ແຂ່ງຂັນກີລາຕີຄີ ປີນີ້ ຝ່າຍປະຊາຊົນ ເອົາຊະນະ ຝ່າຍພະນັກງານ 5-4

ໃນທຸກໆປີ ກໍຄືມື້ສຸດທ້າຍຂອງງານບຸນນະມັດສະການພະທາດຫຼວງ ຄືມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ຕອນເຊົ້າ ມີພິທີໃສ່ບາດ ແລ້ວໃນຕອນບ່າຍເພິ່ນຈະຈັດການເສັງຕີຄີ (ແຂ່ງຂັນກີລາຕີຄີ) ຂຶ້ນໃນເວລາ 12:30 ໂມງ ຂອງວັນທີ 8 ພະຈິກ 2020 ຢູ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫລວງ ວຽງຈັນ ລະຫວ່າງຝ່າຍປະຊາຊົນ ແລະ ຝ່າຍພະນັກງານລັດຖະກອນ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນະຄອນຫຼວງ ວຽງຈັນ ທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງ ວຽງຈັນ ພ້ອມດ້ວຍການນໍາພັກ-ລັດ ພະນັກງານລັດຖະກອນ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ກ່ອນການແຂ່ງຂັນ ຈະມີພິທີນໍາເອົາລູກຄີແຫ່ອ້ອມລານພະທາດຫຼວງ 3 ຮອບ ກວານຈໍ້າປະຈໍາບ້ານທາດຫຼວງ ໄດ້ພາຄະນະຝ່າຍພະນັກງານ ແລະ ຝ່າຍປະຊາຊົນ ຂຶ້ນໄປຄາລະວະ ກາບໄຫວ້ ບອກກ່າວ ຈາກນັ້ນແຫ່ຂະບວນເພື່ອນຳໄປທີ່ລານເດີ່ນພະທາດຫຼວງ ເຊິ່ງແບ່ງອອກເປັນ 2 ຝ່າຍຄື: ຝ່າຍຂອງປະຊາຊົນ ແລະ ຝ່າຍຂອງພະນັກງານລັດຖະກອນ ໂດຍໃຊ້ເວລາການແຂ່ງຂັນອອກເປັນ 2 ເວລາ ຄື ເວລາທຳອິດ 25 ນາທີ ແລະ ເວລາຫຼັງ 25 ນາທີ ສ່ວນຈຳນວນຂອງແຕ່ລະຝ່າຍປະມານ 20-25 ຄົນ ຜ່ານການແຂ່ງຂັນ ຜົນປາກົດວ່າ: ຝ່າຍຂອງປະຊາຊົນ ສາມາດເອົາຊະນະ ຝ່າຍຂອງເຈົ້າໜ້າທີທາງການ ໄປດ້ວຍປະຕູ 5 ຕໍ່ 4 ເຊິ່ງໄດ້ບົ່ງບອກເຖິງຄວາມສັກສິດ ຕາມການເຊື່ອຖືກັນມາຕັ້ງແຕ່ບູຮານນະການ ເຊິ່ງຜູ້ຊົງຄຸນນະວຸດບູຮານ ລາວ ເພິ່ນກ່າວວ່າ: ຖ້າປີໃດ ການແຂ່ງຂັນຕີຄີ ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານລັດຖະກອນໄດ້ ບ້ານເມືອງຈະຢູ່ເຢັນເປັນສຸກ   ເຊິ່ງໝາຍເຖິງການແຂ່ງຂັນຕີຄີ ຝ່າຍປະຊາຊົນຍັງເຂັ້ມແຂງ ສາມາດເອົາຊະນະ ຝ່າຍພະນັກງານ ເປັນການບົ່ງບອກເຖິງການສ່ຽງທວາຍຂອງຄົນບູຮານ ບ້ານເມືອງຈະບໍ່ອຶດເຂົ້າ ບໍ່ອຶດປາ ມີເຂົ້າເຕັມນາ ປາເຕັມໜອງ ບ້ານເມືອງມີຄວາມສະຫງົບປອດໄພ ການທຳມາຫາກິນມີແຕ່ທ່ວງທ່າທີ່ດີຂຶ້ນ ບ້ານເມືອງຈະສະຫງົບສຸກ ຮົ່ມເຢັນ ເຂົ້າປາອາຫານອຸດົມສົມບູນພູນສຸກ ຜົນຜະລິດຈຶ່ງອຸດົມດັ່ງນີ້.

ແນວໃດກໍຕາມ ເມື່ອການແຂ່ງຂັນຕີຄີສໍາເລັດແລ້ວ ກໍໄດ້ແຫ່ລູກຄີກັບຄືນ ແລະ ອັນເຊີນລູກຄີໄວ້ບ່ອນເກົ່າ ເຊິ່ງເມື່ອກ່ອນ ຕອນທີ່ປະເທດລາວເຮົາຍັງເປັນພະລາຊະອານາຈັກລາວນັ້ນ ບຸນນະມັດສະການພະທາດຫຼວງແຫ່ງນີ້ ເພິ່ນຍັງຈັດໃຫ້ມີການແຂ່ງມ້າ ແຂ່ງຊ້າງ ຍັງມີກີລາຕີໝໍ້ ຫຼິ້ນໝາກເດິ ຫຼິ້ນໝາກຜີຕາແຕກ ເຊືອກດຶງແອວ ເສັງກອງ ລຳເລື່ອງ ຂັບລຳ ແລະ ອື່ນໆ ເພື່ອຄົບງັນ ສ່ວນອາຫານການກິນ ກໍຈະມີເຂົ້າຫຼາມ ປິ້ງໄກ່ ເຂົ້າປຸ້ນ ເຂົ້າປາດ ເຂົ້າຕົ້ມ ເຂົ້າໃໝ່ ບັນດາປະເພນີທີມີການເສັງ (ແຂ່ງຂັນ) ດັ່ງກ່າວທີ່ເວົ້າມານີ້ ມາຮອດປັດຈຸບັນ ຍັງເຫຼືອແຕ່ເສັງຕີຄີ (ປັດຈຸບັນ ເອີ້ນວ່າ ການແຂ່ງຂັນກີລາຕີຄີ) ເຊິ່ງລູກຄີ ແມ່ນເຮັດດ້ວຍເຫງົ້າໄມ້ໄຜ່ຕັນ ທາສີຄຳ ແລະ ໄມ້ຄີນັ້ນ ແມ່ນເຮັດດ້ວຍໄມ້ໄຜ່ທີ່ທາສີແບ່ງອອກເປັນ 2 ຝັ່ງ ຄື:ທາສີຄຳ ແລະ ທາສີເງິນ.

ຂ່າວ – ພາບ : ສີພອນ

error: Content is protected !!