ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ກຳນົດເອົາໄຫຫີນ ແລະນົກແອ່ນເປັນສັນຍາລັກແລະສັດນໍາໂຊກ

ອີງຕາມຂໍ້ມູນຈາກແຂວງຊຽງຂວາງໃຫ້ຮູ້ວ່າ, ແຂວງຊຽງຂວາງໄດ້ກໍານົດເອົາໄຫຫີນແລະນົກແອ່ນເປັນສັນຍາລັກແລະສັດນໍາໂຊກໃນງານງານມະຫາກຳກິລາແຫ່ງຊາດຄັ້ງທີ XI ຫລືຊຽງຂວາງເກມ2022.ຍ້ອນເຫດຜົນໄຫຫີນແມ່ນວັດຖຸບູ ຮານທີ່ມີອາຍຸຫຼາຍພັນປີ,ເປັນມໍລະດົກຄູ່ກັບຊາວຊຽງຂວາງ ທັງເປັນມໍລະດົກຂອງຊາດແລະຖືກຮັບຮອງເປັນມໍລະ ດົກໂລກ. ໄຫຫີນສັນຍາລັກງານມະຫາກໍາກິລາແຫ່ງຊາດຄັ້ງທີ XIນີ້ ປະກອບມີ 3 ລາຍເສັ້ນຄື:ລາຍເສັ້ນສີຟ້າທາງກາງ, ລາຍເສັ້ນສີຂຽວເບື້ອງເທິງສຸດແລະລາຍເສັ້ນສີຂຽວອ່ອນທາງດ້ານລຸ່ມ,ເຊິ່ງໝາຍເຖິງຄວາມອຸດົມສົມບູນຂອງສາຍແມ່ນໍ້າໃນ ຊຽງຂວາງ, ທີ່ມີແມ່ນໍ້່າຫຼາຍສາຍກໍາເນີດຂຶ້ນກາຍເປັນສາຂາສໍາຄັນຂອງແມ່ນໍ້າຂອງໄຫຼປ່ອງໃສ່ທະເລ ເປັນແມ່ນໍ້າທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງແລະໝາຍເຖິງສາຍພູຂອງແຂວງຊຽງຂວາງ ທີ່ອຸດົມ ສົມບູນໄປດ້ວຍປ່າດົງ,ຕົ້ນໄມ້ທີ່ມີລາຄາແພງປົກຫຸ້ມຢູ່ປະກອບມີຫຼາຍຈອມພູ ແລະ ສາຍພູໃນແຂວງຊຽງຂວາງ ທີ່ມີ ຊື່ສຽງ ໃນພູມີສາດ ແລະໝາຍເຖິງພູພຽງຊຽງຂວາງ ທີ່ປົກຄຸມໄປດ້ວຍທົ່ງຫຍ້າອັນອຸດົມສົມບູນ ທີ່ຂຽວງາມ ແບບ ທໍາ ມະຊາດ ແລະ ຄວາມ ອຸດົມສົມບູນໃນການດໍາລົງຊີວິດຂອງປະຊາຊົນແຂວງຊຽງຂວາງ.

ສໍາລັບສັດນໍາໂຊກຂອງງານມະຫາກໍາກິລາແຫ່ງຊາດຄັ້ງທີ11ແມ່ນນົກແອ່ນ,ທີ່ເປັນສັດທີ່ມີຖິ່ນອາໃສ ຢູ່ແຂວງ ຊຽງຂວາງເປັນຈໍານວນຫຼວງຫຼາຍມາແຕ່ດຶກດໍາບັນ, ເປັນສັດທີ່ສວຍສົດງົດງາມ, ແຂງແຮງ, ອາດຫານ, ວ່ອງໄວ, ບໍ່ຢ້ານ ພະຍຸລົມແດງ,​ອົດທົນ,ມີສາຍຕາແຫຼມຄົມ, ມີຄວາມສາມັກຄີ ອາໃສຢູ່ເປັນໝູ່, ເປັນຝູງ, ເປັນສັດທີ່ມີຍົດຖາບັນດາສັກທີ່ສູງສົ່ງ, ເປັນສັດຄູ່ບ້ານ, ຄູ່ເມືອງທັງມີຄ່ານິຍົມທີ່ເປັນເອກະລັກຂອງຊາວຊຽງຂວາງມາຕັ້ງແຕ່ດຶກດຳບັນ ຈົນເຖິງປະຈຸ ບັນ ເຊິ່ງຊາວຕ່າງແຂວງຫຼືຕ່າງປະເທດກໍໄດ້ໃຫ້ຄວາມສົນໃຈເປັນພິເສດ. ແຂວງຊຽງຂວາງ ຈຶ່ງໄດ້ ກໍານົດເອົານົກແອ່ນ ທີ່ມີຄວາມສໍາຄັນນີ້ຕິດພັນກັບປະຫວັດສາດການດໍາລົງຊີິວດຂອງຊາວແຂວງຊຽງຂວາງ ມາເປັນສັດນໍາໂຊກ ໃນງານມະ ຫາກໍາກິລາແຫ່ງຊາດຄັ້ງທີXI.

ຮູບລັກສະນະຂອງສັດນໍາໂຊກມີໃບໜ້າຍີ້ມແຍ້ມແຈ່ມໃສ ຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ ແວວຕາ ສົດ ໃສ່ຊື່ນຊົມ, ມີມາລະຍາດອ່ອນນ້ອມ, ທັດສະນະທ່າທີເຂັ້ມແຂງ, ​ອາດຫານ, ກ້າແກ່ນ, ມືຂວາຖືທວນໄຟສີ ນໍ້າ ເງິນທີ່ມີແປວໄຟສວຍງາມສະຫວ່າງຜ່າເຜີຍ,ສວມໃສ່ຊຸດສີແດງທີ່ໝາຍເຖິງ ຄວາມພິລະ ອາດ ຫານ, ຄວາມອົງອາດ ກ້າແກ່ນໃນສະໝໍລະພູມ, ຍອມເສຍສະຫຼະເລືອດເນື້ອແລະຊີວິດເພື່ອຊາດ ເພື່ອປະຊາຊົນ. ສວ່ນໂສ້ງແພນໍ້ານິນສີ ນໍ້າຫອມໜາຍເຖິງ ສັນຍາລັກຊາວຊຽງຂວາງທີ່ມີຄວາມດຸໝັ່ນຂະຫຍັນພຽນໃນ ການ ຜະລິດແຜ່ນແພ ແລະຍ້ອມແພດ້ວຍສີທໍາມະ ຊາດເພື່ອ ມາເປັນ ເຄື່ອງ ນຸ່ງຫົ່ມ ແລະປາຍຕີນນົກຢູ່ໃນທ່າກຽມພ້ອມສູ່ງານມະຫາກໍາກິລາແຫ່ງຊາດຄັ້ງທີ XI.

error: Content is protected !!