9 ເດືອນຜ່ານມາ ອັດຕະປື ສຸມໃສ່ການແກ້ໄຂຜົນກະທົບ ແລະ ຟື້ນຟູໄພພິບັດຢູ່ ເມືອງ ສະໜາມໄຊ

ທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາພັກ ຮອງເຈົ້າແຂວງ ອັດຕະປື ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງ ທີ່ເປີດຂຶ້ນຫວ່າງບໍ່ດົນມານີ້ວ່າ: ປັດຈຸບັນອໍານາດການປົກຄອງແຂວງອັດຕະປື ໄດ້ສຸມໃສ່ການແກ້ໄຂຜົນກະທົບ ແລະ ຟື້ນຟູໄພພິບັດຢູ່ ເມືອງ ສະໜາມໄຊ.

ໃນນີ້ວຽກງານຟື້ນຟູພື້ນຖານໂຄງລ່າງ ແລະ ຈັດສັນອາຊີບ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ, ໂດຍສະເພາະໂຄງການກໍ່ສ້າງເຮືອນຢູ່ຖາວອນຈໍານວນ 700 ຫຼັງ ມູນຄ່າ 24 ລ້ານ 5 ແສນໂດລາ ດ້ວຍທຶນຊົດເຊີຍບໍລິສັດຜູ້ພັດທະນາໂຄງການ, ມາຮອດປັດຈຸບັນປະຕິບັດສໍາເລັດໄປແລ້ວຫຼາຍກວ່າ 99% ຂອງໜ້າວຽກທັງໝົດ, ໃນນີ້ໄດ້ສໍາເລັດ ແລະ ມອບໃຫ້ປະຊາຊົນເຂົ້າຢູ່ທັງໝົດແລ້ວ 688 ຫຼັງ ແລະ ຍັງເຫຼືອພຽງແຕ່ 12 ຫຼັງເທົ່ານັ້ນ ທີ່ຍັງກໍ່ສ້າງບໍ່ທັນສໍາເລັດ ຊຶ່ງບ້ານດົງບາກໃໝ່ຫີນຄຳ ມີທັງໝົດຈໍານວນ 335 ຫຼັງ, ສໍາເລັດມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ 333 ຫຼັງ, ຍັງຄ້າງ 2 ຫຼັງ, ຍັງຄ້າງວຽກສຸຂະພັນ, ບານປະຕູ -ປ່ອງ ຢ້ຽມ, ໄຟຟ້າ, ຝາ ແລະ ອະນາໄມ, ບ້ານຫີນລາດ ມີທັງໝົດ 197 ຫຼັງ, ສໍາເລັດມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ 187 ຫຼັງ, ຍັງຄ້າງ 10 ຫຼັງ, ຍັງຄ້າງວຽກພະນັກ, ເພດານ, ໄຟຟ້າ, ສີ, ສຸຂະພັນ ແລະ ບານປະຕູ-ປ່ອງຢ້ຽມ, ບ້ານດອນບົກໃໝ່ແສງຈັນ ມີທັງໝົດ 70 ຫຼັງ, ມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ 70 ຫຼັງ,ບ້ານສະໝອງໃໝ່ປີນດົງ ມີທັງໝົດ 98 ຫຼັງ, ມອບໃຫ້ປະຊາຊົນແລ້ວ 98 ຫຼັງ, ສ່ວນໂຄງການກໍ່ສ້າງທາງ 18 ເອ ມູນຄ່າການກໍ່ສ້າງທັງໝົດ 96 ຕື້ກວ່າກີບ ມາຮອດປັດຈຸບັນປະຕິບັດໄດ້ 67.61% ຊຶ່ງຜ່ານມາໄດ້ຢຸດຕິການກໍ່ສ້າງຊົ່ວຄາວໄລຍະລະດູຝົນ ແລະ ຈະໄດ້ສືບຕໍ່ປະຕິບັດໃນມໍ່ໆນີ້, ໂຄງການກໍ່ສ້າງວັດ 2 ແຫ່ງ ມູນຄ່າລວມ 9 ຕື້ກວ່າກີບ ຢູ່ບ້ານດົງບາກໃໝ່ຫີນຄໍາ ແລະ ບ້ານຫີນລາດ ປະຕິບັດສໍາເລັດ 100%, ໂຄງການກໍ່ສ້າງຫ້ອງການບ້ານ 4 ບ້ານ ມູນຄ່າລວມ 5 ຕື້ກວ່າກີບ ປະຕິບັດສໍາເລັດ 100%,ໂຄງການກໍ່ສ້າງ ອາຄານຫ້ອງການປະສານງານ ບ້ານດົງບາກໃໝ່ຫີນຄໍາ ມູນຄ່າ 3 ຕື້ກວ່າກີບ ປະຕິບັດໄດ້ 100%, ໂຄງການກໍ່ສ້າງຕະຫຼາດ 3 ຈຸດ ມູນຄ່າທັງໝົດ 3 ຕື້ກວ່າກີບ ປະຕິບັດໄດ້ 100%,ໂຄງການກໍ່ສ້າງສະໜາມຂີ້ເຫຍື້ອ ບ້ານດົງບາກໃໝ່ຫີນຄໍາ ມູນຄ່າ 2 ຕື້ກວ່າກີບ ປະຕິບັດໄດ້ 100%,ໂຄງການກໍ່ສ້າງນ້ຳປະປາ 3 ພື້ນທີ່ ມູນຄ່າລວມ 22 ຕື້ກວ່າກີບ ປະຕິບັດໄດ້ຫຼາຍກວ່າ 90%, ວຽກງານກໍ່ສ້າງຊົນລະປະທານ 4 ແຫ່ງ ມູນຄ່າ 59 ຕື້ກວ່າກີບ ມີ 5 ສັນຍາສໍາເລັດແລ້ວ 100% ແລ້ວ 4 ສັນຍາ, ຍັງຄ້າງ 1 ສັນຍາຄື: ຫ້ວຍສະໝອງ 2 ປັດຈຸບັນປະຕິບັດໄດ້ 70%, ສາມາດສະໜອງນໍ້າໃຫ້ແກ່ການຜະລິດໄດ້ 1,070 ເຮັກຕາ, ການຈັດສັນອາຊີບ ມີສູນບໍລິການເຕັກນິກ 2 ແຫ່ງ ຫີນລາດ ແລະ ຕະມໍຢອດ ເພື່ອຮັບໃຊ້ເປັນບ່ອນຮຽນຮູ້ດ້ານເຕັກນິກກະສິກຳ ແລະ ເປັນບ່ອນປະສົມພັນປາ, ກົບ ແລະ ກ້າເບ້ຍໄມ້ ໃຫ້ແກ່ປະຊາຊົນ, ລະດູຝົນປີ 2022 ໃນ 4 ບ້ານປູກເຂົ້າໄດ້ 1.531 ເຮັກຕາ ລວມໃນ ແລະ ນອກເຂດຊົນລະປະທານ, ປັດຈຸບັນເກັບກ່ຽວຜົນຜະລິດໄດ້ປະມານ 30%, ປູກມັນຕົ້ນໄດ້ 1.276 ເຮັກຕາ ມີ 946 ຄອບຄົວ ປັດຈຸບັນເລີ່ມເກັບກູ້ຜົນຜະລິດ, ການສ້າງຕົວແບບການຜະລິດ ແລະ ການບໍລິການ ປະສົມພັນປາ ແລະ ກົບຢູ່ສະຖານີ 2 ແຫ່ງຄື: ຢູ່ສະຖານີຜະລິດລູກປາຕະມໍຢອດ ຜະລິດລູກປາໄດ້ 203,200 ໂຕ, ຜະລິດລູກກົບໄດ້ 12,000 ໂຕ, ຢູ່ສະຖານີຫີນລາດລ້ຽງປາໃນ ໜອງດິນ ຈຳນວນ 4 ໜອງ ມີປາ 13,000 ໂຕ ແລະ ສາມາດຜະລິດລູກປາໄດ້ 50,200 ໂຕ, ຜະລິດລູກກົບໄດ້ 200,000 ໂຕ, ມີກົນຈັກການຜະລິດກະສິກຳທີ່ທັນສະໄໝ ປັດຈຸບັນປະຊາຊົນສ່ວນຫຼາຍແມ່ນໄດ້ນໍາໃຊ້ກົນຈັກເຂົ້າໃນການຜະລິດ, ໄດ້ຊຸກຍູ້ບັນດາຜູ້ປະກອບການເຂົ້າໄປລົງທຶນຕາມນະໂຍບາຍ.

ເຖິງຢ່າງໃດກໍຕາມ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ໄດ້ຮັບການຟື້ນຟູກັບຄືນສູ່ສະພາບປົກກະຕິໂດຍໄວນັ້ນ ອໍານາດການປົກຄອງແຂວງອັດຕະປື ຈະໄດ້ສືບຕໍ່ບັນດາໂຄງການທີ່ບໍ່ທັນສໍາເລັດ ໃຫ້ສໍາເລັດຕາມສັນຍາ, ສືບຕໍ່ຈັດກອງປະຊຸມຮ່ວມກັບບໍລິສັດ ຜູ້ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ເພື່ອເອກະພາບຮັບຮອງເອົາຜົນການປະເມີນຜົນກະທົບດ້ານເສດຖະກິດຄົວເຮືອນ ຈໍານວນທັງໝົດ 19 ບ້ານ, ໃນລາຍການທີ 6 ໃຫ້ສໍາເລັດຕາມລະດັບຄາດໝາຍ,ພ້ອມທັງຕິດຕາມ, ຊຸກຍູ້ການເກັບກູ້ຜົນຜະລິດລະດູຝົນປີ 2022 ແລະ ສືບຕໍ່ປະຕິບັດແຜນການຜະລິດລະດູແລ້ງ 2022, ສືບຕໍ່ກະກຽມມອບ-ຮັບເຮືອນຖາວອນ 700 ຫຼັງ ໃຫ້ແກ່ປະຊາຊົນໃຫ້ສໍາເລັດ.

ຂ່າວ-ພາບ: ວັດທະນາ

error: Content is protected !!