ທ່ານຮູ້ແລ້ວ ຫຼືບໍ ອາການ long covid ເປັນແນວໃດ?

Long COVID ແມ່ນ ອາການເຈັບເປັນຕໍ່ເນື່ອງ ຫຼັງຈາກທີ່ຕິດເຊື້ອ ແລະ ຫາຍດີຈາກພະຍາດ ໂຄວິດ ແລ້ວ ເຊິ່ງສາມາດສົ່ງຜົນກະທົບຕໍ່ສຸຂະພາບ ແລະ ລະບົບຕ່າງໆໃນຮ່າງກາຍ ໃນໄລຍະຍາວໄດ້ເຊັ່ນກັນ.

ຄົນເຈັບບາງຄົນ ເຖິງແມ່ນວ່າ ຈະຫາຍດີ ຈາກພະຍາດ ໂຄວິດ ແລ້ວກໍຕາມ ແຕ່ບາງຄົນຈະຍັງມີອາການ Long COVID ແລະ ຈະມີອາການເຫຼົ່ານີ້ຢູ່ ຢ່າງໜ້ອຍ 2 ເດືອນຫຼື ຫຼາຍກວ່ານັ້ນ ເຊິ່ງແຕ່ລະຄົນອາດພົບອາການແຕກຕ່າງກັນ ໂດຍຫຼັກໆ ຈະມີຄືດັ່ງນີ້:

– ລະບົບປະສາດ: ມີອາການອ່ອນແຮງ, ເຈັບຫົວ, ມືນຫົວ, ຫຼົງລືມ, ກ້າມຊີ້ນລີບ.

– ລະບົບທາງຈິດໃຈ: ນອນບໍ່ຫລັບ, ວິຕົກກັງວົນ, ຊຶມເສົ້າ.

– ລະບົບຜິວໜັງ: ຜົມຫຼົ່ນ, ຜື່ນແພ້

– ລະບົບຫົວໃຈ ແລະ ຫຼອດເລືອດ: ເຈັບໜ້າເອິກ,ໃຈສັ່ນ.

– ລະບົບທາງເດີນຫາຍໃຈ: ຫອບເມື່ອຍ, ໄອຊໍາເຮື້ອ.

– ລະບົບທົ່ວໄປ: ມີອາການອ່ອນເພຍ, ປວດເມື່ອຍກ້າມຊີ້ນ, ປວດຕາມຂໍ້.

ເຖິງຢ່າງກໍຕາມ ອາການຜິດປົກກະຕິສ່ວນໃຫຍ່ ຂ້າງເທິງນີ້ ແມ່ນສາມາດຫາຍໄດ້ເອງ, ແຕ່ຖ້າຫາກທ່ານໃດ ສັງເກດເຫັນວ່າ ອາການດັ່ງກ່າວ ຕໍ່ເນື່ອງຫຼາຍກວ່າ 2- 3 ເດືອນ ຄວນໄປພົບແພດຢູ່ຈຸດບໍລິການໃກ້ບ້ານທັນທີ.

ການໄປພົບແພດ ພາຍຫຼັງຫາຍດີຈາກພະຍາດ ໂຄວິດ ແມ່ນໃຫ້ ແຈ້ງບອກ ວ່າ ເຄີຍຕິດໂຄວິດມາກ່ອນ ເພື່ອແພດຈະໄດ້ຄິດເຖິງກຸ່ມອາການຂອງ Long COVID ພ້ອມທັງ ໃຫ້ຄຳແນະນຳ, ໃຫ້ການປິ່ນປົວຢ່າງຖືກຕ້ອງ ແລະ ທັນການ.

(ຂໍ້ມູນຈາກຄະນະສະເພາະກິດ, ຖະແຫລງຂ່າວປະຈຳວັນທີ 27/4/2022).

error: Content is protected !!