ລັດຖະບານ ເລັ່ງແກ້ໄຂໂກຕາລັດຖະກອນ
ແລະ ອາສາສະໝັກ ຢູ່ເຂດຫ່າງໄກສອກຫລີກ

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍ ໃນ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 7 ທັນວາ 2022 ວ່າ: ສຳລັບບັນຫາການແກ້ໄຂໂກຕາ ລັດຖະກອນຄູ ທີ່ຂາດເຂີນ ແລະ ອາສາສະໝັກ ທີ່ຍັງມີຈຳນວນຫລາຍ ໃນແຕ່ລະແຂວງ ເຊິ່ງອີງຕາມສະຖິຕິກ່ຽວກັບລັດຖະກອນ ປີ 2022 ທົ່ວປະເທດ ມີພະນັກງານ-ລັດຖະກອນ ທັງໝົດ 175,​058 ຄົນ, ຍິງ 83,​066 ຄົນ; ໃນນັ້ນ, ລັດຖະກອນຄູ ມີຈຳນວນ 72,​602 ຄົນ, ຍິງ 39,​423 ຄົນ ກວມເອົາ 42% ແລະ ລັດຖະກອນແພດ ມີຈຳນວນ 15,​907 ຄົນ, ຍິງ 10,​828 ຄົນ ກວມເອົາ 9% ຂອງຈຳນວນລັດຖະກອນທົ່ວປະເທດ.

ຜ່ານມາ ເຖິງແມ່ນວ່າລັດຖະບານ ໄດ້ເອົາໃຈໃສ່ວຽກ ງານປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດ, ກຳນົດຕຳ ແໜ່ງງານໃຫ້ມີປະສິດທິພາບ ແລະ ແບ່ງຕົວເລກລັດຖະກອນໃໝ່ ໃຫ້ບັນດາຂະແໜງການ ຕ່າງໆ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນແຕ່ລະປີ, ແຕ່ເຫັນວ່າຄວາມຕ້ອງການ ຂອງລັດຖະກອນໃໝ່ແມ່ນຍັງສູງ ເນື່ອງຈາກຂໍ້ຫຍຸ້ງຍາກ ລວມທາງດ້ານເສດຖະກິດ, ລັດຖະບານ ຈຶ່ງໄດ້ອະນຸມັດໂກຕາລັດຖະກອນໃໝ່ໃນແຕ່ລະປີ ມີຂອບເຂດຈຳກັດ ແລະ ມີຫລາຍພາກສ່ວນ ສືບຕໍ່ຮັບເອົາອາສາສະໝັກ ເຂົ້າໃນການຈັດຕັ້ງແຕ່ລະຂັ້ນຢ່າງຕໍ່ເນື່ອງ ພາໃຫ້ຕົວເລກອາສາສະໝັກ ເພີ່ມຂຶ້ນທຸກປີ.

