ກຳນົດແລ້ວ! ງານບຸນພຣະທາດຫຼວງ ວຽງຈັນ ປີນີ້ ຈະຈັດຂຶ້ນແຕ່ວັນທີ 4-8 ພະ​ຈິກ 2022

ວັນທີ 19 ຕຸລາ 2022 ຄະນະຮັບຜິດຊອບຈັດງານປະເພນີບຸນນະມັດສະການພຣະທາດຫຼວງ ວຽງຈັນ ປະຈໍາປີ 2022 ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມງານບຸນປະເພນີດັ່ງກ່າວທີ່ເດີນພຣະທາດຫຼວງ ວຽງຈັນ ໂດຍການຖະແຫຼງຂອງທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນະຄອນຫຼວງ ວຽງຈັນ (ນວ) ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ແລະ ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ມີ ຫົວໜ້າ ຮອງຫົວໜ້າພະແນກ ຂະແໜງກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ທ່ານ ຖະໜອມ ທໍາທອງ ກ່າວວ່າ: ການຈັດງານຄັ້ງນີ້ມີຈຸດປະສົງເພື່​ອະ​ນຸ​ລັກ​ຮັກ​ສາ ແລະ ສົ່ງ​ເສີມ​ວັດ​ທະ​ນະ​ທຳ ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມຂອງບຸນນ​ະ​ມັດ​ສະ​ການ​ພ​ຣະ​ທາດຫຼວງຂອງ​ຊາວ​ລາວ​ກໍ​ຄື​ຊາວ​ ນວ ທີ່​ເຄີຍ​ສືບ​ທອດ​ກັນ​ມາ​ແຕ່​ບູ​ຮານ​ນະ​ການໃຫ້​ມີ​ຄວາມ​ໂດດ​ເດັ່ນ ແລະ ເປັນ​ທີ່​ຮັບ​ຮູ້​ໃນ​ເວ​ທີ​ສາ​ກົນ ພ້ອມນັ້ນເພື່ອ​ເປັນ​ການ​ສ້າງ​ໂອ​ກາດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 2 ວາ​ລະ​ແຫ່ງ​ຊາດ​ກໍ່​ຄືການຟື້ນ​ຟູ​ເສດ​ຖະ​ກິດ ດ້ວຍ​ຮູບ​ການ​ຊຸກ​ຍູ້​ສົ່ງ​ເສີ່ມ​ການ​ທ່ອງ​ທ່ຽວ ສົ່ງ​ເສີ່ມ​ການ​ຄ້າ ສິນ​ຄ້າ​ຄອບ​ຄົວ​ຕົວ​ແບບ​ທີ່​ຈະ​ກ້າວ​ເປັນ​ສິນ​ຄ້າ​ໂອ​ດ໋ອບ ທີ່​ໄດ້​ກາ​ໝາຍ​ແຫ່ງ​ຊາດ ແລະ ສິນ​ຄ້າ​ຂອ​ງບັນ​ດາ​ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ ກາງ ໄດ້​ມາ​ວາງ​ສະ​ແດງ ຈຳ​ໜ່າຍ​ສິນ​ຄ້າ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃຫ້​ປະ​ຊາ​ຊົນ​ຊາວ​ ນວ ຕະຫຼອດຮອດແຂ​ກ​ຕ່າງ​ປະ​ເທດ​ໄດ້​ເຫັນ ແລະ ໄດ້​ຊົມ​ໃຊ້​ສິນ​ຄ້າ ພ້ອມ​ທັງ​ເປັນ​ການ​ແລກ​ປ່ຽນ​ບົດ​ຮຽ​ນ ປະ​ສົບ​ການ​ຕ່າງໆ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ດ້ວຍ​ກັນ ເຊິ່ງມີຄາດໝາຍເພື່ອຮັບ​ປະ​ກັນ​ຄວາມ​ສະ​ຫງົບ ຄວາມ​ປອດ​ໄພ​ທາງ​ດ້ານ​ການ​ປ້ອງ​ກັນ ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ສະ​ອາດ​ງາມ​ຕາໃນ​ຂອບ​ເຂດ​ການ​ຈັດ​ງ​ານ ແລະ ບໍ​ລິ​ເວນ​ໃກ້​ຄຽງ ດຳ​ເນີນ​ບັນ​ດາ​ກິດ​ຈະ​ກຳໃນ​ງານ​ບຸນໃຫ້​ຖືກ​ຕ້ອງ​ສອດ​ຄ່ອງ​ທາງ​ດ້ານ​ວັດ​ທະ​ນະ​ທຳ ຮີດ​ຄອງ​ປະ​ເພ​ນີ ແລະ ມີ​ບັນ​ຍາ​ກາດ​ເບີກ​ບານ​ມ່ວ​ນ​ຊື່ນ ເປັນ​ຜູ້​ດຶງ​ດູດ​ໃຈ​ຂອງ​ຜູ້ນ​ມາ​ທ່ຽວ​ຊົມ ສ້າງ​ໂອ​ກາດ​ໃຫ້​ບັນ​ດາ​ຜູ້​ປະ​ກອບ​ການ ທຸ​ລະ​ກິດ​ຈຳ​ໜ່າຍ​ສິນ​ຄ້າ ໄດ້​ມີ​ໂອ​ກາດ​ນຳ​ເອົາ​ສິນ​ຄ້າ ແລະ ຜະ​ລິດ​ຕະ​ພັນ​ທີ່​ຄ້າ​ງ​ຈຳ​ໜ່າຍໃນ​ຊ່ວງ​ການ​ລະ​ບາດ​ພະ​ຍາດ​ໂຄວິດ-19 ​ອອກ​ມາ​ຈຳ​ໜ່າຍໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ເດີນ​ທາງ​ມາ​ຮ່ວມ​ງານ​ບຸນ ໄດ້​ມີ​ໂອ​ກາດ​ເຂົ້າ​ເຖິງໃນ​ລາ​ຄາ​ທີ່​ເໝາະ​ສົມ​ສາ​ມາດ​ຊື້​ໄດ້ ແລະ ເຮັດ​ໃຫ້​ມີ​ເງິນ​ໝູນ​ວຽນ​ໃນ​ການ​ວາງສະ​ແດງ ແລະ ຂາຍ​ສິນ​ຄ້າ​ໃນ​ໂອ​ກາດງານ​ບຸນ​ນະ​ມັດ​ສະ​ການ​ພ​ຣະ​ທາດຫຼວງ​ພາຍຫຼັງ​ທີ່ບໍ່ໄດ້ຈັດ​ງານ​ບຸນ​ໃຫຍ່ດັ່ງ​ກ່າວ​ມາ​ເປັນ​ເວ​ລາ 2 ປີ.

