ນັກກິລາ ເທັນນິສ ແຂວງ ຫຼວງພະບາງ ຕັ້ງເປົ້າ 1 ຫຼຽນຄຳ ໃນງານມະຫະກຳກິລາແຫ່ງຊາດທີ່ ແຂວງ ຊຽງຂວາງເປັນເຈົ້າພາບ

ການແຂ່ງຂັນກິລາເທັນນິສ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ IX ທີ່ ແຂວງ ຊຽງຂວາງ ເປັນເຈົ້າພາບ ແຂວງຫຼວງພະບາງຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ລວມ 5 ຄົນ ແຂ່ງຂັນລວມມີ ດ່ຽວຊາຍ ແລະ ຄູ່ຊາຍ ມາຮອດປັດຈຸບັນນັກກິລາທັງໝົດ ໄດ້ເກັບຕົວຝຶກຊ້ອມທີ່ນະຄອນຫຼວງວຽງຈັນ. ທ່ານ ສົມສັກ ອ່ອນຈັນ ປະທານສະຫະພັນກິລາເທັນນິດ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ສຳລັບນັກກິລາເທັນນິດ ທີ່ຈະເປັນຕົວແທນເຂົ້າຮ່ວມແຂ່ງຂັນ ໃຫ້ກັບແຂວງຫຼວງພະບາງ ແມ່ນໄດ້ຜ່ານການຄັດເລືອກຢູ່ພາຍໃນແຂວງຈຳນວນ 1 ຄົນ ແລະ ໄດ້ຄັດເລືອກເອົານັກກິລາ ຢູ່ສະໂມສອນເທັນນິດ ອາໂນໄທ ອີກ 4 ຄົນ ປັດຈຸບັນນັກກິລາທັງໝົດ ໄດ້ໂຮມຕົວກັນຝຶກຊ້ອມ ຢູ່ນະຄອນຫຼວງວຽງຈັນ ແລະ ຈະເດີນທາງໄປຮ່ວມແຂ່ງຂັນຕາມກຳນົດເວລາ, ໂດຍລວມສະພາບນັກກິລາແມ່ນມີຄວາມພ້ອມທຸກດ້ານ. ສໍາລັບຄວາມຫວັງໃນການເຂົ້າຮ່ວມແຂ່ງຂັນຊຸດນີ້ ຈະໃຫ້ໄດ້ຢ່າງນ້ອຍ 1 ຫຼຽນຄຳ.

ສຳລັບກິລາເທັນນິດ ຈະມີການແຂ່ງຂັນທີ່ເດີ່ນເທັນນິກໄຊຊະນະ ໂດຍຊີງທັງໝົດ 7 ຫຼຽນຄຳ ໃນນັ້ນ ຊາຍ 3 ຫຼຽນຄຳ, ຍິງ 3 ຫຼຽນຄຳ ແລະ ປະສົມ 1 ຫຼຽນຄຳ ເລີ່ມການແຂ່ງຂັນໃນວັນທີ 15-19 ທັນວາ ຈຶ່ງຈະສຳເລັດ.

ຂ່າວ: ຫຼວງພະບາງ

error: Content is protected !!