ນວ ກໍານົດເອົານົກຍຸງ ເປັນສັດນໍາໂຊກໃນມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ(ນວ) ໄດ້ຮັບກຽດເປັນເຈົ້າພາບໃນປີ 2025 ຕໍ່ຈາກ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ເຊິ່ງໃນເບື້ອງຕົ້ນ, ຄາດວ່າ ຈະເລືອກເອົາປະຕູໄຊ ເປັນສັນຍາລັກ ແລະ ເອົານົກຍຸງ ເປັນສັດນໍາໂຊກ.

ທ່ານ ສົມພອນ ສອນດາລາ, ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 19 ທັນວາ 2022 ນີ້ວ່າ: ມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ຈະໄດ້ຮັບກຽດເປັນເຈົ້າພາບ ໃນເບື້ອງຕົ້ນຄາດວ່າຈະເລືອກເອົາປະຕູໄຊ ເປັນສັນຍາລັກ ເນື່ອງຈາກວ່າ ປະຕູໄຊໝາຍເຖິງໄຊຊະນະ ແລະ ການແຂ່ງຂັນກິລາແຕ່ລະປະເພດຕ້ອງມີໄຊຊະນະ ແລະ ການເລືອກເອົານົກຍຸງເປັນສັດນໍາໂຊກ ເນື່ອງຈາກເປັນສັດທີ່ສວຍງາມ ແລະ ເປັນສັດທີ່ໃກ້ຈະສູນພັນ, ສັດດັ່ງກ່າວ, ຍັງມີຢູ່ບ້ານນາຄັນທຸງ ເມືອງໄຊທານີ, ນະຄອນຫລວງວຽງຈັນ ທັງນີ້, ກໍເພື່ອເຮັດໃຫ້ລູກຫລານ ກໍຄື ຄົນຮຸ່ນຫລັງໄດ້ເຫັນ ແລະ ຮັບຮູ້ເຖິງຄວາມເປັນມາຂອງນົກຍຸງຢູ່ນະຄອນຫລວງວຽງຈັນ. ນັບແຕ່ມື້ຮັບທຸງກິລາແຫ່ງຊາດຕໍ່ຈາກແຂວງຊຽງຂວາງ ເປັນຕົ້ນໄປ, ນະຄອນ ຫລວງວຽງຈັນ ຈະຮ່ວມກັບກະຊວງສຶກສາທິການ ແລະ ກິລາ, ລວມທັງສະຫະພັນກິລາແຕ່ລະປະເພດ ເພື່ອກະກຽມຄວາມພ້ອມດ້ານຕ່າງໆ ຢ່າງຮອບດ້ານ ເພື່ອເຮັດໃຫ້ການເປັນເຈົ້າພາບຈັດງານມະຫະກໍາກິລາ ຄັ້ງທີ XII ປະສົບຜົນສໍາເລັດຕາມຄາດໝາຍ.

ທ່ານ ສົມພອນ ສອນດາລາ ຍັງໃຫ້ຮູ້ຕື່ມວ່າ: ນະຄອນຫລວງວຽງຈັນ ໄດ້ກະກຽມ ແລະ ຝຶກຊ້ອມການສະແດງສິລະປະ ເພື່ອສະແດງໃນໂອກາດຮັບທຸງກິລາແຫ່ງຊາດ ຕໍ່ຈາກແຂວງຊຽງຂວາງ ໂດຍໄດ້ກະກຽມບົດຟ້ອນ, ບົດເພງ ແລະ ອື່ນໆ ເຊິ່ງລັກສະນະການສະແດງ ຈະນໍາເອົາຜາສາດເຜິ້ງນໍາໜ້າ, ຈາກນັ້ນ ຈະມີການສະແດງກາຍະສິນ, ເຕັ້ນ ແລະ ມີບົດເພງປະກອບ (ບົດເພງຍິນດີຕ້ອນຮັບສູ່ນະຄອນຫລວງເກມ) ເຊິ່ງເປັນການສະແດງໃຫ້ເຫັນວ່າຊາວນະຄອນຫລວງວຽງຈັນ ຍິນດີຕ້ອນຮັບບັນດານັກກິລາ ແລະ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ໃນປີ 2025.

ຂ່າວ: ທະນູທອງ

ຂໍ້ມູນ: ວິທະຍຸແຫ່ງຊາດ

error: Content is protected !!