ປັດຈຸບັນ ມີຫລາຍກະຊວງອົງການ ແລະ ບັນດາແຂວງ, ນະຄອນຫລວງ ໄດ້ສຳເລັດ ການກຳນົດຕຳແໜ່ງງານຂອງຕົນໂດຍພື້ນຖານ. ກະຊວງພາຍໃນ ໄດ້ກວດກາ ແລະ ພິຈາລະນາ ອະນຸມັດຮັບຮອງເອົາຜົນການກຳນົດຕຳແໜ່ງງານ ຂອງພາກສ່ວນຕ່າງໆໄດ້ຈຳນວນ 518 ຫົວ ໜ່ວຍ ໃນນັ້ນຂັ້ນສູນກາງ ມີ 132 ຫົວໜ່ວຍ ເທົ່າກັບ 28.​75%, ຂັ້ນແຂວງມີ 121 ຫົວໜ່ວຍ ເທົ່າກັບ 21.​08%, ຂັ້ນເມືອງມີ 264 ຫົວໜ່ວຍ ເທົ່າກັບ 7.​42% ເຊິ່ງບັນດາຕົວເລກດັ່ງກ່າວ ສະແດງໃຫ້ເຫັນວ່າ ພວກເຮົາຍັງເຮັດໄດ້ໜ້ອຍ ຍ້ອນແນວນັ້ນຈິ່ງເຮັດໃຫ້ພະນັກງານ-ລັດຖະກອນ ທີ່ບັນຈຸຢູ່ໃນກົງຈັກລັດ, ອົງການຈັດຕັ້ງທັງຂັ້ນສູນກາງ ແລະ ທ້ອງຖິ່ນ ມີຈຳນວນຫລາຍ ຫລື ບໍ່ສອດຄ່ອງກັບໜ້າວຽກຕົວຈິງ.
ທ່ານ ທອງຈັນ ມະນີໄຊ ໃຫ້ຮູ້ວ່າ: ເມື່ອປີ 2004 ຜ່ານມາ ລັດຖະບານ ໄດ້ໂຈະການອະນຸມັດຕົວເລກ ພະນັກງານຕາມສັນຍາ ຕາມດຳລັດຂອງທ່ານນາຍົກລັດຖະມົນຕີສະ ບັບເລກທີ 110/ນຍ ລົງວັນທີ 2 ສິງຫາ 2004, ແຕ່ມາເຖິງປັດຈຸບັນ ຫລາຍພາກສ່ວນຍັງສືບຕໍ່ຮັບເອົາພະນັກງານ ຕາມສັນຍາ ແລະ ອາສາສະໝັກ ໂດຍຂະແໜງການຈ້າງເອງ.

