ທ່ານ Michael Weiss ໃຫ້ສຳພາດກ່ຽວກັບຜົນງານ2ນັດທີ່ຜ່ານມາ ແລະ ການກຽມທີມທີ່ຈະພົບກັບທີມຊາດ ສິງກະໂປ

ສອງນັດທີ່ແລ້ວພວກເຮົາເສຍໃຫ້ກັບທີມທີ່ແຂງແກນ, ພວກເຮົາໄດ້ເຫັນຂໍ້ຜິດພາດໃນການຫຼິ້ນເກມຮັບ. ພວກເຮົາພະຍາຍາມແກ້ໄຂຈຸດຜິດພາດ ເພື່ອໃຫ້ທີມຫຼີ້ນໄດ້ດີຂື້ນ ໃນນັດທີ່ຈະພົບກັບທີມຊາດສິງກະໂປ. ພວກເຮົາຢູ່ໃນກຸ່ມທີ່ແຂງຫຼາຍ ບໍ່ວ່າຈະເປັນທີມຊາດຫວຽດນາມ ແລະ ທີມຊາດມາເລເຊຍ ແຕ່ບໍ່ໄດ້ໝາຍຄວາມວ່າທີມຊາດສິງກະໂປ ແລະ ທີມຊາດມຽນມາ ບໍ່ແຂງແກນ . ພວກເຮົາຈະເຮັດໃຫ້ດີທີ່ສຸດໃນສອງນັດທີ່ເຫຼືອ.

ເຖີງແມ່ນວ່າຜົນການແຂ່ງຂັນສອງນັດທີ່ຜ່ານມາ ຈະບໍ່ດີປານໃດ, ແຕ່ພວກເຮົາກໍ່ຫວັງວ່າ ແຟນບານຈະເຂົ້າມາໃຫ້ກຳລັງໃຈພວກເຮົາໃນສະໜາມ, ພວກເຮົາມີນັກກິລາສ່ວນໃຫຍ່ທີ່ຍັງໜຸ່ມ ແລະ ພວກເຂົາຕ້ອງຫານແຮງສະໜັບສະໜູນຈາກພວກທ່ານ ໂດຍສະເພາະໃນຊ່ວງເວລາແບບນີ້ . ສະນັ້ນຂ້ອຍຢາກໃຫ້ແຟນບານເຂົ້າມາເຊຍໃນສະໜາມ ໃຫ້ຫຼາຍໆໃນນັດນີ້.

🗓 ວັນອັງຄານ 27 ທັນວາ 2022

🕖 ເວລາ 17:00 ນາທີ

🏟 ສະໜາມກິລາແຫ່ງຊາດຫລັກ16

error: Content is protected !!