ທ່ານ ນາງ ວິລະວອນ ພັນທະວົງ ລົງຢ້ຽມຢາມ ແລະ ຊຸກຍູ້ຕິດຕາມການຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ຢູ່ເມືອງສິງ

ໃນລະຫວ່າງທີ່ລົງມາເຄື່ອນໄຫວວຽກງານ ຢູ່ແຂວງຫຼວງນໍ້າທາ ຂອງທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃນວັນທີ 1 ທັນວາ 2022 ທີ່ຜ່ານມາ ຢູ່ສໍານັກງານຫ້ອງວ່າການ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຕ້ອນຮັບ ທ່ານ ນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ຊຸກຍູ້ ຕິດຕາມການຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ຢູ່ເມືອງດັ່ງກ່າວ.

ທ່ານ ໜານມອນ ແກ້ວສິງໄຊ, ຮອງເລຂາພັກເມືອງ, ຜູ້ຊີ້ນໍາ ວຽກງານແນວຄິດ ແລະ ພັກ-ພະນັກງານ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ຂອງເມືອງສິງ ແຂວງຫຼວງນໍ້າທາ ຕ້ອນຮັບທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ເຊິ່ງທ່ານໄດ້ລາຍງານສະພາບໂດຍລວມຂອງເມືອງ ກໍຄືສະພາບການການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ກໍຄືວຽກງານສະພາບແນວຄິດ-ຫາງສຽງສັງຄົມໃນທົ່ວເມືອງ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນໄລຍະຜ່ານມາ, ໃນນັ້ນ ພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການປາບປາມຢາເສບຕິດ ຢູ່ເມືອງສິງ.

ຈາກນັ້ນ, ທ່ານ ສົມດີ ແກ້ວມະນີວົງ, ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງສິງ ແຂວງຫຼວງນໍ້າທາ ກໍໄດ້ພາລົງເບິ່ງຕົວແບບການລ້ຽງໄກ່ພັນໄຂ່ຂອງຟາມໄກ່ທ່ານ ເກົາຫີນ ບ້ານອຸດົມສິນ; ລົງເບິ່ງບັນຍາກາດຂະບວນລົດຂົນສົ່ງສິນຄ້າ ເຂົ້າ-ອອກ ຢູ່ດ່ານ ຕມ ປາງໄຮ ເຊິ່ງເປັນດ່ານຊາຍແດນ ລາວ-ຈີນ; ລົງເບິ່ງຈຸດບຳບັດຜູ້ຕິດຢາເສບຕິດກຸ່ມບ້ານມອມ ເຊິ່ງມີຄົນພວມບໍາບັດ 98 ຄົນ ຍິງ 33 ຄົນ ແລະ ລົງເບິ່ງ ສວນປູກໝາກກ້ຽງ ຢູ່ບ້ານແສນແອນ ເຊິ່ງມີເນື້ອປະມານ 60 ກວ່າເຮັກຕາ…

ຂ່າວໃຫ້ຮູ້ອີກວ່າ: ການລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສິງໃນຄັ່ງນີ້ ຂອງທ່ານ ນາງ ວິລະວອນ ພັນທະວົງ, ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທ່ານຍັງໄດ້ມອບປຶ້ມ 2 ວັນປະຫວັດສາດ ລາວ-ຫວຽດນາມ ປີ 2022 ຈໍານວນໜຶ່ງ ໃຫ້ທ່ານ ຮອງເລຂາພັກເມືອງ ຜູ້ຊີ້ນໍາ ວຽກງານແນວຄິດ ແລະ ພັກ-ພະນັກງານ; ມອບປຶ້ມ 2 ວັນປະຫວັດສາດ ລາວ-ຫວຽດນາມ ປີ 2022 ແລະ ອຸປະກອນຮັບໃຊ້ວຽກງານວິຊາສະເພາະ ຈໍານວນໜຶ່ງ ໃຫ້ຄະນະໂຄສະນາອົບຮົມເມືອງ ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງໃຫ້ແພດໝໍ ກໍຄືເຈົ້າໜ້າທີ່ ປກຊ-ປກສ ທີ່ປະຈໍາການ ຢູ່ສູນບໍາບັດຢາເສບຕິດບ້ານມອມ ອີກດ້ວຍ.

(ພາບ-ຂ່າວ: ມີໄຊ)

error: Content is protected !!