ມີມະຕິຕົກລົງ ດຳເນີນມາດຕະການຕໍ່ຜູ້ລະເມີດໃນການແຫ່ຜາສາດເຜິ້ງ ໂດຍບໍ່ໄດ້ຮັບອະນຸຍາດຢູ່ກົມມະລຽນດ້ານໃນພະທາດຫຼວງ ວຽງຈັນ

ຄະນະກຳມະການຮັບຜິດຊອບຈັດງານບຸນນະມັດ ສະການພະທາດຫຼວງ ວຽງຈັນ ປະຈຳປີ 2022 ໄດ້ມີມະຕິຕົກລົງ ເລກທີ 043/ນຊ.ນວ ລົງວັນທີ 7 ພະຈິກ 2022 ວ່າດ້ວຍການດຳເນີນມາດຕະການຕໍ່ຜູ້ລະເມີດໃນການແຫ່ຜາສາດເຜິ້ງໂດຍບໍ່ໄດ້ຮັບອະນຸຍາດຢູ່ກົມມະລຽນດ້ານໃນພະທາດຫຼວງ ວຽງຈັນ, ໃນນີ້ ດ້ານສາສະໜາ ແມ່ນ ມອບໃຫ້ຜູ້ນຳພາ ແລະ ຜູ້ເຂົ້າຮ່ວມໃນຂະບວນແຫ່ທັງໝົດທຸກຄົນໃຫ້ເຮັດພິທີສົມມາຄາລະວະພະທາດຫຼວງ ໃນວັນທີ 7 ພະຈິກ 2022 ປະກອບມີ: ຜາສາດເຜິ້ງ 4 ຜາສາດ, ໝາກເບັງ 4 ຄູ່, ຂັນຫ້າ ແລະ ຂັນແປດຢ່າງລະ 4 ຂັນ, ເງິນບູຊາຈຳນວນໜຶ່ງ ໂດຍເຮັດພິທີໄຫວ້ຢູ່ຫໍໄຫວ້ທັງ 4 ດ້ານ; ມອບໃຫ້ຜູ້ນຳພາ ແລະ ຜູ້ເຂົ້າຮ່ວມແຫ່ ສົມມາຄາລະວະພະສົງຂັ້ນ ອພສ ສູນກາງ ແຫ່ງ ສປປ ລາວ.

ມາດຕະການດ້ານກົດໝາຍ: ມອບໃຫ້ເຈົ້າໜ້າທີ່ ປກສ-ປກຊ ນຳຄະນະຮັບຜິດຊອບຈັດຂະບວນແຫ່ດັ່ງກ່າວມາສືບສວນ-ສອບສວນຕາມລະບຽບກົດໝາຍ.

ໃນລະຫວ່າງການຄົບງັນບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2022 ໄດ້ມີກຸ່ມຄົນຈຳນວນໜຶ່ງໄດ້ຈັດພິທີແຫ່ຜາສາດເຜິ້ງ ໂດຍບໍ່ໄດ້ຮັບອະນຸຍາດ ເຊິ່ງໃນຂະບວນແຫ່ໄດ້ມີການແຫ່ນາງສາວອ້ອມພະທາດຫຼວງດ້ານໃນ, ເຮັດໃຫ້ສັງຄົມໂດຍສະເພາະຜູ້ທີ່ມີໃຈສັດທາເຫຼື້ອມໃສຕໍ່ພະທາດຫຼວງວຽງຈັນ ກໍຄືຊາວພຸດທັງຫຼາຍ ເກີດຄວາມບໍ່ພໍໃຈ ວ່າ ເປັນການລົບຫຼູ່ ແລະ ບໍ່ສົມຄວນ ແລະ ບໍ່ເຄີຍມີການແຫ່ແບບນີ້ມາກ່ອນໃນງານບຸນທາດຫຼວງ ເຊິ່ງຜິດຕໍ່ຮີດຄອງປະເພນີອັນດີງາມຂອງລາວເຮົາ.

ໃນວັນທີ 8 ພະຈິກຜ່ານມາ, ທາງຜູ້ຮັບຜິດຊອບຈັດພິທີແຫ່ທີ່ບໍ່ໄດ້ຮັບອະນຸຍາດນັ້ນ ໄດ້ໂພສຂໍ້ຄວາມທາງເຟສບຸກສ່ວນຕົວ ໂດຍໄດ້ກ່າວຂໍໂທດຕໍ່ສັງຄົມ ແລະ ໄດ້ເຮັດພິທີສົມມາຄາລະວະພະທາດຫຼວງວຽງຈັນ ແລະ ຄູບາອາຈານໄປແລ້ວໃນຕອນແລງຂອງວັນທີ 7 ພະຈິກ 2022.

error: Content is protected !!