ປ່ຽນຈາກສວນດອກໄມ້ໜ້າໂຮງຮຽນ ມາເປັນສວນຜັກ ທີ່ໂຮງຮຽນມໍຕົ້ນດອກເຜິ້ງ

ພາບ​ນ້ອງ​ນັກຮຽນ,​ ຄູອາຈານ​ ເກັບຜັກ ເຊິ່ງເປັນຜົນລະປູກຂອງໂຮງຮຽນມາໂຮມກັນ ເພື່ອຂາຍ ແລະ​ ນໍາໄປປຸງແຕ່ງອາຫານ ເອີ້ນໄດ້ວ່າເປັນແນວຄິດທີ່ດີ ໃນການຫັນສວນດອກໄມ້ທີ່ໜ້າໂຮງຮຽນ​ ໃຫ້​ ເປັນສວນຜັກ ເພື່ອໃຫ້ໄດ້ປະໂຫຍດທີ່ຫຼາຍກວ່າ,​ ເພາະດັ່ງທີ່ຮູ້ກັນ​ ປັດຈຸບັນພືດຜັກ ແລະ​ ເຄື່ອງບໍລິໂພກແມ່ນມີລາຄາເໜັງຕີງສູງຂຶ້ນ​ຫຼາຍ​ ຖ້າເຮົາປູກໄວ້ເພື່ອບໍລິໂພກ ຫຼື​ ເຫຼືອແລ້ວ​ ກໍສາມາດຂາຍສ້າງລາຍຮັບໄດ້.​

ຕາມຂໍ້ມູນ ໂຮງຮຽນມໍຕົ້ນດອກເຜິ້ງ ຢູ່ລະຫວ່າງກາງບ້ານດອກ​ເກດ​ ແລະ​ ບ້ານ​ ຫ້ວຍ​ເຜິ້ງ,​ ເມືອງ ​ເງິນ​, ແຂວງ ໄຊຍະບູລີ.

ພາບໂດຍ: ໂຮງຮຽນມໍຕົ້ນດອກເຜິ້ງ

error: Content is protected !!