອນຊ້າງຫຼາຍກວ່າໝູ່ ຖ້າທຽບໃສ່ແຂວງອື່ນໆໃນ ສປປ ລາວ. ດ້ວຍເຫດນີ້ ເພື່ອເປັນການອະນຸລັກ,ຮັກສາຊ້າງບໍ່ໃຫ້ສູນພັນ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມແລະວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ອະດີດຕະການໃຫ້ຍືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວເຮົາເວົ້າລວມ, ເວົ້າສະເພາະປະຊາຊົນຊາວແຂວງໄຊຍະບູລີຈຶ່ງໄດ້ພ້ອມພຽງກັນຈັດງານບຸນດັ່ງກ່າວຂຶ້ນໃນແຕ່ລະປີ.

ທ່ານຮອງເຈົ້າແຂວງໄຊຍະບູລີກ່າວຕື່ມວ່າ: ການຈັດງານມະຫະກໍາບຸນຊ້າງໄຊຍະບູລີ ປະຈຳປີ 2023 ນີ້ ແມ່ນເປັນຄັ້ງທີXVIຊຶ່ງປີນີ້ຈະໄດ້ຈັດຢ່າງຍິ່ງໃຫຍ່ ຊຶ່ງຈະປະກອບມີຫຼາຍກິດຈະກຳຕ່າງໆເພື່ອໃຫ້ຜູ້ທີ່ໄດ້ມາທ່ຽວ,ມາຊົມໄດ້ສໍາຜັດ, ຮ່ວມມ່ວນຊື່ນ ແລະ ຮ່ວມເຮັດກິດຈະກຳທາງສາສະໜາຄື: ມີການວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າກະສິກຳ, ຫັດຖະກຳ, ອຸດສາຫະກຳປຸງແຕ່ງທີ່ເປັນເອກະລັກຂອງທ້ອງຖິ່ນພາຍໃນແຂວງ, ຕ່າງແຂວງ ແລະ ສິນຄ້າຕ່າງໆຈາກປະເທດໃກ້ຄຽງຊຶ່ງງານບຸນດັ່ງກ່າວຈະເລີ່ມເປີດໃຫ້ບໍລິການຜູ້ເຂົ້າມາທ່ຽວແຕ່ວັນທີ 13 ກຸມພາ 2023, ສໍາລັບວັນທີ 15-16 ກຸມພາ ຈະເປັນພິທີຊ້ອມໃຫຍ່ ແລະ ວັນທີ 17 ກຸມພາ ຄະນະຮັບຜິດຊອບຈັດງານບຸນຈະໄດ້ຈັດພິທີເຮັດບຸນຕັກບາດອຸທິດກຸສົນໃຫ້ຊ້າງ,ສຳລັບພິທີເປີດງານບຸນເປັນທາງການແມ່ນໃນລະຫວ່າງວັນທີ 18- 20 ກຸມພາ 2023ໂດຍມີຊ້າງເຂົ້າຮ່ວມທັງໝົດຈໍານວນ 75 ໂຕ ແລະ ກິດຈະກໍາຫຼັກຂອງການຈັດງານດັ່ງກ່າວແມ່ນຈະເນັ້ນກິດຈະກຳທີ່ຫຼາກຫຼາຍຕິດພັນກັບຊ້າງແລະການອະນຸລັກຊ້າງໂດຍສະເພາະການສະແດງຂອງຊ້າງຄຳຮູ້, ພິທີບາສີສູ່ຂວັນຊ້າງ, ການໃຫ້ອາຫານຊ້າງ, ຂີ່ຊ້າງຊົມເມືອງແລະຂະບວນການສະແດງສິລະປະວັນນະຄະດີຂອງມວນຊົນແລະການສະແດງຂອງ 8 ເຜົ່າ, ກິລາໂດດຈ້ອງຂອງກອງພັນທະຫານອາກາດ, ພ້ອມກັນນີ້,ໃນແຕ່ລະວັນໄລຍະການຈັດງານບຸນຈະຈັດໃຫ້ມີກິດຈະກໍາທ່ອງທ່ຽວແຫຼ່ງທຳມະຊາດທີ່ສວຍງາມ ແລະ ບ່ອນພັກແບບໂຮມສະເຕທີ່ສຳຜັດກັບບັນຍາກາດທໍາມະຊາດ, ການສະແດງວັດທະນະທໍາຂອງ 8 ເຜົ່າທີ່ເປັນເອກະລັກຂອງຊາວແຂວງໄຊຍະບູລີ ແລະ ໃນແຕ່ລະຄືນຈະມີການຄົບງັນ,ການສະແດງຄອນເສີດແລະ ສິລະປະວັນນະຄະດີຈາກພາກສ່ວນຕ່າງໆ ແລະ ອື່ນໆ.

ທ່ານກ່າວເນັ້ນຕື່ມວ່າ: ຢູ່ພາຍໃນແຂວງໄຊຍະບູລີ ໄລຍະງານບຸນດັ່ງກ່າວຍັງໄດ້ອົບຮົມດ້ານການບໍລິການຮ້ານອາຫານ, ບ່ອນພັກເຊົາ ແລະ ສະຖານທີ່ບໍລິການທ່ອງທ່ຽວຕ່າງໆໃຫ້ມີຄວາມສະອາດປອດໄພແລະ ໄດ້ເອົາໃຈໃສ່ກວດກາຄວບຄຸມລາຄາສິນຄ້າໃຫ້ມີຄວາມເໝາະສົມເພື່ອຕອບສະໜອງໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດໄດ້ມາທ່ຽວ, ມາຊົມ ງານບຸນໃນຄັ້ງນີ້ຢ່າງເພິ່ງພໍໃຈ.

ໃນໂອກາດດັ່ງກ່າວທ່ານຍັງຕາງໜ້າອົງການປົກຄອງແຂວງໄຊຍະບູລີແລະໃນນາມປະທານຄະນະຮັບຜິດຊອບຈັດງານມະຫະກຳບຸນຊ້າງປະຈຳປີ2023ເຊີນຊວນມວນຊົນ, ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ເຂົ້າມາທ່ຽວຊົມທັງພ້ອມກັນເປັນເຈົ້າການຮັກສາຄວາມສະຫງົບ, ຄວາມປອດໄພແລະ ຮ່ວມກິດຈະກໍາຕ່າງໆໃນງານບຸນດັ່ງກ່າວຕາມກຳນົດເວລາຢ່າງຄຶກຄື້ນ ແລະ ຜູ້ທີ່ຈະເດີນທາງເຂົ້າຮ່ວມງານບຸນຕ້ອງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ

error: Content is protected !!