ອັດຕາເງິນເຟີ້ ຂອງ ລາວ ເພີ່ມຂຶ້ນ 38.​5% ໃນເດືອນ​ພະຈິກ

ອັດຕາເງິນເຟີ້ໃນເດືອນພະຈິກ 2022 ຍັງມີທ່າອ່ຽງເພີ່ມຂຶ້ນຢູ່ໃນລະດັບ 38.​5% ທຽບໃສ່ເດືອນດຽວກັນຂອງປີຜ່ານມາ, ແຕ່ຖ້າທຽບໃສ່ເດືອນຕຸລາ 2022 ເພີ່ມຂຶ້ນເລັກໜ້ອຍ, ສາເຫດມາຈາກການອ່ອນຄ່າຂອງເງິນກີບ ເມື່ອທຽບກັບເງິນຕາຕ່າງປະເທດ ກະທົບໃສ່ສິນຄ້າ ໂດຍສະເພາະແມ່ນສິນຄ້ານໍາເຂົ້າທີ່ຍັງເໜັງຕີງສູງ ແລະ ລາຄານ້ຳມັນເຊື້ອໄຟຍັງສືບຕໍ່ຜັນຜວນ.
ອີງຕາມບົດລາຍງານຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ລວມເດືອນພະຈິກ 2022 ທຽບປີຕໍ່ປີ ຫຼື ທຽບກັບເດືອນດຽວກັນຂອງປີຜ່ານມາ ຍັງມີທ່າອ່ຽງເພີ່ມຂຶ້ນຢູ່ໃນລະດັບ 38.​5% (ເດືອນຕຸລາ 2022 ແມ່ນ 36.​7%) ຊຶ່ງໝວດທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກວ່າໝູ່ແມ່ນໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 55.​4%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 42.​3%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 30.​97% ແລະ ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 30.​41%.
ປັດໄຈ ແລະ ສາເຫດຕົ້ນຕໍ ຂອງການເພີ່ມຂຶ້ນອັດຕາເງິນເຟີ້ເດືອນພະຈິກ 2022 ແມ່ນການອ່ອນຄ່າຂອງເງິນກີບທຽບກັບເງິນຕາຕ່າງປະເທດເຊັ່ນ: ເງິນໂດລາ, ບາດ, ຢວນ ແລະ ອື່ນໆ ຍັງສືບຕໍ່ກະທົບໃສ່ສິນຄ້າ ໂດຍສະເພາະແມ່ນສິນຄ້ານໍາເຂົ້າທີ່ຍັງເໜັງຕີງສູງ ທຽບກັບໄລຍະດຽວກັນປີຜ່ານມາ; ລາຄານ້ຳມັນເຊື້ອໄຟຍັງສືບຕໍ່ຜັນຜວນ ແລະ ຍັງສູງຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຊຶ່ງປັດໄຈດັ່ງກ່າວໄດ້ກະທົບໃສ່ລາຄາອື່ນໆມີຕົ້ນທຶນເພີ່ມຂຶ້ນ; ການເພີ່ມຂຶ້ນຂອງດັດຊະນີລາຄາ, ເງິນເຟີ້ຂອງປະເທດຄູ່ຄ້າ ເຮັດໃຫ້ສິນຄ້ານຳເຂົ້າມີລາຄາສູງຂຶ້ນ.
ການປ່ຽນແປງປີຕໍ່ປີ ຫຼື ອັດຕາເງິນເຟີ້ລວມ ຂອງ ສປປ ລາວ ໃນເດືອນພະຈິກ 2022 ທຽບກັບເດືອນດຽວກັນ ຂອງ ປີຜ່ານມາ ເພີ່ມຂຶ້ນ 38.​5% ຊຶ່ງມີການເໜັງຕີງຂອງໝວດສິນຄ້າ ແລະ ບໍລິການດັ່ງລຸ່ມນີ້: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 42.​7%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 22.​6%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 25.​7%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 24.​1%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 30.​4%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42.​0%, ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນສູງເຖິງ 55.​4%, ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 12.​4%, ໝວດການບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 18.​5%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 31.​0% ແລະ ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 25.​5%.
ຂ່າວ-ພາບ: ຄ. ຄຳປະສິດ

error: Content is protected !!