ປະທານປະເທດ ເດີນທາງມາເຖິງແຂວງຊຽງຂວາງ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງມາເຖິງແຂວງຊຽງຂວາງ ໃນເຊົ້າວັນທີ 13 ທັນວາ ນີ້ ເພື່ອເຂົ້າຮ່ວມພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນດັ່ງກ່າວນີ້.

  ທ່ານປະທານປະເທດ ໄດ້ມາເຖິງສະໜາມບິນແຂວງຊຽງຂວາງ ເວລາປະມານ 10:00 ໂມງ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມການນໍາຂອງແຂວງ.

 ການມາເຂົ້າຮ່ວມພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງເກມ ຂອງ ທ່ານ ປະທານປະເທດ ຄັ້ງນີ້ ຈະເປັນອີກໜຶ່ງປະຫວັດສາດທີ່ສຳຄັນຂອງງານມະຫະກຳກິລາແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ກໍເປັນປະຫວັດສາດອັນສຳຄັນຂອງແຂວງຊຽງຂວາງ ເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດຄັ້ງນີ້.

(ຂ່າວ:ສຸກສະຫວັນ)

error: Content is protected !!