ກຽມພົບກັບຄວາມງົດງາມ ຂອງດອກໄມ້ເມືອງ ໜາວ ແຂວງ ຫົວພັນ

ຂໍເຊີນທ່ຽວຊົມງານເທດສະການ ດອກຄາຍປ່າ, ດອກຊາກຸຣະ ແລະ ປະກາດດອກຄາຍປ່າເປັນດອກໄມ້ເອກະລັກປະຈຳແຂວງຫົວພັນ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ທັນວາ 2022 ທີ່ ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ.

ກິດຈະກຳພາຍໃນງານປະກອບມີ:

1. ງານປະກວດນາງສາວດອກຄາຍປ່າປະຈຳປີ

2. ງານແຂ່ງຂັນປະກວດນັກຮ້ອງສຽງດີ

3. ງານຕະຫຼາດນັດຂອງບັນດາເມືອງທົ່ວແຂວງ ແລະ ຕ່າງປະເທດ

4. ພິທີປູກຕົ້ນດອກຄາຍປ່າ

5. ທ່ຽວຊົມດອກຊາກຸຣະຢູ່ສວນ ມິດຕະພາບ ລາວ-ຍີ່ປຸ່ນ ທີ່ເມືອງ ວຽງໄຊ

6. ທ່ຽວຊົມຖ່າຍຮູບດອກຄາຍປ່າຕາມຈຸດຕ່າງໆຢູ່ເທດສະບານເມືອງຊໍາເໜືອ ແລະ ວຽງໄຊ.

ນອກຈາກນັ້ນ, ຍັງມີກິດຈະກຳອື່ນໆທີ່ປິ່ນອ້ອມຕະຫຼອດງານ.

error: Content is protected !!