ເຊີນຮ່ວມ ແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການ ພຣະທາດຫຼວງ ປະຈຳປີ 2022 ແມ່ນຈະເລີ່ມແຫ່ໃນຕອນບ່າຍ 13:30 ໂມງ ຂອງມື້ນີ້

ປະເພນີແຫ່ຜາສາດເຜີ້ງເປັນພິທີກຳທາງສາສະໜາ ແມ່ນວັດທະນະທຳອັນດີງາມ ທີ່ສະແດງເຖິງຄວາມພາກພຽນ ການປະດິດຄິດສ້າງ ແລະ ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນ ດາເຜົ່າໂດຍສະເພາະແມ່ນປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ສືບທອດກັນມາແຕ່ບູຮານນະການ ໂດຍແຕ່ລະປີໄດ້ມີການຈັດຂຶ້ນໃນວັນຂຶ້ນ 14 ຄໍ່າເດືອນສິບສອງຂອງງານສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງ ເພື່ອເປັນການສືບສານວັດທະ ນະທຳອັນດີງາມໃຫ້ຄົງຢູ່ກັບປະຊາຊົນລາວຕະຫຼອດໄປ.

error: Content is protected !!