ຈັບກຸມຜູ້ຄ້າສັດປ່າ ທີ່ລັກລອບເອົາເສືອຈາກ ລາວ ໄປຂາຍຢູ່ ໄທ

ຈັບກຸມຜູ້ຄ້າສັດປ່າ ທີ່ລັກລອບນຳເຂົ້າລູກເສືອ 4 ໂຕ ເຂົ້າໄປປະເທດໄທ ໂດຍຂາຍລູກເສືອໃນລາຄາ 1.5 ລ້ານບາດ (ປະມານ 750 ລ້ານກີບ) ໃຫ້ກັບຜູ້ຕິດຕໍ່ຈະຊື້.

ໃນວັນທີ 15 ພະຈິກ 2022 ຕຳຫຼວດກອງປາບປາມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັບກຸມຜູ້ຖືກຫາ ລັກລອບນຳເຂົ້າລູກເສືອ 4 ໂຕຈາກ ສປປ ລາວ ໃນນັ້ນມີ ໂຕຜູ້ 2ໂຕ ໂຕເມຍ 2 ໂຕ ແລະ ຈະຂາຍໃຫ້ຜູ້ຮັບຊື້ຈຳນວນ 2 ລ້ານບາດ.

ເຊິ່ງຜູ້ທີ່ຕິດຕໍ່ຊື້ນັ້ນ ເປັນສາຍລັບທີ່ປອມໂຕເປັນຜູ້ຕິດຕໍ່ຊື້ ພາຍຫຼັງໄດ້ຕິດຕໍ່ເຈລະຈາ ພໍ່ຄ້າໄດ້ຫຼຸດໃຫ້ເຫຼືອ 1.5 ລ້ານບາດ ໂດຍມີກຳນົດສົ່ງລູກເສືອ ທີ່ປ້ຳນ້ຳມັນແຫ່ງໜຶ່ງ ໃນເມືອງມຸກດາຫານ ປະເທດໄທ ໃນຊ່ວງເຊົ້າວັນອັງຄານ ທີ 15 ພະຈິກ.

ຜ່ານການສອບສວນສາມາດຮູ້ໄດ້ວ່າ ຜູ້ກ່ຽວຊື່ ຖະນັດ ວົງສານ ອາຍຸ 63 ປີ ລາວໄດ້ຊື້ລູກເສືອປ່າຈາກຄົນໃນ ສປປ ລາວ ແລະ ເຈົ້າໜ້າທີ່ຕຳຫຼວດກໍຈະໄດ້ນຳເອົາລູກເສືອທັງໝົດ ສົ່ງໄປສູນເພາະພັນສັດປ່າ ເພື່ອຮັບລ້ຽງຢ່າງເໝາະສົມ.

ແຫຼ່ງຂໍ້ມູນ: https://laopost.com/

error: Content is protected !!