ສະມາດໂຟນ 5 ຍີ່ຫໍ້ລາຍໃຫຍ່ທີ່ສຸດ ປະຈໍາໄຕມາດ 1 ປີ 2022

ເມື່ອພົ້ນເດືອນ ມີນາ ກໍນັບເປັນການເລີ່ມຕົ້ນໄຕມາດທີ 2 ຂອງປີ 2022 ໂດຍຕັ້ງແຕ່ເດືອນ ເມສາ ກໍຈະເລີ່ມມີລາຍງານທາງການເງິນ ແລະ ສະຫຼຸບຕົວເລກຕ່າງໆ ຂອງໄຕມາດທີ 1 ຂອງປີ 2022 ອອກມາ. ຫຼ້າສຸດ Canalys ບໍລິສັດຊັ້ນນໍາດ້ານການວິເຄາະຂໍ້ມູນດ້ານ ເທກໂນໂລຢີ ກໍໄດ້ວິເຄາະຂໍ້ມູນໄຕມາດທີ 1 ປີ 2022 ໃນອຸດສາຫະກໍາ ສະມາດໂຟນ ອອກມາແລ້ວ.

ເລີ່ມຕົ້ນຈາກພາບລວມຂອງ ອຸດສາຫະກໍາຜູ້ຜະລິດສະມາດໂຟນ ທີ່ພົບວ່າ ຍອດຂົນສົ່ງ (shipments) ໃນໄຕມາດທີ 1 ປີ 2022 ຫຼຸດລົງເຖິງ 11% ເມື່ອທຽບກັບປີຜ່ານມາໃນໄລຍະດຽວກັນ ໂດຍມີສາເຫດຈາກຄວາມຕ້ອງການ (demand) ທີ່ຫຼຸດລົງ ແລະ ຄວາມອ່ອນແອຂອງເສດຖະກິດທົ່ວໂລກ.

ເຖິງແມ່ນວ່າ ຕະຫຼາດໂລກຈະຫຼຸດລົງ, ແຕ່ Samsung ຍັງຄົງຄອງລໍາດັບ 1 ເປັນຍີ່ຫໍ້ຜູ້ຜະລິດສະມາດໂຟນ ທີ່ມີສ່ວນແບ່ງຕະຫຼາດຫຼາຍທີ່ສຸດຢູ່ດີ ໂດຍມີສ່ວນແບ່ງການຕະຫຼາດ ເລີ່ມຂຶ້ນເຖິງ 2% ຄືຈາກ 22% ເປັນ 24% ຈາກການເປີດຕົວມືຖືລຸ້ນໃໝ່ ເຊັ່ນ Galaxy S22, ແທ໊ບເລ໊ດ Galaxy Tab ລວມເຖິງສະມາດໂຟນ ລະດັບກາງ ຄື Galaxy A53/A33.

ຕາມມາດ້ວຍຍີ່ຫໍ້ Apple ທີ່ໄດ້ລໍາດັບ 2 ແລະ ມີສ່ວນແບ່ງການຕະຫຼາດເພີ່ມຂຶ້ນຈາກ 15% ເປັນ 18% ໂດຍມີປັດໄຈຫຼັກມາຈາກ ຄວາມສໍາເລັດຂອງ iPhone 13 ລວມເຖິງການເປີດຕົວຂອງ iPhone SE ເມື່ອຕົ້ນປີ.

ສ່ວນລໍາດັບທີ 3,​ 4 ແລະ 5 ນັ້ນໄດ້ແກ່ Xiaomi (13%), OPPO (10%) ແລະ vivo (8%) ຊຶ່ງທັງ 3 ຍີ່ຫໍ້ ລ້ວນແຕ່ມີເປີເຊັນສ່ວນແບ່ງຕະຫຼາດຫຼຸດລົງ ຈາກປີຜ່ານມາທັງນັ້ນ.

Canalys ວິເຄາະວ່າ ໃນໄຕມາດທີ 1 ຂອງປີນີ້ ຕະຫຼາດສະມາດໂຟນທົ່ວໂລກນັ້ນ ຂ້ອນຂ້າງປັ່ນປ່ວນ ແລະ ໄດ້ຮັບຜົນກະທົບຈາກຫຼາຍປັດໄຈ ອັນໄດ້ແກ່ ບັນຫາການແພ່ລະບາດຂອງ ໂຄວິດ-19 ສາຍພັນໂອໄມຄຣອນ ທີ່ເຮັດໃຫ້ມີຜູ້ຕິດເຊື້ອຈໍານວນຫຼາຍ, ຄວາມບໍ່ແນ່ນອນຈາກສົງຄາມ ຣັດເຊຍ-ຢູເຄຣນ, ການລ໊ອກດາວໃນປະເທດຈີນ ທີ່ສົ່ງຜົນກະທົບຕໍ່ໂຮງງານປະກອບສະມາດໂຟນ ລວມເຖິງໄພຮຸກຮານຈາກ ພາວະເງິນເຟີ້ ຊຶ່ງທັງໝົດລ້ວນແຕ່ສົ່ງຜົນຕໍ່ຕະຫຼາດສະມາດໂຟນທົ່ວໂລກ.

ຂໍ້ມູນຈາກ: https://www.sanook.com/hitech/1555597/

error: Content is protected !!