ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາເຕີຍ ພະແນກ ພສປ ຢຶດລົດເຄນເກົ່າ ຈຳນວນ 02 ຄັນ ດຳເນີນຄະດີທາງພາສີ

ໃນເວລາ 13:00 ໂມງຂອງວັນທີ 06 ພະຈິກ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາເຕີຍພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ), ກົມພາສີ ກະຊວງການເງິນ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືຶອງດີວ່າ: ໄດ້ມີລົດເຄນເກົ່າໃຊ້ງານແລ້ວ ຈຳນວນ 02 ຄັນ, ໃສ່ລົດລາກ 22 ລໍ້ກຳລັງເຄື່ອນຍ້າຍມາແຕ່ແຂວງ ບໍ່ແກ້ວໄປສົ່ງຢູ່ແຂວງ ອຸດົມໄຊ.

ພາຍຫຼັງໄດ້ຮັບແຫຼ່ງຂ່າວ: ເຈົ້າໜ້າທີ່ພາສີປະຈຳຈຸດປະສານງານນາເຕີຍ, ກໍ່ໄດ້ຕິດຕາມ ແລະ ພົບເຫັນເປົ້າ ໜາຍຮອດເຂດບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ, ເຈົ້າໜ້າທີ່ພາສີ ພສປ, ຈຶ່ງໄດ້ຂໍອະນຸຍາດກວດກາເອກະສານ ແລະ ລົດຕົວຈິງຈຳນວນ 02 ຄັນ, ຜ່ານການກວດກາຕົວຈິງເຫັນມີແຕ່ເອກະສານຊື້-ຂາຍເປັນພາສີຈີນ, ສະບັບລົງວັນທີ 03 ພະຈິກ 2022 ຈຳນວນ 01 ສະບັບ ແລະ ເຫັນວ່າເປັນລົດບໍ່ທັນໄດ້ເສຍພາສີ-ອາກອນ.

ດັ່ງນັ້ນ, ຈຶ່ງເຊີນຄົນຂັບລົດ 22 ລໍ້ທັງ 02 ຄັນເຂົ້າໄປຫ້ອງການຈຸດປະສານງານນາເຕີຍ (ພສປ) ແລ້ວໄດ້ເອົາຄຳໃຫ້ການໃນເບື້ອງຕົ້ນພ້ອມທັງໄດ້ເຮັດບົດບັນທຶກຢຶດສິນຄ້າ, ເຄື່ອງຂອງ ແລະ ໄດ້ມອບສຳນວນຄະດີ ແລະ ຂອງກາງໃຫ້ພາສີ ປະຈຳແຂວງຫຼວງນ້ຳທາ, ເປັນຜູ້ດຳເນີນການສືບສວນ-ສອບສວນ ແລະ ແກ້ໄຂຄະດີທາງພາສີຕາມລະບຽບການ ແລະ ກົດໝາຍຂັ້ນຕອນຕໍ່ໄປ.

ແຫຼ່ງຂ່າວ: ກະຊວງການເງິນ

error: Content is protected !!