ກຽມພົບກັບຕະຫລາດນັດພົບແຮງງານປະຈຳປີ 2022 ໃນກາງເດືອນ ພະຈິກ ນີ້

ກຽມພົບກັບຕະຫລາດນັດພົບແຮງງານ​ປະຈຳ​ປີ 2022 ເຊິ່ງຈະຈັດຂຶ້ນວັນ ທີ 17-20 ພະຈິກ 2022 ທີ່ພະແນກແຮງງານ​ແລະ ສະຫວັດດີການສັງຄົມ ນະຄອນຫລວງ ວຽງຈັນ, ຕັ້ງຢູ່ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫລວງ ວຽງຈັນ. ຄາດວ່າ ຈະມີຜູ້ເຂົ້າຮ່ວມງານ 3,000 ຄົນ; ໃນນັ້ນ, ມີທັງມາທ່ຽວຊົມ ແລະ ມາລົງທະບຽນ ສະໝັກ ງານ, ມີຫົວໜ່ວຍແຮງງານຕັ້ງຫ້ອງຮັບສະໝັກງານ ​50 ຫົວໜ່ວຍ ແລະ ມີຕໍາແໜ່ງງານ ວ່າງຫລາຍ ກ່ວາ 11,000 ຕໍາແໜ່ງ ແລະ ຄາດວ່າຈະມີຜູ້ຊອກວຽກ/ຜູ້ວ່າງງານຫລາຍ​ກ່ວາ 1,000 ຄົນ ໄດ້ຖືກບັນຈຸເຂົ້າເຮັດວຽກໃນຊ່ວງໄລຍະຂອງການຈັດງານ.

ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ຖະແຫລງຂ່າວ ໃນວັນທີ 4 ພະຈິກ ວ່າ: ການຈັດງານຕະຫລາດ ນັດພົບແຮງງານຄັ້ງນີ້, ແນໃສ່ເພື່ອສ້າງໂອກາດ ແລະ ອຳນວຍຄວາມສະດວກ ໃຫ້ຜູ້ຊອກ ວຽດເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານ ທີ່ພົບປະກັນແລ້ວນໍາໄປສູ່ການຈັດຫາງານ; ເພື່ອສ້າງເງື່ອນໄຂໃຫ້ແຮງງານ ທີ່ຕ້ອງການພັດທະນາສີມືແຮງງານສາມາດເຂົ້າເຖິງ ສະຖາ ບັນການສຶກສາຕ່າງໆ​ໄດ້ຮັບການຍົກລະດັບສີມືແຮງງານແທດເໝາະຄວາມຕ້ອງການ ຂອງ ຕະຫລາດແຮງງານ; ເພື່ອຫລຸດຜ່ອນອັດຕາການວ່າງງານ, ຫລຸດຜ່ອນການເຄື່ອນຍ້າຍແຮງ ງານໄປເຮັດວຽກ ຢູ່ຕ່າງປະເທດແບບບໍ່ຖຶກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນ ປະເທດ ແລະ ເປັນການຈັດຕັ້ງປະຕິບັດຕາມ ແຜນພັດທະນາເສດຖະກິດ-ສັງຄົມ​ຂອງນະ ຄອນຫລວງວຽງຈັນ​ໃຫ້ປະກົດຜົນສຳເລັດຕາມຄາດໝາຍ ເພື່ອສ້າງເງືອນໄຂ ແລະ ເອຶ້ອອຳ ນວຍຄວາມສະດວກ​ ໃຫ້ຜູ້ທີ່ຕ້ອງການວຽກເຮັດງານທໍາ ແລະ ຫົວໜ່ວຍແຮງງານ​ໄດ້ ພົບປະກັນ, ລູກຈ້າງໄດ້ມີໂອກາດໂອ້ລົມກັບນາຍຈ້າງໂດຍກົງ ນໍາໄປສູ່ການຮັບສະໝັກ ແລະ ຖືກບັນຈຸເຂົ້າໃນຕຳແໜ່ງງານວ່າງ​ທີ່ເໝາະສົມກັບຄວາມຮູ້ຄວາມສາມາດ​ຂອງຜູ້ຊອກວຽກ; ປູກຈິດສຳນຶກໃຫ້ຜູ້ປະກອບການ(ນາຍຈ້າງ) ແລະ ຜູ້ຊອກວຽກເຮັດງານທຳ​ ມີຄວາມຮັບຮູ້ ເຂົ້າໃຈຕໍ່ກັບແນວທາງນະໂຍບາຍປ່ຽນແປງໃໝ່ ແລະ ລະບຽບກົດໝາຍທີ່​ກ່ຽວຂ້ອງກັບ ວຽກງານ​ໂດຍສະເພາະແມ່ນການຈັດຈ້າງງານ, ພ້ອມຮັບຮູ້, ເຂົ້າໃຈພາລະບົດບາດຂອງ ວຽກງານແຮງງານຫລາຍຂຶ້ນ. ງານນັດພົບແຮງງານ, ນອກຈາກຈະເປັນການສ້າງເງື່ອນໄຂ ໃຫ້ຜູ້ປະກອບທຸລະກິດ ແລະ ຜູ້ຊອກວຽກເຮັດງານທຳ ມາພົບກັນແລ້ວ ຍັງເປັນເວທີການປຶກ ສາຫາລື​ກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມ ແລະ ພັດທະນາສີມືແຮງງານ ເພື່ອຕອບສະໜອງສີມືແຮງງານທາງ ດ້ານປະລິມານ ແລະ ຄຸນນະພາບ ໃຫ້ກັບຫົວໜ່ວຍ ທຸລະກິດຕ່າງໆທັງຜູ້ປະກອບການ​ພາຍໃນ ແລະ ນັກລົງທຶນຕ່າງປະເທດ ໃຫ້ສາມາດຈັດ ຕັ້ງປະຕິບັດວຽກງານ​ຂອງຕົນຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ​ຂອງນະຄອນຫລວງວຽງຈັນ ກໍຄືປະເທດ.

ພາຍໃນງານຈະມີກິດຈະກຳ​ເຊັ່ນ: ລົງທະບຽນຮັບສະໝັກງານ ແລະ ກິດຈະກຳ ໃຫ້ ຂໍ້ມູນຂ່າວສານ ກ່ຽວກັບການຊອກວຽກເຮັດງານທໍາ, ຂໍ້ມູນກ່ຽວການຝຶກອົບຮົມວິຊາຊີບ, ຂໍ້ມູນ ກ່ຽວກັບການຂະຫຍາຍຕົວ​ຂອງຕະຫລາດແຮງງານ; ກິດຈະກໍາການວາງສະແດງຮູບພາບ ການເຄື່ອນໄຫວ​ຂອງກິດຈະກຳຂອງຫົວໜ່ວຍແຮງງານ​ໃນໄລຍະທີ່ຜ່ານມາ; ການໂຄສະ ນາເຜີຍແຜ່ເວ໊ປໄຊ, ການຊອກຫາວຽກເຮັດງານທຳຜ່ານທາງລະບົບອິນເຕີເນັດ; ກິດຈະກຳ ການແຂ່ງຂັນສີມືແຮງງານ​ຂອງນ້ອງນັກຮຽນຈາກ​ສະຖາບັນ, ສູນວິຊາຊີບ(ໃນສາຍອາຊີບ ແກະສະຫລັກໝາກໄມ້) ແລະ ອື່ນໆ.

error: Content is protected !!