ຊຽງຂວາງ ມີຄວາມພ້ອມ 100% ແລ້ວ ທີ່ເປັນເຈົ້າພາບ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI

ຊຽງຂວາງ ມີຄວາມພ້ອມເປັນເຈົ້າພາບ ຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI, ມາຮອດປັດຈຸບັນ ແຂວງຊຽງຂວາງ ໄດ້ມີຄວາມພ້ອມ 100% ເພື່ອເປັນເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້ ເຊິ່ງແຂວງຊຽງຂວາງ ໄດ້ມີຄວາມພ້ອມໃນທຸກໆດ້ານ ໂດຍສະເພາະ ດ້ານບຸກຄະລາກອນ, ນັກກິລາ, ສະຖານທີ່ພັກເຊົາ, ສະບຽງອາຫານ, ສະໜາມແຂ່ງຂັນກິລາ ທຸກປະເພດ ແລະ ອື່ນໆ.

ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ຊຽງຂວາງ ລາຍງານໃຫ້ຮູ້ໃນວັນທີ 11ພະຈິກ 2022 ຜ່ານມານີ້ວ່າ: ມາຮອດປັດຈຸບັນ ແຂວງ ຊຽງຂວາງ ໄດ້ມີຄວາມພ້ອມໃນທຸກດ້ານ ໃນການເປັນເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ເປັນຕົ້ນ ສະໜາມຮັບໃຊ້ການແຂ່ງຂັນກິລາ ແມ່ນມີຄວາມພ້ອມຈັດການແຂ່ງຂັນ 100% ເຊິ່ງມີທັງໝົດ 5 ຈຸດຄື: ສະໜາມທົ່ງໄຫຫີນ(ເປັນສະໜາມເປີດ-ປິດ ການແຂ່ງຂັນ), ສະໜາມໄຊຊະນະ(ບ້ານໂພນມີໄຊ); ສະໜາມວິທະຍາໄລຄູຄັງໄຂ; ສະໜາມຮົ່ມສວນມອນ (ບ້ານໂງຍ) ແລະ ສະໜາມຍິງປືນ ໂຮງຮຽນນາຍສິບ ປກສ ແຂວງ.

ພ້ອມນັ້ນ, ແຂວງຍັງໄດ້ແຕ່ງຕັ້ງຄະ ນະຮັບຜິດຊອບ ໃນການຫ້າງຫາກະກຽມ ດ້ານສະບຽງອາຫານ, ສະຖານທີ່ພັກເຊົາ ຂອງບັນດາການນຳຂັ້ນສູງ ທັງພາຍໃນ ແລະ ຕ່າງປະເທດ, ທີ່ພັກຄະນະນໍານັກກິລາ ແຕ່ລະພາກສ່ວນ, ທີ່ພັກຄູຝຶກ, ນັກກິລາ; ນອກນັ້ນ, ຍັງມີບ້ານພັກ ແລະ ໂຮງແຮມ ໄວ້ຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງພຽງພໍ.

ສຳລັບ ວຽກງານປ້ອງກັນຄວາມສະຫງົບ ໄດ້ນຳກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລົງຮາກຖານທ້ອງຖິ່ນບ້ານ, ກຸ່ມບ້ານ, ຈັນສັນເວນຍາມຕາມເສັ້ນທາງເຂົ້າ-ອອກ ແຂວງຊຽງຂວາງ ທຸກທິດທາງ, ພ້ອມບັນດາຈຸດແຂ່ງຂັນ ແລະ ທີ່ພັກນັກກິລາແຕ່ລະແຫ່ງ, ໄດ້ມອບໝາຍໃຫ້ບັນດາເມືອງທົ່ວແຂວງ ແລະ ປກສ, ປກຊ ບ້ານ ຈັດຕັ້ງເວນຍາມຮັກສາຄວາມສະຫງົບ, ຄວາມປອດໄພຮອບດ້ານຢູ່ຕາມສາຍທາງຕ່າງໆ.

ທ່ານ ສີວິໄລ ແສງຈະເລີນ ໃຫ້ຮູ້ອີກວ່າ: ງານມະຫາກຳກິລາແຫ່ງຊາດ ໃນຄັ້ງນີ້, ແຂວງຊຽງຂວາງ ໄດ້ສົ່ງນັກກິລາ 25 ປະເພດເຂົ້າຮ່ວມ ປັດຈຸບັນ ທຸກປະເພດກິລາ ແມ່ນໄດ້ເຂົ້າສູນຝຶກສ້ອມເລີ່ມແຕ່ ເດືອນກັນຍາ ເປັນຕົ້ນມາ ເຊິ່ງເຫັນວ່າທັບນັກກິລາແມ່ນມີຄວາມພ້ອມ 100%, ໃນນີ້ ມີຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 209 ຄົນ ແລະ ຄູເຝິກ 63 ຄົນ.

ນອກຈາກ ງານມະຫາກຳກິລາແຫ່ງຊາດແລ້ວ ແຂວງຊຽງຂວາງ ຍັງຈະມີງານສົມໂພດພະເຈົ້າອົງຫລວງ, ງານສະເຫລີມສະຫລອງ ໄຫຫີນເປັນມໍ ລະດົກໂລກ, ງານບຸນກິນຈຽງ ຂອງຊົນເຜົ່າມົ້ງ ແລະ ອື່ນໆ.

ແຫຼ່ງຂ່າວ: ຂປລ

error: Content is protected !!