ທຄຕລ.ສຂ ຈຳໜ່າຍພັນທະບັດ ທຫລໄດ້ 107 ຕື້ກີບ

ກາງເດືອນ​ ຕຸລາ​ ຜ່ານມາ, ທ່ານ ພູຄຳ ແພງທາລັງສີ ຫົວໜ້າທະນາຄານການຄ້າຕ່າງ​ ປະເທດ​ ລາວ​ ສາຂາແຂວງສະຫວັນນະເຂດ (ທຄຕລ.ສຂ) ໄດ້ແຈ້ງໃຫ້ຮູ້ວ່າ: ທຄຕລ.ສຂ ມີຍອດຈຳໜ່າຍພັນທະບັດຂອງທະນາຄານແຫ່ງ ສປປ ລາວທັງໝົດ 107 ຕື້ກີບ (ມາຮອດວັນທີ 14 ຕຸລາ 2022) ແລະ ຍັງຈະສືບຕໍ່ຈຳໜ່າຍຕື່ມອີກ. ຊຶ່ງມີອາຍຸ 6 ເດືອນ ເປັນສະກຸນເງິນກີບ; ອັດຕາດອກເບ້ຍ 20% ຕໍ່ປີ ເປັນປະເພດອັດຕາດອກເບ້ຍຄົງທີ່ບໍ່ສາມາດປ່ຽນມືໄດ້ ຊຶ່ງມີມູນຄ່າອອກພັນທະບັດທັງໝົດ 5,​000 ຕື້ກີບ, ມູນຄ່າຕໍ່ໜ່ວຍ 100,​000 ກີບ. ຈໍານວນໜ່ວຍທີ່ອອກ 50,​000,​000 ໜ່ວຍ ໂດຍຂາຍຜ່ານຕົວແທນ 9 ທະນາຄານ ຊຶ່ງໃນນີ້ມີ ທຄຕລ; ໄລຍະການຂາຍພັນທະບັດງວດ I ມູນຄ່າ 5,​000 ຕື້ກີບ, ແບ່ງອອກເປັນ 15 ຄັ້ງ, ຄັ້ງລະ 5 ວັນໃນວັນລັດຖະການ, ເລີ່ມຂາຍນັບແຕ່ວັນທີ 15 ມິຖຸນາ 2022 ເປັນຕົ້ນໄປຈົນກ່ວາສໍາເລັດ.

ທ່ານຫົວໜ້າ ທຄຕລ.ສຂ ໄດ້ແຈ້ງໃຫ້ຮູ້ຜົນການດໍາເນີນທຸລະກໍາຂອງສາຂາໃນ 9 ເດືອນຜ່ານມາວ່າ: ສາມາດລະດົມທຶນໄດ້ 119% ຂອງແຜນການປີ 2022; ຂະນະດຽວກັນ, ກໍສາມາດສະໜອງສິນເຊື່ອສ່ວນໃຫຍ່ໄດ້ນຳໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຂອງລັດຖະບານ ເປັນຕົ້ນໂຄງການກໍ່ສ້າງເສັ້ນທາງ ຮອງລົງມາແມ່ນປ່ອຍສິນເຊື່ອເຂົ້າໃນຂະແໜງການຄ້າ ແລະ ການບໍລິການ ສາມາດປະຕິບັດໄດ້ໄຕມາດ 3 ບັນລຸ 55% ຂອງແຜນການປີ 2022 ແລະ ສາຂາໄດ້ມີກຳໄລໃນ 9 ເດືອນທຽບໃສ່ແຜນການປີ 10.​44% ຂອງແຜນການປີ 2022.

ທຄຕລ.ສຂ ມີພາລະບົດບາດເຄື່ອນໄຫວທຸລະກິດດ້ານການເງິນການທະນາຄານ, ເງິນຕາ ຕາມນະໂຍບາຍ ແລະກົດໝາຍຂອງທະນາຄານແຫ່ງ ສປປລາວ ເຊັ່ນ: ການລະດົມທຶນດ້ວຍຮູບການເງິນຝາກຫຼາຍປະເພດ, ສະໜອງແຫຼ່ງທຶນດ້ວຍຮູບການໃຫ້ກູ້ຢືມແກ່ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການພາຍໃນແຂວງ, ບໍລິການຊໍາລະສະສາງທັງພາຍໃນ-ຕ່າງປະເທດ, ບໍລິການຜະລິດຕະພັນບັດຕ່າງໆ, ຊໍາລະຄ່າສາທາລະນຸປະໂພກຕ່າງໆ ແລະ ບໍລິການດ້ານອື່ນໆອີກຫຼາກຫຼາຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຂ່າວ: ຣັດສະໝີ ດວງສັດຈະ

error: Content is protected !!