ກອງທັບ ຍາດໄດ້ 31 ຫຼຽນ ນຳໜ້າເຈົ້າຫຼຽນຄຳ ກິລາຍິງປືນ “ຊຽງຂວາງ ເກມ”

ທີມນັກກິລາຍິງປືນ ກະຊວງປ້ອງກັນປະເທດ ຫຼື ກອງທັບ ສ້າງຜົນງານໄດ້ຢ່າງໂດເດັ່ນ ສາມາດຍາດມາໄດ້ເຖິງ 10 ຫຼຽນຄຳ, 11 ຫຼຽນເງິນ ແລະ 10 ຫຼຽນທອງ ລວມທັງໝົດ 31 ຫຼຽນ ອັນດັບທີ 2 ກະຊວງປ້ອງກັນຄວາມສະຫງົບ (ປກສ) ຍາດໄດ້ 8 ຫຼຽນຄຳ, 7 ຫຼຽນເງິນ ແລະ 8 ຫຼຽນທອງ ລວມ 23 ຫຼຽນ. ການແຂ່ງຂັນກິລາຍິງປືນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄລຍະທຳອິດ ໄດ້ສຳເລັດລົງໃນວັນທີ 20 ພະຈິກ ຜ່ານມາ ພາຍຫຼັງທີ່ໄດ້ດຳເນີນການແຂ່ງຂັນມາແຕ່ວັນທີ 14 ພະຈິກ ຊຶ່ງມີ ກະຊວງປ້ອງກັນປະເທດ (ກອງທັບ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ), ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄຳມ່ວນ ແລະ ເຈົ້າພາບ ແຂວງຊຽງຂວາງ ເຂົ້າຮ່ວມຊີງໄຊ ຊຶ່ງໄລຍະທຳອິດມີການຊີງໄຊທັງໝົດ 18 ຫຼຽນຄຳ, 18 ຫຼຽນເງິນ ແລະ 36 ຫຼຽນທອງ ຈາກການຊີງໄຊທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ.

ຜ່ານການແຂ່ງຂັນຜົນປະກົດວ່າ: ນຳໜ້າເຈົ້າຫຼຽນຄຳ ຕົກເປັນຂອງ ກອງທັບ ສາມາດຍາດໄດ້ 10 ຫຼຽນຄຳ, 11 ຫຼຽນເງິນ ແລະ 10 ຫຼຽນທອງ ລວມທັງໝົດ 31 ຫຼຽນ, ອັນດັບທີ 2 ປກສ ຍາດໄດ້ 8 ຫຼຽນຄຳ, 7 ຫຼຽນເງິນ ແລະ 8 ຫຼຽນທອງ, ອັນດັບທີ 3 ນະຄອນຫຼວງວຽງຈັນ ຍາດໄດ້ 9 ຫຼຽນທອງ, ອັນດັບທີ 4 ແຂວງຫຼວງພະບາງ ຍາດໄດ້ 4 ຫຼຽນທອງ, ອັນດັບທີ 5 ແຂວງຄຳມ່ວນ ຍາດໄດ້ 3 ຫຼຽນທອງ ແລະ ອັນດັບທີ 6 ແຂວງຊຽງຂວາງ ຍາດໄດ້ 2 ຫຼຽນທອງ.

ລາຍການດັ່ງກ່າວ ໄດ້ແບ່ງອອກເປັນ 3 ໄລຍະ ຊຶ່ງການແຂ່ງຂັນ ໄລຍະທີ 1 ແລະ ໄລຍະທີ 2 ແຂ່ງຂັນ ທີ່ສະໜາມກິລາຝຶກຊ້ອມຍິງປືນ 5 ເມສາ ແລະ ໄລຍະທີ 3 ແຂ່ງຂັນ ທີ່ໂຮງຮຽນນາຍສິບ ປກສ ແຂວງຊຽງຂວາງ ຊຶ່ງມີການຊີງໄຊທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ. ສະເພາະໄລຍະທຳອິດ ແຂ່ງຂັນສຳເລັດໄປແລ້ວ ລະຫວ່າງວັນທີ 14-20 ພະຈິກ 2022 ມີການຊີງໄຊ 18 ຫຼຽນຄຳ, 18 ຫຼຽນເງິນ ແລະ 36 ຫຼຽນທອງ ປະກອບມີ ປືນສັ້ນອັດລົມ ໄລຍະ 10 ແມັດດ່ຽວ ແລະ ທີມຍິງ-ຊາຍ, ປືນຍາວອັດລົມ ໄລຍະ 10 ແມັດດ່ຽວ ແລະ ທີມຍິງ-ຊາຍ, ປືນສັ້ນຍິງຊ້າ 50 ແມັດດ່ຽວ ແລະ ທີມຊາຍ, ປືນຍາວທ່ານອນໄລຍະ 10 ແມັດດ່ຽວ ແລະ ທີມຍິງ ແລະ ປືນຍາວ 3 ທ່າ ໄລຍະ 10 ແມັດດ່ຽວ ແລະ ທີມຍິງ-ຊາຍ. ສ່ວນໄລຍະທີ່ສອງຈະເລີ່ມກັບມາແຂ່ງຂັນລະຫວ່າງວັນທີ 23-29 ພະຈິກ 2022 ຊຶ່ງຈະມີການຊີງໄຊ 8 ຫຼຽນຄຳ, 8 ຫຼຽນເງິນ ແລະ 16 ຫຼຽນທອງ ຈາກປະເພດປືນຍາວເປົ້າເລື່ອນ ຫຼື ປະເພດປືນເທັນນິ້ງ ທາເກັດ, ໃນນັ້ນ ປະກອບມີລາຍການຍິງພາກຊ້າ 4 ຫຼຽນຄຳ ຈາກດ່ຽວຍິງ-ຊາຍ ແລະ ທີມຍິງ-ຊາຍ ແລະ ຍິງພາກປະສົມ ຊ້າບວກໄວ 4 ຫຼຽນຄຳ ດ່ຽວຍິງ-ຊາຍ ແລະ ທີມຍິງ-ຊາຍ ແລະ ໄລຍະສຸດທ້າຍ ຈະແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບ ປກສ ແຂວງຊຽງຂວາງ ມີການຊີງໄຊ 8 ຫຼຽນຄຳ, 8 ຫຼຽນເງິນ ແລະ 16 ຫຼຽນທອງ ຈາກປະເພດ ປືນສັ້ນ 15 ແມັດ ຊີງໄຊ 4 ຫຼຽນຄຳ ແລະ ປືນສັ້ນ 25 ແມັດ ຍິງ-ຊາຍ ຊີງໄຊ 4 ຫຼຽນຄຳ.

ຂ່າວ: ສົງການ ພັນແພງດີ

error: Content is protected !!