ຈັບຕົວສາມໜຸ່ມ! ຜູ້ກໍ່ເຫດຊິງຊັບ ດຶງໂທລະສັບ

ພົນລະເມືອງດີ ຈັບຕົວຜູ້ກໍ່ເຫດຊິງຊັບ ດຶງໂທລະສັບ ຂອງພົນລະເມືອງ ຢູ່ໜ້າຮ້ານ ມິນິມາກ ເຂດບ້ານ ສີວິໄລ,ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ຈໍານວນ 3 ຄົນ ໃນວັນທີ 24 ເມສາ 2022, ຫຼັງຈັບໄດ້ແລ້ວ ສນ 1191 ສະພັງເມີກ ໄດ້ນໍາຕົວພວກກ່ຽວມາທໍາການສອບສວນ ດໍາເນີນຄະດີ.

ຜ່ານການສອບສວນ ເບື້ອງຕົ້ນຮູ້ວ່າ: ຜູ້ກໍ່ເຫດຊື່ ທ້າວ ອາພິສີດ ຢູ່ບ້ານ ໂນສະອາດ, ເມືອງ ໄຊທານີ, ທ້າວ ອາລິຍະ ຢູ່ບ້ານ ຮ່ອງແຊງ, ເມືອງ ຈັນທະບູລີ ແລະ ທ້າວ ອະພິສິດໄຊ ອາຍຸ 19 ປີຢູ່ບ້ານ ຮ່ອງໄກ່ແກ້ວ, ເມືອງ ຈັນທະບູລີ ທັງສາມຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດຍາດຊິງຊັບແທ້; ເຊິ່ງໃນມື້ກໍ່ເຫດ ໄດ້ນັດກັນໃຫ້ທ້າວ ອະພິສິດ ເປັນຄົນຂັບຂີ່ລົດຈັກເລາະຂອງເຂດ ນວ ເພື່ອຊອກຫາເປົ້າໝາຍ ພໍຮອດເຂດໜ້າຮ້ານ ມິນີມາກ ບ້ານສີວິໄລ ພົບເຫັນເປົ້າໝາຍເປັນເພດຍິງ ຈິ່ງໄດ້ລົງມືກໍ່ເຫດຍາດຊິງເອົາໂທລະສັບ ຈິ່ງຖືກປະຊາຊົນຢູ່ເຂດໃກ້ຄຽງຈັບຕົວ, ສ່ວນໝູ່ອີກ 2 ຄົນແມ່ນລໍຖ້າຢູ່ເຮືອນພັກແຫ່ງໜຶ່ງເຂດ ເມືອງ ໄຊເສດຖາ ນວ, ຈາກນັ້ນເຈົ້າໜ້າທີ່ຈິ່ງສືບຕໍ່ກັກຕົວ. ປັດຈຸບັນ ສນ 1191 ສະພັງເມີກ ໄດ້ນໍາສົ່ງພວກກ່ຽວທັງ 3 ພ້ອມຂອງກາງລົດຈັກເວບ 100 ໜຶ່ງຄັນ ໃຫ້ກອງບັນຊາການ ປກສ ເມືອງ ໄຊທານີ ສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນ ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ໃຫ້ມີສະຕິ ຮັກສາຊັບສິນຂອງຕົນເອງ ເພື່ອບໍ່ໃຫ້ຕົກເປັນເຫຍື້ອຂອງກຸ່ມຄົນບໍ່ດີ. ນອກຈາກນີ້, ຈົ່ງພ້ອມກັນປະຕິບັດພັນທະ ປະກອບສວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຖ້າພົບເຫັນເຫດການທີ່ມີຄວາມສ່ຽງເຮັດໃຫ້ເກີດປະກົດການຫຍໍ້ທໍ້ສາມາດແຈ້ງເຂົ້າເບີວອດແອັບ ປກສ ນວ 02028899774 ຫຼື ແຈ້ງຜ່ານຊ່ອງທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງ ວຽງຈັນ.

error: Content is protected !!