ລັດຖະມົນຕີກະຊວງ ອຄ ຊີ້ແຈງຕໍ່ ສສຊ ໃນ
ບັນຫາເຄັ່ງຮ້ອນ ທີ່ສັງຄົມໃຫ້ຄວາມສົນໃຈ

ບາງບັນຫາໃຫຍ່ ກຳລັງເຄັ່ງຮ້ອນ ທີ່ບັນດາສະມາຊິກສະພາແຫ່ງຊາດ ກໍຄືສັງຄົມໃຫ້ຄວາມສົນໃຈຫລາຍ ເພື່ອໃຫ້ລັດຖະບານ ກໍຄືກະຊວງທີ່ກ່ຽວຂ້ອງຕ້ອງຫາວິທີແກ້ໄຂ ໂດຍສະເພາະ ການສະໜອງນ້ຳມັນເຊື້ອໄຟ, ການຄຸ້ມຄອງລາຄາສິນຄ້າ, ການຄຸ້ມຄອງການນຳເຂົ້າ-ສົ່ງອອກ ແລະ ການສົ່ງເສີມວິສາຫະກິດ-ການຄຸ້ມຄອງກອງທຶນສົ່ງເສີມຈຸນລະວິສາຫະກິດ ແລະ ທຸລະກິດຂະໜາດກາງ-ຂະໜາດນ້ອຍ.
ຕໍ່ກັບບັນຫາດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ລັດ ຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງ ແລະ ແລກປ່ຽນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 7 ທັນວາ 2022 ວ່າ: ເລີ່ມແຕ່ກາງປີ 2022 ເປັນຕົ້ນມາ ໄດ້ມີສະພາບການຂາດແຄນນ້ຳມັນເຊື້ອໄຟເປັນວົງກວ້າງ, ປ້ຳນ້ຳມັນຫລາຍປ້ຳຫລາຍແຫ່ງໄດ້ປິດບໍລິການ ເຮັດໃຫ້ລົດອັ່ງອໍຕິດເປັນແຖວຍາວ ເພື່ອເຂົ້າໃສ່ນ້ຳມັນ ຕາມປ້ຳຂາຍຍ່ອຍທີ່ເປີດໃຫ້ບໍລິ ການ ແລະ ບາງແຂວງທີ່ມີນ້ຳມັນສະໜອງໃຫ້ສັງຄົມ ແລະ ການຜະລິດບໍ່ພຽງພໍ. ການສະໜອງນ້ຳມັນເຊື້ອໄຟ ໃນໄລ ຍະຜ່ານມາ ຕົວເລກການນຳເຂົ້ານ້ຳມັນເຊື້ອໄຟ ສະເພາະໃນເດືອນພະຈິກຜ່ານມານີ້ ມີຈຳນວນ 120 ລ້ານລິດ ໃນນີ້ມີກາຊວນປະມານ 95 ລ້ານລິດ, ນ້ຳມັນແອັດຊັງ 24 ລ້ານລິດ, ແອັດຊັງພິເສດ 775,​000 ລິດ ສະເລ່ຍແລ້ວການນຳເຂົ້ານ້ຳມັນເຊື້ອໄຟ ບໍລິມາດການຊົມໃຊ້ພາຍໃນປະມານ 100-120 ລ້ານລິດ ຂຶ້ນກັບລະດູການ. ການສະໜອງນ້ຳມັນເຊື້ອໄຟພາຍໃນປະເທດ ແຕ່ເດືອນ 7 ມາຮອດປັດຈຸບັນແມ່ນຢູ່ໃນສະພາບປົກກະຕິໂດຍພື້ນຖານ, ເຖິງຢ່າງໃດກໍ ຕາມ ຍັງມີບາງເຂດຂອງແຂວງ ທີ່ມີການສະໜອງນ້ຳມັນເຊື້ອໄຟບໍ່ພຽງພໍ, ມີປ້ຳຂາຍຍ່ອຍຫລາຍປ້ຳປິດກິດຈະການ, ມີການເປີດ-ປິດປ້ຳຂາຍຍ່ອຍບໍ່ປົກກະຕິ, ນ້ຳມັນບາງຊະນິດຂາດປ້ຳ, ລາຄາຂາຍໜ້າປ້ຳບໍ່ຖືກຕາມລາຄາທີ່ລັດຖະ ບານກຳນົດ. ທັງນີ້ ໄດ້ມີ ສສຊ ຍົກຂຶ້ນມາຕົວຢ່າງລາຄານ້ຳມັນເຊື້ອໄຟຢູ່ແຂວງບໍລິຄຳໄຊ ຈະສູງກວ່າລາຄານ້ຳມັນຢູ່ນະຄອນຫລວງວຽງຈັນ ທັ້ງທີ່ຢູ່ແຂວງດັ່ງກ່າວມີບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ. ຕໍ່ກັບບັນຫາດັ່ງກ່າວ ທ່ານລັດຖະມົນຕີໄດ້ຊີ້ແຈງວ່າ: ພັນທະພາສີອາກອນນ້ຳມັນເຊື້ອໄຟແມ່ນ ອີງໃສ່ 7 ຈຸດຄື ຢູ່ນະຄອນຫລວງວຽງຈັນ, ໄຊຍະບູລີ, ຊຽງຂວາງ, ບໍ່ແກ້ວ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາ ສັກ, ຈາກນັ້ນແມ່ນບວກຄ່າຂົນສົ່ງ. ສະເພາະແຂວງບໍລິຄຳໄຊ ການຂົນສົ່ງ ແມ່ນໄດ້ບວກຄ່າຂົນສົ່ງທາງບັກຕື່ມອີກເນື່ອງຈາກມີຂົນສົ່ງທາງນ້ຳ ຫລື ທາງທ່າ ຈຶ່ງເຮັດໃຫ້ນ້ຳມັນຢູ່ບໍລິຄຳໄຊ ນັ້ນມີຕົ້ນທຶນທີ່ສູງກວ່າຢູ່ແຂວງອື່ນ.
