ແຂວງ ຫຼວງພະບາງ ທຳລາຍຢາເສບຕິດຫຼາຍກວ່າ 90,000 ເມັດ

ວັນທີ 20 ຕຸລາ 2022 ນີ້ ທີ່ເດີ່ນກິລາໃນຮົ່ມແຂວງ ຫຼວງພະບາງ ໄດ້ຈັດພິທີ ຈູດ-ທໍາລາຍ ຢາເສບຕິດ ໂອກາດວັນຕ້ານຢາເສບຕິດແຫ່ງຊາດ ວັນທີ່ 12 ຕຸລາ ຄົບ ຮອບ 21 ປີ ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍ ເຈົ້ານະຄອນ ຫຼວງພະບາງ, ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ, ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ, ຄະນະບັນຊາກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ແຂກຮັບເຊີນ ແລະນັກ ຮຽນ-ນັກສຶກສາ ເຂົ້າຮ່ວມ.

ພິທີ ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວປາໄສວ່າ: ປັດຈຸບັນບັນຫາຢາເສບຕິດມີທ່າອ່ຽງນັບມື້ແຜ່ຂະຫຍາຍເປັນວົງກວ້າງ ໂດຍມີການຜະລິດ, ຄ້າ-ຂາຍ ແລະເສບ, ເຊີ່ງບັນດາປະເທດໃນໂລກ ໄດ້ເພີ້ມທະວີມາດຕະການສະກັດກັ້ນ ແລະປາບປາມຢ່າງຕັ້ງໜ້າ, ສະເພາະຢູ່ ສປປ ລາວ ກໍ່ຄືແຂວງຫຼວງພະບາງ ໃນໄລຍະຜ່ານມາອົງ ການປົກຄອງທຸກຂັ້ນ ໄດ້ຊີ້ນຳເຈົ້າໜ້າ ທີ່ ແລະທຸກພາກສ່ວນໃນສັງຄົມ ເປັນເຈົ້າ ການຕ້ານ-ສະກັດກັ້ນ ແລະປາບປາມຂະ ບວນການຜະລິດ, ຄ້າ-ຂາຍ, ເສບຢາເສບ ຕິດ, ເຊີ່ງເຈົ້າໜ້າທີ່ໄດ້ດຳເນີນມາດຕະການ ຢ່າງເຄັ່ງຄັດ, ເຂັ້ມງວດຕໍ່ຜູ້ທີ່ລະ ເມີດ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ-ເດັດຂາດ, ໂດຍນຳເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍ.

ໃນປີ 2021-2022 ເຈົ້າໜ້າທີ່ແຂວງຫຼວງພະບາງ ສາມາດມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 170 ລາຍ, ມີຜູ້ຖືກຫາທັງໝົດ 258 ຄົນ, ຍິງ 32 ຄົນ, ໃນນັ້ນ ເປັນຄົນສັນຊາດຈີນ 04 ຄົນ, ໄດ້ສົ່ງສຳນວນໃຫ້ອົງການໄອຍະການແຂວງທັງໜົດ 129 ເລື້ອງ, ສາມາດສັ່ງຟ້ອງຂື້ນສານ ແລະມີຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ 60 ເລື່ອງ, ມີນັກໂທດທັງໝົດ 117 ຄົນ, ຍິງ 14 ຄົນ, ໃນນີ້ ມີນັກໂທດທີ່ຖືກສານຕັດສິນຕະຫຼອດຊີວິດ 04 ຄົນ, ປະຫານຊິວິດ 05 ຄົນ, ສໍາລັບຂອງກາງທີ່ຍຶດໄດ້ ແລະຈັດພິທີຈູດທຳລາຍໃນປີນີ້ ມີຢາບ້າ 90.877 ເມັດ, ເທົ່າກັບ 9.087 ກິໂລກຼາມ, ຢາໄອສ 0,5 ກຼາມ, ກັນຊາແຫ້ງ 1,4 ກຼາມ, ລວມທັງອຸປະກອນການເສບ ແລະສີ່ງຫຸ້ມຫໍ່ຢາເສບຕິດຈໍານວນໜຶ່ງ, ສ່ວນຢາຝິ່ນຈຳນວນ 18,7 ກຼາມ ແລະຂີ້ຢາຝິ່ນ ຈຳນວນ 2 ກຼາມ ຈະບໍ່ໄດ້ທຳລາຍ ເນື່ອງຈາກຈະໄດ້ນຳໃຊ້ເຂົ້າວຽກງານ ທາງດ້ານວິທະຍາສາດການແພດຕໍ່ໄປ, ໂອກາດນີ້ ຜູ້ເຂົ້າຮ່ວມໄດ້ຮ່ວມກັນຈູດ ແລະທໍາລາຍຢາເສບຕິດ ຢ່າງເປັນທາງການ.

ຂ່າວ: ຫລານອ້າຍຄຳຫລ້າ

error: Content is protected !!