ສະຫວັນນະເຂດ ກຽມຜະລິດແນວພັນເຂົ້າ 50–60 ໂຕນ ສະໜອງໃຫ້ການຜະລິດລະດູແລ້ງ

ສູນຄົ້ນຄວ້າກະສິກຳທ່າສະໂນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນ ນະເຂດ ວາງແຜນຜະລິດແນວພັນເຂົ້າໃຫ້ໄດ້ 50–60 ໂຕນ ເພື່ອກຽມຄວາມພ້ອມ ສະ ໜອງໃຫ້ແກ່ຊາວກະສິກອນ ເຂົ້າໃນການຜະລິດລະດູແລ້ງປີນີ້ ເພື່ອຮັບປະກັນໃຫ້ມີແນວ ພັນພຽງພໍກັບຄວາມຮຽກຮ້ອງຕ້ອງການ ແລະ ມີສະມັດຕະພາບສູງ ໃນທົ່ວແຂວງ.

ທ່ານ ນິຄົມ ຈັນພາວະ ຫົວໜ້າສູນຄົ້ນຄວ້າກະສິກຳທ່າສະໂນ ໄດ້ລາຍງານ ໃຫ້ຮູ້ ໃນວັນທີ 1 ພະຈິກ 2022 ນີ້ວ່າ: ເປົ້າໝາຍຂອງສູນແມ່ນການຜະລິດແນວພັນໃໝ່ ແລະ ແນວພັນຮຸ່ນສອງທີ່ມີຄຸນນະພາບ ໂດຍຕັ້ງເປົ້າປີໜຶ່ງບໍ່ໃຫ້ຫລຸດ 100 ໂຕນ ເພື່ອຕອບສະ ໜອງໃຫ້ພຽງພໍ ກັບຄວາມຕ້ອງການຂອງປະຊາຊົນ. ການຜະລິດແນວພັນ ນອກຈາກການ ຜະລິດພາຍໃນສູນແລ້ວ ພາຍໃນແຂວງຍັງມີກຸ່ມຜະລິດເມັດພັນ ຢູ່ບັນດາເມືອງຕ່າງໆຕື່ມອີກ ເປັນຕົ້ນ ຢູ່ເມືອງຈຳພອນ, ສອງຄອນ ແລະ ເມືອງໄຊບູລີ ທີ່ເປັນກຸ່ມໃຫຍ່ສາມາດສະໜອງ ແນວພັນ ເປັນຈຳນວນຫລວງຫລາຍໃນແຕ່ລະປີ ໂດຍໄດ້ຮັບການກວດກາດ້ານຄຸນນະພາບ ຈາກຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ.

ແນວໃດກໍຕາມ ສຳລັບການຈຳໜ່າຍປີນີ້ ແມ່ນຈະໄດ້ມີການປັບລາຄາສູງຂຶ້ນກວ່າ ປີ ຜ່ານມາ ຈາກລາຄາ 6,500 ກີບ/ກິໂລກຣາມ ປັບຂຶ້ນເປັນ 7,500/ກິໂລກຣາມ. ທັງນີ້ກໍ ແມ່ນອີງໃສ່ຕົ້ນທຶນການຜະລິດທີ່ສູງຂຶ້ນ ເນື່ອງຈາກລາຄາຝຸ່ນເຄມີຈາກລາຄາ 250,000 ກີບ/ກະສອບ, ກາຍມາເປັນ 700,000ກີບ/ກະສອບ ແລະ ລາຄານ້ຳມັນເຊື້ອໄຟກໍສູງຂຶ້ນ ເພາະ ການຜະລິດພາຍໃນສູນ ແມ່ນໄດ້ນໍາໃຊ້ເຄື່ອງກົນຈັກເຂົ້າມາເຮັດການຜະລິດທຸກຂັ້ນຕອນ ນັບ ແຕ່ການຕົກກ້າ, ດໍານາ ຈົນຮອດການເກັບກ່ຽວ, ສະນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບ ລາ ຄາແນວພັນເຂົ້າຂຶ້ນຕາມຄວາມເໝາະສົມ.

error: Content is protected !!