ສະຕາບັກຊ໌​ (Starbucks) ເປີດຮ້ານສາຂາທໍາອິດ​ ໃນ​ ລາວ

ສະຕາບັກຊ໌​ (Starbucks) ນຳເອົາ ອີກສະຖານທີ່ໜຶ່ງ ທີ່ໜ້າຢູ່ ມາສູ່ປະເທດ​ ລາວ ດ້ວຍການເປີດຕົວຮ້ານສາຂາທຳອິດທີ່ ນະຄອນຫຼວງ​ ວຽງຈັນ ຢ່າງເປັນທາງການ !!!

ວັນທີ 3 ພະຈິກ 2022,​ ສະຕາບັກຊ໌ໄດ້ມີການເປີດຕົວຮ້ານສາຂາທຳອິດທີ່ ນະຄອນຫຼວງ​ ວຽງຈັນ ຢ່າງເປັນທາງການ ເພື່ອເປັນສ່ວນໜຶ່ງໃນການຂະຫຍາຍຕົວຢ່າງຕໍ່ເນື່ອງ ຂອງ ສະຕາບັກຊ໌ ໃນທົ່ວພາກພື້ນ​ ເອເຊຍ ຕາເວັນອອກສ່ຽງໃຕ້, ມື້ນີ້ ບໍລິສັດ Coffee Concepts ຈຳກັດ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ Maxim’s Caterers ຈຳກັດ, ໄດ້ເປີດຕົວຮ້ານສາຂາທຳອິດ ໃນປະເທດ​ ລາວ​ ຢ່າງເປັນທາງການ, ເຊິ່ງປະເທດ​ ລາວ​ ເປັນປະເທດທີ 15 ໃນຂົງເຂດເອເຊຍ-ປາຊີຟິກ ແລະ ເປັນປະເທດທີ 84 ສຳລັບ ສະຕາບັກຊ໌ ໃນທົ່ວໂລກ, ໂດຍຮ້ານດັ່ງກ່າວແມ່ນຕັ້ງຢູ່ທີ່ ນະຄອນຫຼວງວຽງຈັນ. ການເຂົ້າມາປະເທດລາວຂອງ ສະຕາບັກຊ໌ ຖືເປັນການຢືນຢັນຄວາມມຸ່ງໝັ້ນໄລຍະຍາວຂອງ ສະຕາບັກຊ໌ ໃນການຂະຫຍາຍໂຕຢ່າງຕໍ່ເນື່ອງ ໃນທົ່ວທະວີບເອເຊຍ ກັບຮ້ານກາເຟທີ່ມີຫຼາຍກວ່າ 12,000 ສາຂາໃນທົ່ວພາກພື້ນ.

ທ່ານນາງ Emmy Kan, ຮອງປະທານອາວຸໂສ ແລະ ປະທານບໍລິຫານ ສະຕາບັກຊ໌ ອາຊີປາຊີຟິກ ກ່າວວ່າ: “ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍທີ່ຈະເຮັດໃຫ້ເປົ້າໝາຍທີ່ວາງໄວ້ສູງ ຕໍ່ກັບການເປີດຮ້ານສາຂາທຳອິດໃນປະເທດລາວນັ້ນ ປະສົບຜົນສຳເລັດ.” ນອກຈາກນີ້,​ ທ່ານຍັງໄດ້ກ່າວຕື່ມອີກວ່າ: “ການທີ່ໄດ້ດຳເນີນກິດຈະການ ໃນພາກພື້ນເອເຊຍຕາເວັນອອກສ່ຽງໃຕ້ຕະຫຼອດໄລຍະກວ່າ 25 ປີ ຜ່ານມານີ້, ພວກເຮົາຮູ້ສຶກເປັນກຽດທີ່ຈະໄດ້ຕ້ອນຮັບ ພະນັກງານໃໝ່​ຫຼ້າສຸດຂອງເຮົາໃນປະເທດລາວ ເພື່ອຮ່ວມສ້າງ ປະສົບການສະຕາບັກຊ໌ ທີ່ຫາທີ່ປຽບບໍ່ໄດ້ ໃຫ້ກັບລູກຄ້າໃນທ້ອງຖິ່ນ ຜ່ານການອອກແບບຮ້ານທີ່ເປັນເອກະລັກ, ເຄື່ອງດື່ມທີ່ຊົງດ້ວຍມື, ປະສົບການກາເຟທີ່ຮອບດ້ານ, ຕະຫຼອດເຖິງບັນຍາກາດທີ່ອົບອຸ່ນ.”

