ເງິນກີບອ່ອນຄ່າ ຍ້ອນການຄຸ້ມຄອງເງິນຕາ ບໍ່ທັນຮັດກຸມ

ໃນວັນທີ 5 ທັນວາ 2022, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປີ 2022 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງໄດ້ຊີ້ເຖິງປັດໄຈຕົ້ນຕໍທີ່ພາໃຫ້ເງິນກີບອ່ອນຄ່າ ແມ່ນຍ້ອນເງິນລົງທຶນຈາກຕ່າງປະເທດ ຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານ. ຂະນະດຽວກັນ, ການຄຸ້ມຄອງເງິນຕາຕ່າງປະເທດ ຂອງທຸກພາກສ່ວນກ່ຽວຂ້ອງ ໃນ ສປປ ລາວ ຍັງບໍ່ທັນກົມກຽວ ແລະ ຮັດກຸມ ສົ່ງຜົນໃຫ້ຍັງມີສະພາບລາຍຮັບ ທີ່ເປັນເງິນຕາຕ່າງປະເທດຈາກການສົ່ງອອກ ແລະ ເງິນລົງທຶນ ຈາກຕ່າງ ປະເທດຈໍານວນຫລາຍ ຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານຕາມລະບຽບການ ເຮັດໃຫ້ເງິນ ຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານຫນ້ອຍກວ່າທີ່ຄວນຈະເປັນ.
ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຍັງກ່າວວ່າ: ບັນຫາດັ່ງກ່າວໄດ້ສ້າງຄວາມບໍ່ສົມດຸນກັນລະ ຫວ່າງ ຄວາມຕ້ອງການ ແລະ ຄວາມສາມາດສະໜອງເງິນຕາຕ່າງປະເທດ ແລະ ກາຍເປັນປັດໄຈຕົ້ນຕໍ ທີ່ພາໃຫ້ເງິນກີບທຽບເງິນໂດລາ ອ່ອນຄ່າ 19,44% ແລະ ເງິນກີບທຽບເງິນບາດ ອ່ອນຄ່າ 18,02% ຮອດທ້າຍເດືອນກັນຍາ; ສຳລັບສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫລາດນອກລະບົບ ສໍາລັບອັດຕາເງິນກີບ ທຽບໃສ່ເງິນໂດລາ ຢູ່ໃນລະດັບ 12,33% ແລະ ອັດຕາເງິນກີບທຽບ ໃສ່ເງິນບາດ ຢູ່ໃນລະດັບ 4,27%. ການອ່ອນຄ່າຂອງເງິນກີບຍັງໄດ້ສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນຮອດລະດັບສອງຕົວເລກນັບແຕ່ເດືອນພຶດສະພາເປັນຕົ້ນມາ ແລະ ຄາດວ່າຈະຍັງສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ ເພາະສິນຄ້ານໍາເຂົ້າໄດ້ກວມເຖິງໜຶ່ງສ່ວນສາມ. ພ້ອມນີ້, ສະພາບເສດຖະກິດ ຂອງບັນດາປະເທດໃນທົ່ວໂລກໂດຍລວມ ໄລຍະ 9 ເດືອນຕົ້ນປີ 2020 ຍັງບໍ່ ທັນຟື້ນຕົວໄດ້ເຕັມທີ່ ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍຕ້ອງມາປະເຊີນກັບ ສິ່ງທ້າທາຍອັນໃໝ່ຈາກອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງໃນຮອບຫລາຍສິບປີ ຊຶ່ງໃນເບື້ອງຕົ້ນ ຫລາຍປະເທດໃນໂລກ ໄດ້ປະເມີນວ່າ ສາເຫດທີ່ພາໃຫ້ສະພາບເງິນເຟີ້ເພີ່ມສູງຂຶ້ນນັ້ນ ແມ່ນຍ້ອນການຢຸດສະງັກ ຂອງຕ່ອງໂສ້ການຜະລິດ ບວກໃສ່ກັບ ການປະຕິບັດການພິເສດທາງການທະຫານ ລະຫວ່າງອູແກຣນ ແລະ ຣັດເຊຍ ໃນຕົ້ນປີ 2022 ທີ່ເຮັດລາຄາພະລັງງານ ແລະ ລາຄາສະບຽງອາຫານ ເພີ່ມຂຶ້ນເກືອບເທົ່າຕົວ ພາໃຫ້ຫລາຍກວ່າ 80 ປະເທດໃນໂລກ ໄດ້ຕົກໃນພາວະເງິນເຟີ້ຢູ່ໃນລະດັບສອງຕົວເລກ.
ທ່ານ ຜູ້ວ່າການທະນາຄານ ແຫ່ງສປປ ລາວ ກ່າວອີກວ່າ: ສະຖາບັນການເງິນສາກົນຫລາຍແຫ່ງຂອງໂລກ ໄດ້ຄາດຄະເນອັດຕາເງິນເຟີ້ທົ່ວໂລກ ໃນປີ 2022 ຈະສູງເຖິງ 8,8%. ເພື່ອແກ້ໄຂສະພາບດັ່ງກ່າວ, ຫລາຍທະນາຄານກາງໃນທົ່ວໂລກ ຈຶ່ງໄດ້ດໍາເນີນນະໂຍບາຍການ ເງິນ-ເງິນຕາ ແບບຮັດກຸມ ເປັນຕົ້ນ ທະນາຄານກາງ ສະຫະລັດອາເມລິກາ(FED) ໄດ້ປັບຂຶ້ນອັດຕາດອກເບ້ຍ ນະໂຍບາຍໃນລະດັບທີ່ສູງ ຈາກລະດັບ 0,25% ໃນຕົ້ນປີ ເປັນ 4% ໃນປັດຈຸບັນ ແລະ ຄາດວ່າຈະສືບຕໍ່ປັບ ຂຶ້ນສູງເຖິງລະດັບ 4,5%-7% ໃນກາງປີ 2023 ຊຶ່ງຈະເຮັດໃຫ້ ສະກຸນເງິນໂດລາສາຫະລັດ ແຂງຄ່າຂຶ້ນຢ່າງຕໍ່ ເນື່ອງ ແລະ ສ້າງເເຮງກົດດັນເຮັດໃຫ້ຄ່າເງິນຂອງຫລາຍປະເທດໃນທົ່ວໂລກ ລວມທັງ ສປປ ລາວ ອ່ອນຄ່າລົງໃນ ລະດັບ 10%-30% ເປັນຕົ້ນ: ສະກຸນເງິນເອີໂຣ, ເຢນ, ເປໂຊ, ບາດ ແລະ ອື່ນໆ ຊຶ່ງຈະພາໃຫ້ທະນາຄານກາງ ໃນຂົງເຂດອາຊຽນກໍລ້ວນແຕ່ຈະເພີ່ມອັດຕາດອກເບ້ຍອ້າງອີງ ເພື່ອແກ້ໄຂສະພາບເງິນເຟີ້.
ຂ່າວ ສົມຫວັງ ພາບ:ຂັນໄຊ, ອ່າຍຄຳ

error: Content is protected !!