ຜັກໃບຂຽວ ບຳລຸງຫົວໃຈ

ການກິນຜັກໃບຂຽວ ສາມາດຊ່ວຍບຳລຸງຫົວໃຈໃຫ້ແຂງແຮງ, ເລືອດລົມສາມາດໄຫຼວຽນໄດ້ດີ ໄປລ້ຽງອະໄວຍະວະຕ່າງໆ, ຊ່ວຍປ້ອງກັນໂຣກເບົາຫວານ ແລະ ຄວາມຕຸ້ຍ.

ນັກວິທະຍາສາດ ຂອງມະຫາວິທະຍາໄລ ເຄມບຣິດ ແລະ ເຊົາແທມຕັນ ປະເທດອັງກິດ ໄດ້ຄົ້ນພົບວ່າ ສານເຄມີທໍາມະດາຄື ໄນເຕຣດ ທີ່ມີຢູ່ໃນຜັກໃບສີຂຽວ ເປັນຕົວການທີ່ເຮັດໃຫ້ຫຼອດເລືອດໂລ່ງ ເຮັດໃຫ້ເລືອດພາອອກຊີເຈນ ໄຫຼວຽນໄປລ້ຽງທຸກສ່ວນຂອງຮ່າງກາຍໄດ້ຢ່າງສະດວກ.

ພວກເຂົາຍັງພົບອີກວ່າ ໄນເຕຣດ ຍັງຊ່ວຍໃຫ້ຫົວໃຈທີ່ເປັນໂຣກເຮັດວຽກດີຂຶ້ນ, ຊ່ວຍໃຫ້ມັນຜະລິດສານປະກອບທີ່ເຮັດໃຫ້ຫຼອດເລືອດໂລ່ງ ແລະ ຊ່ວຍປ່ຽນຈຸລັງໄຂມັນສີຂາວ ທີ່ເປັນຈຸລັງແຫຼວ ໃຫ້ເປັນຈຸລັງດີ ສີນໍ້າຕານ ຊຶ່ງນອກຈາກ ຈະຊ່ວຍເຜົາຜານໄຂມັນແລ້ວ ຍັງຕໍ່ຕ້ານຄວາມຕຸ້ຍ ແລະ ປ້ອງກັນໂຣກເບົາຫວານຊະນິດທີ 2 ອີກດ້ວຍ.

ຜົນການຄົ້ນພົບຈາກການສຶກສາຄັ້ງໃໝ່ນີ້ ໄດ້ສະແດງໃຫ້ເຫັນວ່າ ເຮົາອາດສາມາດປ້ອງກັນຫຼອດເລືອດບໍ່ໃຫ້ໜາໄດ້ ພຽງແຕ່ການປັບປ່ຽນອາຫານຢ່າງງ່າຍໆ ເທົ່ານັ້ນເອງ.

error: Content is protected !!