ທ່ານ ລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ເຖິງວ່າໄລຍະຜ່ານມາ ລາຄານ້ຳມັນຈະສູງຂຶ້ນກໍຕາມ, ລັດຖະບານ ແມ່ນໄດ້ທົບທວນ ການເພີ່ມຄ່າຂົນສົ່ງ ເພາະວ່າຄ່າຂົນສົ່ງນ້ຳມັນກໍເພີ່ມຂຶ້ນເປັນເງົາຕາມຕົວກັບລາຄານ້ຳມັນ ເຮັດໃຫ້ໃນເດືອນ 12 ນີ້ ອີງຕາມແຈ້ງການຂອງ ສຳນັກງານນາຍົກລັດຖະມົນຕີ ກໍໄດ້ເພີ່ມຄ່າຂົນສົ່ງຂຶ້ນຈາກ1-1,1 ກີບ/ລິດ/ກິໂລ ເປັນ 1,5 ກີບ/ລິດ/ກິໂລ ເຊິ່ງການຈັດຕັ້ງປະບັດແມ່ນພວກເຮົາຈະທົບທວນຄືນຕື່ມອີກວ່າ ມັນຈະແທດເໝາະກັບສະພາບຄວາມເປັນຈິງສ່ຳໃດ. ເຖິງຢ່າງໃດກໍຕາມກະ ຊວງອຸດສາຫະກຳ ແລະ ການຄ້າ ໃນນາມຄະນະຮັບຜິດ ຊອບຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ຍັງຈະໄດ້ລົງສົມທົບກັບທ້ອງຖິ່ນ ເພື່ອຊຸກຍູ້ ຮ່ວມມື ແລະ ພ້ອມກັນຄົ້ນຄວ້າບັນດາໂຄງປະກອບລາຄາສິນຄ້າ ແລະ ລາຄານ້ຳມັນຢູ່ໃນ ສປປ ລາວຕື່ມອີກ. ເບິ່ງລວມແລ້ວສາເຫດ ແລະ ປັດໄຈ ຂອງການຂາດແຄນນ້ຳມັນ ໃນໄລຍະຜ່ານມາ ແມ່ນມີທັງປັດໄຈພາຍໃນ ແລະ ພາຍນອກ ລວມທັງລາຄາໃນຕະ ຫລາດໂລກປັບໂຕສູງຂຶ້ນ, ແຫລ່ງສະໜອງຂອງປະເທດອ້ອມຂ້າງມີການຈຳກັດການສົ່ງອອກ ໂດຍສະເພາະແມ່ນປະເທດເພື່ອນບ້ານຂອງເຮົາ. ປັດຈຸບັນ ເຮົານຳເຂົ້ານ້ຳມັນເຊື້ອໄຟຈາກໄທ ປະມານ 90%, ຈາກຫວຽດນາມ ປະມານ 10%, ແຕ່ໃນໄລຍະຜ່ານມີການຈຳກັດການສົ່ງອອກທາງເບື້ອງໄທ ເນື່ອງຈາກແຕ່ລະປະເທດ ຕ້ອງຮັກສາຄວາມໝັ້ນຄົງທາງດ້ານພະລັງງານຂອງຕົນເອງ ຈຶ່ງເຮັດໃຫ້ມີການຂາດແຄນນ້ຳມັນເຊື້ອໄຟ. ສ່ວນອັດຕາແລກປ່ຽນເງິນຕາລະ ຫວ່າງທະນາຄານກັບຕະຫລາດ ກໍມີຊ່ອງວ່າງ ຈຶ່ງເຮັດໃຫ້ນ້ຳ ມັນຂາດແຄນ, ການເຂົ້າເຖິງເງິນຕາຕ່າງປະເທດບໍ່ພຽງ ພໍ, ເງິນກີບອ່ອນຄ່າ ແລະ ເງິນເຟີ້ສູງຂຶ້ນນີ້ເປັນປັດໄຈໜຶ່ງທີ່ເຮັດໃຫ້ນ້ຳມັນຂາດແຄນ. ຕໍກັບບັນຫານີ້, ລັດຖະບານກໍໄດ້ສຸມໃສ່ແກ້ໄຂຢ່າງເອົາໃຈໃສ່ ແລະ ເອົາຈິງເອົາຈັງ ເປັນຕົ້ນ ໄດ້ສຸມໃສ່ການແກ້ໄຂ ບັນຫາການສະໜອງນ້ຳມັນພາຍໃນປະເທດ ຢ່າງໃກ້ຊິດຕິດແທດ ໂດຍໄດ້ໃຊ້ຫລາຍມາດຕະການ. ພ້ອມກັນນັ້ນ ກໍໄດ້ແຕ່ງຕັ້ງຄະນະສະເພາະກິດລະ ດັບສູງກາງ ເພື່ອຊີ້ນຳຢ່າງໃກ້ຊິດ ຕາມທິດເພື່ອບໍ່ໃຫ້ນ້ຳມັນເຊື້ອໄຟຂາດ ເຊິ່ງມັນເປັນບັນຫາໜຶ່ງທີ່ສຳຄັນຫລາຍ, ທັງນີ້ກໍໄດ້ມີຄວາມພະຍາຍາມ ໃນການປະສານສົມທົບລະຫວ່າງຂະແໜງການ ແລະ ບໍລິສັດ ນຳເຂົ້ານ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ເພື່ອຕິດຕາມສະພາບ, ກຳນົດໂຄງສ້າງ ແລະ ປັບລາຄານ້ຳມັນໃຫ້ເໝາະສົມ. ນອກຈາກນີ້, ລັດຖະ ບານຍັງໄດ້ຈັດສັນເງິນຕາ ໃຫ້ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ, ສະໜອງເງິນຕາໃຫ້ແກ່ບໍລິສັດ ນຳເຂົ້ານ້ຳມັນເຊື້ອໄຟ ໂດຍຜ່ານທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະ ກິດ. ພ້ອມກັນນີ້, ລັດຖະບານ ກໍໄດ້ອອກແຈ້ງການປັບລາ ຄານ້ຳມັນເຊື້ອໄຟ ພາຍຫລັງປ້ຳນ້ຳມັນປິດ ເພື່ອແກ້ໄຂການຍາດໃສ່ນ້ຳມັນ, ຫລຸດອາກອນລົງ ໂດຍສະເພາອາກອນຊົມໃຊ້ນ້ຳມັນແອັດຊັງຈາກ 21% ມາເປັນ 5%, ກາຊວນ ຈາກ 11% ມາເປັນ 0%; ພ້ອມກັນຄົ້ນຄວ້າ ແລະ ຮັບຮອງມາດ ຕະຖານນ້ຳມັນກາຊວນ ເພື່ອສົ່ງເສີມການຊົມໃຊ້ພາຍໃນ ແລະ ຫລຸດຜ່ອນການນຳເຂົ້າ, ໄດ້ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ຜູ້ປະກອບການສຶກສາ ແລະ ສັ່ງຊື້ນ້ຳມັນໃນປະລິມານຫລາຍ ຫລື ເປັນລັອດໃຫຍ່ຈາກແຫລ່ງໃໝ່ທີ່ມີລາຄາຖືກລົງ ເຊິ່ງໃນພາກປະຕິບັດຕົວຈິງແລ້ວຍັງບໍ່ທັນສາມາດເຮັດໄດ້ ຍ້ອນມາດຕະການຂວ້ຳບາດຕໍ່ບາງປະເທດຂອງຜູ້ສະໜອງນ້ຳມັນ, ຍ້ອນປະລິມານການຊົມໃຊ້ພາຍໃນໜ້ອຍຫລາຍ ແຕ່ຄ່າຂົນສົ່ງແພງ, ຖ້າລາຄານ້ຳມັນຍັງມີການເໜັງຕີງຫລາຍ ເຮັດໃຫ້ຊ່ອງວ່າງອັດຕາແລກ ປ່ຽນລະຫວ່າງທະນາຄານ ແລະ ຕະຫລາດ ເຮັດໃຫ້ມີຄວາມສ່ຽງຕໍ່ຜູ້ນຳເຂົ້າ. ແຕ່ວ່າຜູ້ປະກອບການ ຫລືຜູ້ນຳເຂົ້າກໍໄດ້ມີການສຶກສາເລື່ອງນ້ຳມັນ ຈາກປະເທດທີ່ຜະລິດ ລວມທັງຢູ່ເອີຣົບ, ຕາເວັນອອກກາງ ແລະ ອາຊີ ແຕ່ການປະຕິບັດຕົວຈິງ ແມ່ນຍັງບໍ່ທັນມີບໍລິສັດໃດສາມາດນຳເຂົ້າເປັນລັອດໃຫຍ່ເທື່ອ. ພ້ອມກັນນີ້ ກໍໄດ້ຊຸກຍູ້ຜູ້ປະກອບການສຶກສາໃນການສັ່ງຊື້ນ້ຳມັນ ແລະ ຄົ້ນຄວ້າຫາທາງອອກອື່ນໆເພີ່ມເຕີມ ເປັນຕົ້ນ ການສ້າງຕະຫລາດຊື້-ຂາຍນ້ຳມັນ ແບບການປະມູນ, ການສ້າງໂຮງກັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ການຂົນສົ່ງນ້ຳມັນຜ່ານທາງລົດໄຟ, ການເຮັດທໍ່ສົ່ງນ້ຳມັນຈາກປະເທດເພື່ອນບ້ານ ແລະ ອື່ນໆ ເຊິ່ງຍັງຕ້ອງໄດ້ໃຊ້ເວລາຄົ້ນຄວ້າ ໂດຍຜູ້ທີ່ມີປະສົບການ.
ເພື່ອແກ້ໄຂບັນໃນສະເພາະໜ້າ ແລະ ຍາວນານ ທາງກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າກຳນົດທິດທາງ ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຈຳນວນໜຶ່ງ ໂດຍການສຸມໃສ່ຊຸກຍູ້, ສະໜອງ ແລະ ປະສານສົມທົບກັບບັນດາຂະແໜງການສະໜອງເງິນຕາຕ່າງປະເທດ ໃຫ້ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ສາມາດແລກປ່ຽນເພື່ອຊຳລະໃຫ້ຜູ້ສະໜອງຕ່າງປະເທດຕາມລະບົບສັນຍາໃນໄລຍະສັ້ນ ໃນການປະມູນການເກັບຊື້ລາຍຍ່ອຍ. ພ້ອມກັນນີ້ ຈະໄດ້ຮ່ວມກັບທະນາ ຄານແຫ່ງ ສປປ ລາວ ແລະ ຂະແໜງການທີ່ກ່ຽວຂ້ອງ ແກ້ ໄຂບັນຫາ ຊ່ອງວ່າງອັດຕາແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງທະນາຄານກັບຕະຫລາດ; ຈະໄດ້ມີປັບລາຄານ້ຳມັນເຊື້ອໄຟ ດ້ວຍການດັດສົມເພື່ອບໍ່ໃຫ້ມັນຂຶ້ນແຮງ ແລະ ລົງແຮງເກີນໄປ ເພື່ອຮັບປະກັນຜົນປະໂຫຍດໃຫ້ເໝາະສົມລະຫວ່າງສາມພາກສ່ວນຄືລັດ, ຜູ້ນຳເຂົ້າ ແລະ ຜູ້ຊົມໃຊ້; ເພີ່ມທະວີການໂຄສະນາປຸກລະດົມ ໃຫ້ທົ່ວສັງຄົມໄດ້ເຂົ້າ ໃຈເຖິງສະພາບຄວາມຫຍຸ້ງຍາກ ຂອງປະເທດເຮົາ ແລະ ອອກມາດຕະການຫລຸດຜ່ອນການບໍລິໂພກນ້ຳມັນເຊື້ອໄຟແບບຟຸມເຟືອຍ ແລະ ບໍ່ເກີດປະໂຫຍດ. ໃນໄລຍະກາງນີ້ພວກເຮົາກໍຈະໄດ້ປະສານ ກັບປະເທດເພື່ອນມິດໃນລະ ດັບລັດຖະບານ ເປັນຕົ້ນແມ່ນປະເທດຜູ້ຜະລິດນ້ຳມັນ ເພື່ອສ້າງເງື່ອນໄຂໃຫ້ບໍລິສັດຜູ້ນຳເຂົ້ານຳມັນເຊື້ອໄຟຂອງລາວ ສາມາດເຈລະຈາກັບຜູ້ຜະລິດນ້ຳມັນ ແລະກ້າວໄປສູ່ການຊື້ຂາຍຮ່ວມກັນໃນແບບມີຕົ້ນທຶນທີ່ຕ່ຳກວ່າຕະຫລາດໃນປັດຈຸບັນ.
ຂ່າວ: ມະນີທອນ, ພາບ: ຂັນໄຊ

error: Content is protected !!