ແຈ້ງເຕືອນ​! ກຽມຮັບມືຝົນຕົກໜັກ, ຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ​ ໄລຍະ​ 29 ເມສາ ຫາ 02 ພຶດສະພາ

ວັນທີ​ 28​ ເມສາ​ 2022​ ນີ້​ ກົມອຸຕຸນິຍົມ ແລະ ອຸທົກກະສາດ​ ອອກແຈ້ງເຕືອນຝົນຕົກໜັກຟ້າຮ້ອງຟ້າເຫຼື້ອມ ແລະ ລົມພັດແຮງ​ ໃນໄລຍະວັນທີ 29 ເມສາ ຫາ 02 ພຶດສະພາ 2022​ ເນື່ອງຈາກວ່າຄວາມກົດດັນຕໍ່າຂອງອາກາດຮ້ອນຈະມີກໍາລັງແຮງເພີ້ມຂື້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນອົບເອົ້າ​ ແລະ ຈະມີຝົນຕົກໜັກຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້:

• ໄລຍະວັນທີ 29 – 30 ເມສາ 2022: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນເຊັ່ນ: ນະຄອນຫຼວງ ວຽງຈັນ, ແຂວງ ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

• ໄລຍະວັນທີ 30 ເມສາ ຫາ 01 ພຶດສະພາ 2022: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງ ວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

• ໄລຍະວັນທີ 01 ຫາ 02 ພຶດສະພາ 2022: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປເພ່, ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້າ.

error: Content is protected !!