ປີ້ງໄກ່ລາດເຊໂນ ແລະ ເຄື່ອງປັ້ນດິນເຜົາ ບ້ານຜັກຂະຫຍ່າ ໄດ້ຮັບການຢັ້ງຢືນ ຜະລິດຕະພັນໂອດັອບ

ຫວ່າງບໍ່ດົນມານີ້, ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະ ຫວັນນະເຂດ ພ້ອມດ້ວຍພະນັກງານວິຊາການ ຂະແໜງສົ່ງເສີມວິສາຫະກິດ ຂະໜາດນ້ອຍ-ກາງ ແລະ ການຄ້າ ລົງຊຸກຍູ້ຂະບວນການຜະລິດສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” (ໂອດັອບ) ຫຼື ສິນຄ້າພູມປັນຍາຊາວບ້ານຢູ່ຮາກຖານທ້ອງຖິ່ນຂັ້ນເມືອງ, ເມືອງອຸທຸມພອນ ແລະ ເມືອງອາດສະພອນ ຊຶ່ງທັງ 2 ເມືອງແມ່ນໄດ້ຮັບການຢັ້ງຢືນມີ ສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” (ໂອດັອບ) ມາແລ້ວ ຄື: ເມືອງອຸທຸມພອນ ແມ່ນປີ້ງໄກ່ລາດເຊໂນ ແລະ ເມືອງອາດສະພອນ ແມ່ນ ເຄື່ອງປັ້ນດິນເຜົາ ບ້ານຜັກຂະຫຍ່າ.

ເພື່ອເປັນການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານໃນຂົງເຂດອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ 2021-2025, ແຜນປີ 2022 ແລະ ວາລະແຫ່ງຊາດ 2021-2023 ໃຫ້ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ແລະ ວຽກສົ່ງເສີມການຜະລິດເປັນສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” (ໂອດັອບ) ເປັນວຽກງານໜຶ່ງທີ່ສຳຄັນ ທີ່ນອນໃນພື້ນຖານເສດຖະກິດຂອງ ສປປ ລາວ.

ໃນຕອນເຊົ້າ ຄະນະໄດ້ເຮັດວຽກຮ່ວມກັບ ຄະນະກຳມະການໂອດັອບຂັ້ນເມືອງອຸທຸມພອນ ແລະ ຜູ້ປະກອບການ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພົງ ສຸລິເຍດ ຮອງເຈົ້າເມືອງ ທັງເປັນປະ ທານຄະນະກຳມະການໂອດັອບຂັ້ນເມືອງ ກອງປະຊຸມໄດ້ມີການປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຕໍ່ການປັບປຸງຜະລິດຕະພັນ ໂອດັອບ ປີ້ງໄກ່ລາດເຊໂນ ໂດຍສະເພາະ ການຫຸ້ມຫໍ່ບັນຈຸພັນ (ໂລໂກ້) ແລະ ຕູ້ແກ້ວເກັບຮັກສາໃນການວາງຂາຍເພື່ອຄວາມສະອາດຖືກສຸຂະອະນາໄມ ຊຶ່ງຜົນຂອງການປຶກສາ ຫາລືຄາດວ່າໃນທ້າຍປີ 2022 ຜະລິດຕະພັນປີ້ງໄກ່ລາດເຊໂນ ຈະໄດ້ມີການບັນຈຸຫຸ້ມຫໍ່ທີ່ເປັນເອກະ ລັກສະເພາະຢ່່າງແນ່ນອນ.

ໃນຕອນບ່າຍຂອງວັນດຽວກັນ ທາງຄະນະກໍໄດ້ເດີນທາງ ໄປເຮັດວຽກຮ່ວມກັບ ຄະນະກຳມະການ ໂອດັອບ ຂັ້ນເມືອງ ແລະ ກຸ່ມຜະລິດເຄື່ອງປັ້ນດິນເຜົາ ເມືອງອາດສະພອນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນ, ຜ່ານການແລກປ່ຽນຄຳຄິດຄຳເຫັນ ຍັງເຫັນວ່າ ກຸ່ມຜະລິດເຄື່ອງປັ້ນດິນເຜົາ ບ້ານຜັກຂະຫຍ່າ ຍັງຕ້ອງໄດ້ມີການປັບປຸງຢູ່ບາງດ້ານເຊັ່ນ: ປັບປຸງການ ຈັດຕັ້ງ, ໂຄງຮ່າງການຈັດຕັ້ງຂອງກຸ່ມ, ຂະບວນການ ແລະ ຕ່ອງໂສ້ການຜະລິດຄືນໃໝ່ ໃຫ້ມີການນຳໃຊ້ ເຄື່ອງມື ຫຼື ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດ ຊຶ່ງໃນໄລຍະຜ່ານມາຜະລິດຕະພັນ ເຄື່ອງປັ້ນດິນເຜົາຂອງກຸ່ມ ເຫັນວ່າມີຄວາມຕ້ອງການຂອງຕະຫຼາດຫຼາຍສົມຄວນ ແຕ່ການຜະລິດຍັງເຮັດ ໄດ້ໜ້ອຍຕອບສະໜອງບໍ່ໄດ້ກັບຄວາມຕ້ອງການຂອງຕະຫຼາດ, ຫຼັງຈາກນັ້ນ ຄະນະ ພ້ອມດ້ວຍຄະນະ ກຳມະການໂອດັອບຂັ້ນເມືອງ ນຳພາໂດຍທ່ານເຈົ້າເມືອງອາດສະພອນ ກໍໄດ້ລົງຊຸກຍູ້, ແນະນຳກຸ່ມຜະລິດເຄື່ອງປັ້ນດິນເຜົາ ແລະ ກວດກາເບິ່ງຄືນເຕົາເຜົາຂອງກຸ່ມ ຢູ່ສະຖານທີ່ຜະລິດຕົວຈິງ ຕື່ມອີກ.

ຂ່າວ-ພາບ: ສະຫວັນ

error: Content is protected !!