ຫົວພັນ ປະກາດຮັບຮອງ ດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງ

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງ​ ຫົວພັນ ປະກາດຮັບຮອງດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງ, ພ້ອມທັງເປີດນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະ ປະຈໍາປີ 2022 ໃນວັນທີ 25 ທັນວາ 2022 ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ໂດຍມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ ແລະ ປະຊາຊົນແຂວງຫົວພັນ ເຂົ້າຮ່ວມ.

ໃນໄລຍະຜ່ານມາ ອຳນາດການປົກຄອງແຂວງຫົວພັນ ໄດ້ສຸມໃສ່ພັດທະນາເທສະບານຕົວເມືອງຊໍາເໜືອ ມີຄວາມສວຍສົດງົດງາມ, ເປັນຕົວເມືອງສີຂຽວແບບທໍາມະຊາດ ຄຽງຄູ່ກັບການພັດທະນາບັນດາເມືອງຕ່າງໆພາຍໃນແຂວງ, ໃນປີ 2008 ໄດ້ເລີ່ມປູກດອກຄາຍປ່າ ຫລື ເອີ້ນວ່າ: “ດອກພັນພະນາ” ປູກເປັນຕົ້ນໄມ້ປະດັບພາຍໃນເທສະບານຕເມືອງຊໍາເໜືອຈໍານວນ 400 ຕົ້ນ ແລະ ໃນປີ 2010 ກໍໄດ້ມີການປູກເພີ່ມຕາມເສັ້ນທາງເລກ 6 ແຕ່ພູເລົ້າ ຫາ ເທສະບານເມືອງຊໍາເໜືອ-ວຽງໄຊ ແລະ ລຽບຕາມເສັ້ນທາງສະໜາມບິນ ໜອງຄ້າງ ແລະ ບ່ອນອື່ນໆທີ່ມີເງື່ອນໄຂ. ມາຮອດປັດຈຸບັນທົ່ວແຂວງຫົວພັນ ໄດ້ປູກດອກຄາຍປ່າທັງໝົດ 160,​552 ຕົ້ນ, ຄາດຄະເນ 2023-2025 ຈະປູກເພີ່ມຕື່ມຕາມຈຸດຕ່າງໆໃນ 10 ເມືອງພາຍໃນແຂວງ.

ປັດຈຸບັນຕົ້ນດອກຄາຍປ່າ ແລະ ຕົ້ນດອກຊາກຸລະຈໍານວນໜຶ່ງ ໄດ້ອອກດອກເບັ່ງບານສວຍງາມເປັນທີ່ປະທັບໃຈ ແລະ ດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມເຮັດໃຫ້ກະແສຈາກການທ່ອງທ່ຽວຕ່າງແດນມາເປັນການທ່ອງທ່ຽວພາຍໃນຫລາຍຂຶ້ນ ໂດຍສະເພາະແມ່ນການທ່ອງທ່ຽວ“ລາວທ່ຽວລາວ”ນັກທ່ອງທ່ຽວສ່ວນຫລາຍ ແມ່ນສົນໃຈການທ່ຽວຊົມທໍາມະຊາດ, ສໍາຜັດອາກາດບໍລິສຸດ ເຊິ່ງເປັນທ່າແຮງດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມແຂວງຫົວພັນນັບມື້ເພີ່ມຂຶ້ນ, ເຮັດໃຫ້ແຂວງ ກໍຄື ປະຊາຊົນແຂວງຫົວພັນ ມີລາຍຮັບເພີ່ມຂຶ້ນຈາກການຈຳໜ່າຍສິນຄ້າອຸປະໂພກ-ບໍລິໂພກ, ການບໍລິການເຮືອນພັກ-ຮ້ານອາຫານ ໂດຍເຫັນໄດ້ທ່າແຮງ ແລະ ຄວາມສໍາຄັນດັ່ງກ່າວ, ອົງການປົກຄອງແຂວງຫົວພັນ ຈຶ່ງໄດ້ເຫັນດີ ແລະ ຕົກລົງຮັບຮອງເອົາດອກຄາຍ ປ່າເປັນດອກໄມ້ເອກະລັກຂອງແຂວງຫົວພັນ ຜ່ານການເຫັນດີເປັນເອກະພາບຂອງສະພາປະຊາຊົນແຂວງ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງແຂວງຫົວພັນສະບັບເລກທີ796/ຈຂ.ຫພ, ລົງວັນທີ 10 ມິຖຸນາ 2022 ເພື່ອເປັນການໂຄສະນາເຜີຍແຜ່ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດຮັບຮູ້.

ໃນໂອກາດດຽວກັນ, ກໍໄດ້ເປີດນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະະ ປະຈໍາປີ 2022 ໂດຍຜູ້ເຂົ້າຮ່ວມ ໄດ້ພ້ອມກັນປູກຕົ້ນຄາຍປ່າ ຢູ່ສວນສາທາລະນະຫົວພັນ-ກວາງນິງ, ທ່ຽວຊົມຕະຫລາດນັດ, ຊົມຄວາມສວຍສົດງົດງາມຂອງດອກຄາຍປ່າ ລຽບຕາມສາຍທາງເລກ 6 ແຕ່ຊຳເໜືອຫາວຽງໄຊ ແລະ ເຂົ້າທ່ຽວຊົມສວນດອກຊາກຸລະ ຢູ່ສວນສາທາລະນະມິດຕະພາບລາວ-ຢີປຸ່ນ ທີ່ເມືອງວຽງໄຊ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຈຳນວນໜຶ່ງຢູ່ເທສະບານເມືອງວຽງໄຊ ຕື່ມອີກ.

ຂ່ວ-ພາບ: ໄອແກ້ວ

error: Content is protected !!