ມອບຫຼຽນກິລາລອຍນໍ້າ ຊຽງຂວາງ ເກມ ຂະນະທີ່ເຈົ້າພາບ ຄອງເຈົ້າຫຼຽນຄໍາ

ພິທີມອບຫຼຽນລາງວັນ ການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຈັດຂຶ້ນວັນທີ 12 ທັນວາ 2022 ຢູ່ສະໜາມກິລາໄຊຊະນະ ແຂວງຊຽງຂວາງ, ໂດຍໃຫ້ກຽດມອບຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ພາກສ່ວນກ່ຽວຂ້ອງ ຢ່າງພ້ອມພຽງ.

ການແຂ່ງຂັນຄັ້ງນີ້ ມີ 5 ພາກສ່ວນເຂົ້າຮ່ວມຄື: ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ມີນັກກິລາເຂົ້າຮ່ວມ 37 ຄົນ ໃນນີ້ ເປັນຍິງ 12 ຄົນ ຊາຍ 25 ຄົນ ຊີງ 27 ຫຼຽນຄຳ ປະເພດດ່ຽວ 26 ລາຍການ ແລະ ປະເພດທີມ 1 ລາຍການ ໂດຍນັກກິລາທີມຊາດ ສາມາດລົງແຂ່ງຂັນປະເພດດ່ຽວໄດ້ 3 ລາຍການ ແລະ ທີມ 1 ລາຍການ.

ຜ່ານການແຂ່ງຂັນ ແຂວງຊຽງຂວາງ ເຈົ້າພາບ ຄອງອັນດັບທີໜຶ່ງ ເປັນເຈົ້າຄອງຫຼຽນຄຳກິລາປະເພດນີ້ ໄດ້ມາທັງໝົດ 8 ຫຼຽນຄຳ, 1 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 15 ຫຼຽນ, ທີ 2 ແຂວງຈຳປາສັກ ໄດ້ 6 ຫຼຽນຄຳ ແລະ 8 ຫຼຽນເງິນ 8 ຫຼຽນທອງ, ທີ 3 ແຂວງສະຫວັນນະເຂດ ໄດ້ 5 ຫຼຽນຄຳ, 7 ຫຼຽນເງິນ ແລະ 4 ຫຼຽນທອງ, ທີ 4 ນະຄອນຫຼວງວຽງຈັນ ໄດ້ 4 ຫຼຽນຄຳ, 8 ຫຼຽນເງິນ ແລະ 6 ຫຼຽນທອງ ແລະ ທີ 5 ແຂວງຫຼວງພະບາງ ຍາດມາໄດ້ 4 ຫຼຽນຄຳ 3 ຫຼຽນເງິນ ແລະ 3 ຫຼຽນທອງ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

error: Content is protected !!