ນັກກິລາ​ ແຂວງ​ ຄໍາມ່ວນ ຍາດຕື່ມໄດ້ 3 ຫລຽນຄໍາ
ແລະ 1 ຫລຽນທອງ ຈາກ​ ຊຽງຂວາງເກມ 2022

ວັນທີ 5 ທັນວາ 2022, ທັບນັກກິລາແຂວງ​ ຄໍາມ່ວນ ໄດ້ສົ່ງທີມນັກກິລາລົງແຂ່ງຂັນໃນ 2 ປະເພດກິລາຄື: ແລ່ນ-ລານ ແລະ ຍິງທະນູ ເຊິ່ງເປັນການແຂ່ງຂັນຮອບຊີງຊະນະເລີດ ທັງສອງປະເພດໃນມະຫາກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ. ໃນນີ້ທັບນັກກິລາແຂວງຄໍາມ່ວນ ຍັງໂຊຟອມໄດ້ຢ່າງຮ້ອນແຮງ ແລະ ຍາດຫລຽນຄໍາໄດ້ຕື່ມອີກ 2 ຫລຽນຈາກກິລາແລ່ນ-ລານ (ຍິງ) ໃນລາຍການແລ່ນ 1.500 ແມັດ ເຊິ່ງເປັນຜົນງານຂອງ ນາງ ລົດແກ້ວ ອິນທະກຸມມານ ແລະ ແລ່ນ 100 ແມັດ ແມ່ນຜົນງານຂອງ ນາງ ສີລິນາ ພະອາໄພ. ສ່ວນວ່າກິລາຍິງທະນູ (ຍິງ) ໄດ້ແຂ່ງຂັນໃນ 2 ລາຍການຄື : ລາຍການຍິງທະນູທົດລອງກໍາລັງດວນດ່ຽວ ຍາດໄດ້ 1 ຫລຽນຄໍາ ຈາກຜົນງານຂອງນາງ ເພັດດາວັນ ສຸກຜາລີ ແລະ ລາຍການຍິງທະນູຄັນໂກ່ງດວນດ່ຽວ ຍາດມາໄດ້ 1 ຫລຽນທອງຈາກຜົນງານຂອງນາງ ອ່ອນຕາ ປະເສີດ, ລວມຫລຽນຄໍາທີ່ຍາດມາໄດ້ຈາກສອງປະເພດດັ່ງກ່າວໃນວັນທີ 5 ທັນວາ 2022 ຈໍານວນ 3 ຫລຽນຄໍາ ແລະ 1 ຫລຽນທອງ ເຊິ່ງຈະໄດ້ມີການມອບຫລຽນລາງວັນໃນມື້ຕໍ່ໄປ.
ສ່ວນວັນທີ 6 ທັນວາ 2022 ແຂວງຄໍາມ່ວນ ຂອງພວກເຮົາໄດ້ລົງສືບຕໍ່ການແຂ່ງຂັນໃນ 2 ປະເພດກິລາຮອບຊີງຊະນະເລີດຄື: ຍິງທະນູ ປະເພດຄູປະສົມຄັນໂກ່ງ ແລະ ທົດກໍາລັງ. ສ່ວນກິລາ ແລ່ນ-ລານ ມີການແຂ່ງຂັນໃນລາຍການ 5,​000 ແມັດ ຊາຍ-ຍິງ.
ຂ່າວ-ພາບ: ພະແນກສຶກສາທິການ ແລະ ກິລາຄໍາມ່ວນ

error: Content is protected !!