ປະເມີນການປະຕິບັດໂຄງການພັດທະນາຊົນນະບົດ ຢູ່ແຂວງ ສາລະວັນ

ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ໃນທ້າຍເດືອນອາທິດ ທີ່ຜ່ານມາ, ທ່ານ ສະເວນ ເຟດເດີລິກ ແກຣນ ຕາງໜ້າຜູ້ໃຫ້ທຶນຊ່ວຍເຫລືອລ້າຈາກປະຊາຊົນ ແລະ ລັດຖະບານເຢຍລະມັນ ພາຍໃຕ້ໂຄງການພັດທະນາພື້ນຖານໂຄງລ່າງຢູ່ຊົນນະບົດ ພ້ອມດ້ວຍທີມງານ ລົງຢ້ຽມຢາມ, ຕິດຕາມ ແລະ ກວດກາປະເມີນຜົນການຈັດຕັ້ງປະຕິບັດໂຄງການຢູ່ແຂວງສາລະວັນ ໂດຍການຕ້ອນຮັບຂອງ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ,ຜູ້ຊີ້ນໍາວຽກງານເສດຖະກິດ, ພ້ອມຄະນະ.

ໂອກາດນີ້, ທ່ານ ສະເວນ ເຟດເດີລິກ ແກຣນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ ລົງຢ້ຽມຢາມຕິດຕາມ ແລະ ກວດກາປະເມີນຜົນການຈັດຕັ້ງປະຕິບັດໂຄງການຢູ່ເມືອງຕະໂອ້ຍ ແລະ ເມືອງສະໜ້ວຍ ແຂວງສາລະວັນ ກໍໄດ້ລາຍງານສະພາບການຕິດຕາມ ແລະ ກວດກາປະເມີນຜົນການຈັດຕັ້ງປະຕິບັດໂຄງການຕົວຈິງ ໂດຍທ່ານໄດ້ໃຫ້ຮູ້ວ່າ: ໂຄງການພັດທະນາພື້ນຖານໂຄງລ່າງຢູ່ຊົນນະບົດ ແມ່ນໂຄງການໜຶ່ງທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກປະຊາຊົນ ແລະ ລັດຖະບານເຢຍລະມັນ ໂດຍຜ່ານທະນາຄານທະນາຄານເພື່ອການພັດທະນາ (KFW) ທີ່ມີເປົ້າໝາຍຢາກຊ່ວຍເຫລືອປະຊາຊົນຢູ່ເຂດຊົນນະບົດຫ່າງໄກສອກຫລີກ, ເມືອງພູດອຍທຸກຍາກ ໃຫ້ມີຊີວິດການເປັນຢູ່ທີ່ຂື້້ນເທື່ອລະກ້າວ ເຊິ່ງໄລຍະຜ່ານມາແຂວງສາລະວັນ ກໍເປັນແຂວງໜຶ່ງທີ່ໄດ້ຮັບທຶນຊ່ວຍເຫລືອດັ່ງກ່າວ ແຕ່ຕົ້ນປີ 2015 ໃນການພັດທະນາກໍ່ສ້າງພື້ນ ຖານໂຄງລ່າງ ທີ່ຈໍາເປັນຢູ່ເຂດຊົນນະບົດເມືອງພູດອຍທຸກຍາກ 2 ເມືອງຄື: ເມືອງຕະໂອ້ຍ ແລະ ສະໝ້ວຍ. ສໍາລັບການກໍ່ສ້າງທາງຊົນນະບົດຢູ່ 2 ເມືອງດັ່ງກ່າວ, ມີເສັ້ນທາງ 7 ເສັ້ນ, ຍາວ 121,7 ກິໂລແມັດ, ກໍ່ສ້າງຂົວແຜນ 29 ແຫ່ງ, ລວງຍາວ 600 ແມັດຍາວ, ທໍ່ດາໂລ 56 ແຫ່ງ ລວງຍາວ 1,342 ແມັດ. ນອກຈາກນັ້ນຍັງໄດ້ຊ່ວຍປັບປຸງຫ້ອງການໂຍທາທິການ-ຂົນສົ່ງ ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ, ປັບປຸງສ້ອມແປງຕະຫລາດຊຸມຊົນເມືອງຕະໂອ້ຍ, ຊຶ່ງມີມູນຄ່າທັງໝົດ 122 ຕື້ກີບ, ຫລາຍໆໂຄງການດັ່ງກ່າວໄດ້ກໍ່ສ້າງສໍາເລັດໃນທ້າຍປີ 2019 ແລະ ນໍາໃຊ້ໃນໄລຍະຜ່ານມາຈົນມາຮອດປັດຈຸບັນ.