ປັດຈຸບັນຈຳນວນອາສາສະໝັກທັງໝົດໃນທົ່ວປະ ເທດ ມີເຖິງ 15,​826 ຄົນ, ຍິງ 4,​819 ຄົນ ໃນນັ້ນ, ຄູອາສາສະໝັກ 7,​379 ຄົນ, ແພດອາສາສະໝັກ 5.228 ຄົນ ຍັງບໍ່ລວມກັບຂະແໜງການອື່ນ. ແນວໃດກໍຕາມ ເພື່ອແກ້ໄຂບັນຫາຈຳນວນພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເຂົ້າເປັນລັດຖະກອນ ຢູ່ແຕ່ລະກະຊວງ, ອົງການຂັ້ນສູນ ກາງ ແລະ ທ້ອງຖິ່ນຈຳນວນຫລາຍນັ້ນ, ລັດຖະບານ ໄດ້ມີທິດໃຫ້ແຕ່ລະພາກສ່ວນ ສອບເສັງຄັດເລືອກ ແລະ ໃຫ້ບູລິມະສິດຮັບເອົາພະນັກງານ ຕາມສັນຍາ ແລະ ອາສາສະໝັກ ທີ່ໄດ້ປະຕິບັດວຽກງານມາຫລາຍປີ, ມີຄວາມຮູ້ຄວາມສາ ມາດ ເພື່ອບັນຈຸເຂົ້າເປັນ ລັດຖະກອນ, ແຕ່ໃນທາງປະຕິ ບັດຕົວຈິ່ງແມ່ນມີໜ້ອຍ. ພ້ອມກັນນັ້ນ, ກໍໄດ້ຊຸກຍູ້ສົ່ງເສີມ ແລະ ຝຶກວິຊາຊີບ ໃຫ້ພະນັກງານອາສາສະໝັກ ທີ່ມີວິຊາສະເພາະບໍ່ສອດຄ່ອງ ກັບຕຳແໜ່ງງານ ໃຫ້ໄປປະກອບອາ ຊີບນຳພາກສ່ວນເອກະຊົນ. ນອກຈາກນີ້, ກະຊວງພາຍໃນ ກຳລັງຄົ້ນຄວ້າ ພິຈາລະນາ ແລະ ນຳສະເໜີ ທ່ານນາຍົກລັດ ຖະມົນຕີ ອອກຄຳສັ່ງ ໃຫ້ທຸກພາກສ່ວນຢຸດຕິ ໃນການຮັບເອົາພະນັກງານຕາມສັນຍາ ຫລື ອາສາສະໝັກ, ແຕ່ແນ່ ນອນບາງພາກສ່ວນ ກໍຍັງມີຄວາມຈຳເປັນ. ດັ່ງສະມາຊິກສະພາແຫ່ງຊາດ ໄດ້ສະເໜີມາວ່າມີຫລາຍໂຮງຮຽນຂາດຄູ ແລະ ຍຸບໂຮງຮຽນ ເປັນຕົ້ນຢູ່ເມືອງໂຂງ ແຂວງຈຳປາສັກ, ຖ້າມີຄວາມຈຳເປັນຄືແນວນັ້ນ ກະຊວງພາຍໃນ ຄິດວ່າ ໃຫ້ພາກສ່ວນກ່ຽວຂ້ອງ ເປັນຜູ້ສະເໜີຫາລັດຖະບານ ໂດຍຜ່ານກະຊວງພາຍໃນ ພິຈາລະນາອະນຸມັດ ເປັນແຕ່ລະກໍ ລະນີ ສະເພາະຄວາມຈຳເປັນເທົ່ານັ້ນ. ຄຽງຄູ່ກັນນັ້ນ, ລັດ ຖະບານ ກຳລັງຫັນຫົວໜ່ວຍວິຊາການ ທີ່ມີລາຍຮັບໄປກຸ້ມຕົນເອງ ທາງດ້ານງົບປະມານເທື່ອລະກ້າວ ແລະ ຫັນເອົາພະນັກງານລັດຖະກອນ ໃນຂົງເຂດທີ່ມີລາຍຮັບດັ່ງກ່າວ ຮັບເອົາພະນັກງານຕາມສັນຍາ ແລະ ອາສາສະໝັກເປັນພະລາກອນ ເພື່ອຫລຸດຜ່ອນພາລະແບກຫາບ ທາງດ້ານງົບປະ ມານ ຂອງລັດຖະບານໃນຊຸມປີຕໍ່ໜ້າ.

ໃນປີ 2023 ນີ້ ອີງໃສ່ຂໍ້ຫຍຸ້ງຍາກລວມທາງດ້ານເສດ ຖະກິດ, ລັດຖະບານ ໄດ້ສະເໜີໃຫ້ສະພາແຫ່ງຊາດພິຈາ ລະນາ ຕົວເລກລັດຖະກອນໃໝ່ທັງໝົດມີພຽງ 800 ຄົນ ເຊິ່ງໃນນີ້ ລັດຖະບານກໍໄດ້ໃຫ້ທິດຊີ້ນຳວ່າ ຕ້ອງໃຫ້ບູລິມະສິດ 2 ຂະແໜງການສຶກສາ ແລະ ສາທາລະນະສຸກ ເຮັດໃຫ້ບາງກະຊວງ ອົງການຂັ້ນສູນກາງ ຫລື ແຂວງຈຳນວນໜຶ່ງອາດຈະບໍ່ໄດ້ຕົວເລກລັດຖະກອນ ເພາະຕົວເລກດັ່ງກ່າວແມ່ນເນັ້ນໃສ່ຄູ ແລະ ແພດອາສາສະໝັກ ທີ່ຢູ່ເຂດຫ່າງໄກສອກຫລີກ ເຂດທຸລະກັນດານ ເປັນຕົ້ນ ຜູ້ທີ່ປະຕິ ບັດໜ້າທີ່ວຽກງານມາຫລາຍປີເປັນຕົ້ນຕໍ.​

ຂ່າວ: ມະນີທອນ
ພາບ: ຂັນໄຊ

error: Content is protected !!