ອັດຕະປື ສົ່ງອອກຢາງພາລາ ສາມາດສ້າງລາຍໄດ້ຫຼາຍກວ່າ 23 ລ້ານໂດລາຕໍ່ປີ

ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໃຫ້ສຳພາດ ວັນທີ 18 ພະຈິກ 2022 ນີ້ວ່າ: ຢູ່ແຂວງ ອັດຕະປື ມີ 5 ບໍລິສັດ ຈາກ ສສ ຫວຽດນາມ ໄດ້ຮັບອະນຸຍາດ ໃນການລົງທືນສໍາປະທານທີ່ດິນ ເພື່ອປູກຢາງພາລາ ແລະ ສ້າງຕັ້ງໂຮງງານປຸງແຕ່ງຢາງພາລາ ຢູ່ 4 ເມືອງຄື: ເມືອງ ໄຊເສດຖາ, ເມືອງສາມັກຄີໄຊ, ເມືອງ ຊານໄຊ ແລະ ເມືອງ ພູວົງ.

ແຕ່ປີ 2008 ການປູກຢາງພາລາ ຢູ່ແຂວງອັດຕະປື ມີເນື້ອທີ່ປູກຢາງພາລາທັງໝົດ 15,564 ກວ່າເຮັກຕາ. ແຕ່ຈຸບັນ, ມີເນື້ອທີ່ສາມາດກີດເອົານໍ້າຢາງໄດ້ແລ້ວ 9.123 ກວ່າເຮັກຕາ, ຜົນຜະລິດເປັນນໍ້າຢ່າງ 46.531 ກວ່າໂຕນຕໍ່ປີ, ຜະລິດເປັນຢາງກ້ອນໄດ້ປະມານ 15.510 ກວ່າໂຕນ.

ໃນນັ້ນ ສົ່ງອອກເປັນນໍ້າຢາງຈໍານວນ 7.812 ກວ່າໂຕນ ມູນຄ່າ 2,7 ລ້ານ ກວ່າໂດລາສະຫະລັດ ແລະ ສົ່ງອອກເປັນຢາງກ້ອນ ຈຳ ນວນ 12,900 ກວ່າໂຕນ ມູນຄ່າ 20,6 ລ້ານກວ່າໂດລາສະຫະລັດ, ລວມມູນຄ່າສົ່ງອອກທັງໝົດ 23 ລ້ານກວ່າໂດລາສະຫະລັດຕໍ່ປີ.

ທ່ານ ພອນປະເສີດ ທອງສີທາວົງ ໃຫ້ຮູ້ຕື່ມວ່າ: ບັນດາໂຄງການປູກຢາງພາລາ ທີ່ແຂວງອັດຕະປື ແມ່ນໄດ້ຮັບການອະນຸຍາດ ຖືກຕ້ອງຕາມລະບຽບຫລັກການ ແລະ ກົດໝາຍທຸກຂັ້ນຕອນ ແລະ ບັນດາໂຄງການດັ່ງກ່າວ ໄດ້ກາຍ ເປັນຖານລາຍຮັບທີ່ໝັ້ນຄົງ ໃຫ້ແກ່ພໍ່ແມ່ປະຊາຊົນ ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ສ້າງລາຍຮັບໃຫ້ທ້ອງຖິ່ນ ແລະ ໄດ້ປະກອບສ່ວນສໍາຄັນ ໃນການພັດທະນາເສດຖະ ກິດ-ສັງຄົມ ຂອງແຂວງອັດຕະປື ໃຫ້ມີການຂະຫຍາຍຕົວເທື່ອລະກ້າວ.

ແຫຼ່ງຂ່າວ: ປະເທດລາວ

error: Content is protected !!