ຜ່ານການກວດກາຕີລາຄາປະເມີນຜົນການຈັດຕັ້ງປະຕິບັດເຫັນວ່າ: ໂຄງການສາມາດຕອບສະໜອງ, ຊ່ວຍເຫລືອແກ້ໄຂຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນດີຂຶ້ນຫລາຍ ໂດຍສະເພາະພາຍຫລັງກໍ່ສ້າງເສັ້ນທາງ ເຮັດໃຫ້ປະຊາຊົນຕັ້ງຖິ່ນຖານທີ່ອາໄສ ຢູ່ລຽບຕາມສາຍທາງເພີ່ມຂຶ້ນ, ມີເສັ້ນທາງໄປ-ມາຫາສູ່ກັນສະດວກສະບາຍ, ປະລິມານການສັນຈອນເພີ່ມຂື້ນ 339%, ຄ່າຜູ້ໂດຍສານຖືກລົງ 26% ແລະ ຄ່າຂົນສົ່ງສິນຄ້າຫລຸດລົງ 32%, ເຮັດໃຫ້ເວລາໃນການໄປຫາຕະຫລາດລຸດລົງ 39% ແລະ ໄປຫາກຸ່ມບ້ານລຸດລົງ 51%, ກະສິກຳເພື່ອການຕະຫລາດເພີ່ມຂຶ້ນ 207%, ໄຟຟ້າເຂົ້າເຖິງເພີ່ມຂຶ້ນ 41%, ຫລຸດຜ່ອນເວລາການເດີນທາງ ແລະ ຄ່າຂົນສົ່ງ, ອັດຕາການເຂົ້າໂຮງຮຽນເພີ່ມຂຶ້ນ 8% (ລວມທັງການຫລຸດຊ່ອງວ່າງລະຫວ່າງຍິງ-ຊາຍ), ປະຊາຊົນໄດ້ເພີ່ມການປູກພືດ ແລະ ໝາກໄມ້ຫລາຍຂຶ້ນ, ສົ່ງເສີມບໍລິສັດຮັບເໝົາຂະໜາດນ້ອຍ ແລະ ຂະໜາດກາງ, ເຮັດໃຫ້ການຄ້າຂາຍລະດັບເມືອງເພີ່ມຂຶ້ນ, ເດັກນ້ອຍເຂົ້າໂຮງຮຽນຫລາຍຂຶ້ນ, ປະຊາຊົນໄດ້ນໍາໃຊ້ນໍ້າສະອາດເພີ່ມຂຶ້ນ, ແມ່ມານໄປອອກລູກຢູ່ໂຮງໜໍໄດ້ສະດວກສະບາຍ, ລາຍຮັບຂອງປະຊາຊົນເພີ່ມຂຶ້ນ ແລະ ອັດຕາຄວາມ ທຸກຍາກຫລຸດລົງ.

ໂອກາດດຽວກັນ, ທ່ານ ພູທົງ ຄໍາມະນີວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງ ປະຊາຊົນ ແລະ ລັດຖະບານເຢຍລະມັນ ທີ່ໄດ້ສະໜັບສະໜູນຊ່ວຍໃນກໍ່ສ້າງພື້້ນຖານໂຄງລາງຢູ່ເຂດເມືອງພູດອຍ ເຊິ່ງຫລາຍໆໂຄງການໄດ້ປະກອບສ່ວນ ເຮັດຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ, ພ້ອມທັງຮຽກຮ້ອງໃຫ້ໂຄງການດັ່ງກ່າວ ສືບຕໍ່ສະໜັບສະໜູນກໍ່ສ້າງປັບປຸງ ໂດຍສະເພາະຈຸດທີ່ໄດ້ຮັບຜົນກະທົບເສຍຫາຍຈາກພາຍຸ.

ຂ່າວ-ພາບ: ສ.ພະຈັນ

error: Content is protected !!