ອຸດົມໄຊ ຈັກແຂ່ງຂັນ ງົວຊົນງົວ ໂອກາດບຸນກິນຈຽງຂອງເຜົ່າມົ້ງ ປີ 2022

ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ບຸນກິນຈຽງຂອງເຜົ່າມົ້ງ ປະຈໍາປີ 2022 ທີ່ ແຂວງອຸດົມໄຊ ໄດ້ເປີດເປັນທາງການມາແຕ່ວັນທີ 25-28 ທັນວາ 2022 ຜ່ານມາ ທີ່ສະໜາມກິລາແຂວງ ເຊິ່ງປີນີ້ ຄະນະຮັບຜິດຊອບການຈັດງານ ໄດ້ກຳນົດຫລາກຫລາຍກິດຈະກຳ ພິເສດ ແມ່ນການແຂ່ງຂັນກິລາ ງົວຊົນງົວ ເຊິ່ງຈັດຂຶ້ນທີ່ບ້ານນາແສນຄຳ ເມືອງໄຊ ແຂວງອຸດົມໄຊ.

ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໆໄຊ ປະທານຈັດງານບຸນກິນຈຽງ ໄດ້ໃຫ້ຮູ້ວ່າ: ບຸນກິນຈຽງ ເຜົ່າມົ້ງ ປີນີ້ ແມ່ນມີຫລາຍກິດຈະກຳ ເປັນຕົ້ນ ການປະກວດນາງສາວເຜົ່າມົ້ງ, ປະກວດນັກຮ້ອງສຽງດີ, ການແຂ່ງຂັນກິລາໝາກຂ່າງ, ໜ້າເກັກ, ເປຕັງ, ດຶງເຊືອກ ແລະ ການແຂ່ງຂັນ ງົວຊົນງົວ ເຊິ່ງການແຂ່ງຂັນ ງົວ ຊົນ ງົວ ປີນີ້ ມີຄວາມແຕກຕ່າງຈາກປີຜ່ານມາ ເນື່ອງຈາກ ມີປະຊາຊົນຈາກຫລາຍແຂວງ ແລະ ບັນດາເມືອງ ທົ່ວແຂວງອຸດົມໄຊ ນຳເອົາງົວ ຂອງຕົນ ເຂົ້າຮ່ວມແຂ່ງຂັນ ເຮັດໃຫ້ຈຳນວນງົວເພີ່ມຂຶ້ນ ຫລາຍຄູ່ ລວມແລ້ວ ປະມານ 20 ຄູ່. ໃນນີ້ ງົວຜູ້ທີ່ໄຊຊະນະ ແມ່ນໄດ້ຮັບຂັນ ພ້ອມທັງເງິນສົດຈຳນວນໜຶ່ງ. ສ່ວນງົວຄູ່ອື່ນໆ ແມ່ນເປັນການປະກອບສ່ວນໃນການແຂ່ງຂັນໃຫ້ມ່ວນຊົນໄດ້ຮ່ວມຊົມ, ຮ່ວມເຊຍ ໃຫ້ມີບັນຍາກາດຟົດຟື້ນ,ມ່ວນຊື່ນ.

ທ່ານ ວາລີ ຈືນໍເຢັງ ຍັງໃຫ້ຮູ້ອີກວ່າ: ການແຂ່ງຂັນ ງົວຊົນງົວ ແມ່ນກິດຈະກຳໜຶ່ງທີ່ຊົນເຜົ່າມົ້ງ ຈັດຕັ້ງປະຕິບັດມາແຕ່ດົນນານ, ທັງເປັນການປະກວດງົວງາມ, ງົວໃຫຍ່, ງົວເກັ່ງ ໂດຍແນໃສ່ເຮັດໃຫ້ປະຊາຊົນມີແຮງຈູງໃຈໃນການລ້ຽງ ເພື່ອເປັນອາຊີບເສີມໃນການພັດທະນາເສດຖະກິດຄອບຄົວ.

ຂ່າວ: ຄານມະນີ ຮຽນດໍຈັນ

error: Content is protected !!