ເທດສະການໝາກກ້ຽງຫວານ ນໍ້າບາກ ຈະຈັດຂຶ້ນໃນທ້າຍ ເດືອນ ຕຸລາ ນີ້

ເທດສະການໝາກກ້ຽງຫວານນໍ້າບາກ ຄັ້ງທີ 2 ຈະຈັດຂຶ້ນໃນລະຫວ່າງ 28-29 ຕຸລາ 2022 ນີ້ ທີ່ບ້ານ ໂພນສະອາດ, ເມືອງ ນໍ້າບາກ, ແຂວງ ຫລວງພະບາງ ໂດຍຈະມີຫລາກຫລາຍກິດຈະກຳ ເປັນຕົ້ນ ວາງສະແດງໝາກກ້ຽງຫວານນ້ຳບາກ, ວາງແດງສິນຄ້າກະສິກຳ-ຫັດຖະກຳ ທີ່ເປັນເອກະລັກຂອງເມືອງ ເກືອບ 20 ບ້ານເຂົ້າຮ່ວມວາງສະແດງ ແລະ ກິດຈະກຳອື່ນໆ.

ພ້ອມນີ້, ພາຍໃນງານ ຍັງຈະມີການປະກວດຂະບວນແຮ່ໝາກກ້ຽງຈຳລອງ, ປະກວດຊີມລົດຊາດໝາກກ້ຽງ, ຖາມ-ຕອບ ແລະ ໂຄສະນາໃຫ້ຄວາມຮູ້ກ່ຽວກັບການບົວລະບັດຮັກສາໝາກກ້ຽງ, ທ່ຽວຊົມສວນໝາກກ້ຽງຕົວແບບ ຂອງກະສິກອນ, ຊົມສະແດງສິລະປະວັນນະຄະດີ ແລະ ອື່ນໆ.

error: Content is protected !!