ຮ້ານ ສະຕາບັກຊ໌ ໃນປະເທດ​ ລາວ​ ຈະຖືກບໍລິຫານໂດຍ ບໍລິສັດ Coffee Concepts ຈຳກັດ, ເຊິ່ງເປັນຫຸ້ນສ່ວນທີ່ໄດ້ຮັບອະນຸຍາດ ແລະ ເປັນບໍລິສັດໃນເຄືອຂອງ Maxim’s Caterers ຈຳກັດ. ຜ່ານ ບໍລິສັດ Coffee Concepts ຈຳກັດ, ແບຣນ ສະຕາບັກຊ໌ ໄດ້ດຳເນີນກິດຈະການຫຼາຍກວ່າ 900 ສາຂາ ໃນ ຮົງກົງ ແລະ ມາເກົາ, ຫວຽດນາມ, ກຳປູເຈຍ, ສິງກະໂປ ແລະ ປະເທດໄທ.

ທ່ານ Michael Wu, ປະທານກຳມະການ ​ແລະ ກຳມະການຜູ້ຈັດການ​ກຸ່ມ​ບໍລິສັດ Maxim ​ຮົງກົງ, ໄດ້ກ່າວວ່າ: “ເພື່ອເປັນການສະເຫຼີມສະຫຼອງຮ້ານສາຂາທຳອິດໃນປະເທດລາວ, ພວກເຮົາໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງມອບປະສົບການທີ່ດີທີ່ສຸດໃຫ້ກັບບັນດາພະນັກງານໃໝ່ ລວມເຖິງລູກຄ້າ ໃນປະເທດລາວ.” ນອກຈາກນີ້, ທ່ານຍັງໄດ້ກ່າວຕື່ມວ່າ: “ພວກເຮົາຍັງຫວັງວ່າຈະສາມາດສ້າງໂອກາດທີ່ມີຄຸນຄ່າ ໃຫ້ກັບບັນດາພະນັກງານ ແລະ ສົ່ງເສີມເຊື່ອມຕໍ່ສາຍສຳພັນລະຫວ່າງພະນັກງານ ແລະ ລູກຄ້າ ໃນຂະນະທີ່ພວກເຮົາສືບຕໍ່ເຕີບໂຕໃນປະເທດລາວ.”

ເພື່ອເປັນການສະເຫຼີມສະຫຼອງການມາເຖິງຂອງ ສະຕາບັກຊ໌ ໃນປະເທດລາວ, ສຳລັບລູກຄ້າ 300 ທ່ານທໍາອິດທີ່ເຂົ້າມາໃຊ້ບໍລິການຈະໄດ້ຮັບ ຈອກ ແລະ ຕຸກກະຕາໝີບາຣີສຕ້າສຸດພິເສດຟຣີທັນທີ ເມື່ອຊື້ເຄື່ອງດື່ມຂະໜາດ Grande ຫຼື Venti ຈາກສະຕາບັກຊ໌, ເພື່ອເປັນການສົມມະນາຄຸນ. ​

ປັດຈຸບັນ ສະຕາບັກຊ໌ ດຳເນີນກິດຈະການຢູ່ຫຼາຍກວ່າ 10,000 ສາຂາ ແລະ ມີພະນັກງານຜູ້ທີ່ພູມໃຈ ສວມໃສ່ຜ້າກັນເປື້ອນສີຂຽວ ຢູ່ຫຼາຍກວ່າ 149,000 ຄົນ ໃນຂົງເຂດອາຊີ, ລວມທັງ ປະເທດຈີນ ແລະ ຍີ່ປຸ່ນ.

error: Content is protected !!