​ຈັດ​ງານ​ບຸນ​ນະ​ມັດ​ສະ​ກາ​ນ​ພ​ຣ​ະ​ທາດຫຼວງປີນີ້ໄດ້ກຳ​ນົດ 5 ວັນ ເລີ່ມ​ແຕ່​ວັນ​ທີ 4-8 ພະ​ຈິກ 2022 ລາຍ​ລະ​ອຽດມີ​ຄື:ວັນ​ທີ 4 ພະ​ຈິກ ເວ​ລາ 16:30 ໂມງ ເປັນ​ມື້​ເລີ່ມ​ງານ​​ບຸນ​ປະ​ເພ​ນີ ວັນ​ທີ 6 ພະ​ຈິກ ເວ​ລາ 16:00 ໂມງ ພິ​ທີ​ສູດ​ປະ​ລິ​ຕະ​ມຸງ​ຄຸ​ນທີ່​ພ​ຣະ​ທາດຫຼວງ ວັນ​ທີ 7 ພະ​ຈິກ ເວ​ລາ 13:30 ໂມງ ພິ​ທີ​ແຫ່​ຜາ​ສາດ​ເຜິ້ງ ວັນ​ທີ 8 ພະ​ຈິກ ເວ​ລາ 7:00 ໂມງ ພິ​ທີ​ໃສ່​ບາດ​ຖວາຍ​ສັງ​ກະ​ທານ ເວ​ລາ 13:00 ໂມງ ພິ​ທີ​ແຫ່​ລູກ​ຄີ ແລະ ການ​ແຂ່ງ​ຈັນ​ກີລາ​ພື້ນ​ບ້ານ​ຕີ​ຄີ ເວ​ລາ 19:00 ໂມງ ພິ​ທີ​ວຽນ​ທຽ​ນ ແລະ ຈູ​ດ​ທູບ​ທຽນບັ້ງ​ໄຟ​ສັກ​ກະ​ລະ​ບູ​ຊາອົງ​ພ​ຣະ​ທາດ.

ເພື່ອບໍ່ໃຫ້ມີການແອອັດ ຄະນະຮັບຜິດຊອບຈັດງານບຸນ ໄດ້ກໍານົດການຈັດງານ​ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ເລີ່ມແຕ່ວັນ​ທີ 2-8 ພະ​ຈິກ ມີ​ຈຳ​ນວນ​ບູ​ດ​ໄວ້​ຮອງ​ຮັບ 488 ບູ​ດ ສ່ວນທີ່​ເດີ່ນ​ທາ​ດຫຼວງ ແລະ ເດີ່ນ​ສ​ະ​ໜາມຫຼວງ​ປະ​ກອບ​ມີ ການ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ ນະ​ວັດ​ຕະ​ກຳ​ໃໝ່ ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເຂດ​ໂລ​ຈິດ​ສະ​ຕິກ ທາງ​ດ່ວນ ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈາກ ສ​ສ ຫວຽດ​ນາມ (ຮ່າ​ໂນ້ຍ ໂຮ່​ຈີ່​ມິນ ຢ່າ​ຈາງ) ສິນ​ຄ້າ​ໂອ​ດ໋ອບ ສິນ​ຄ້າ​ຄອບ​ຄົວ​ຕົວ​ແບບ ສິນ​ຄ້າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ແລະ ວາງ​ສະ​ແດງ​ສິນ​ຄ້າ ປະ​ເທດ​ທ່ອງ​ທ່ຽວຄາ​ດ​ຄະ​ເນ​ລວມ 215 ຫ້ອງ ສິນ​ຄ້າ​ປະ​ເພດ: ບໍ​ລິ​ສັດ​ຂາ​ເຂົ້າ-ຂາ​ອອກ ເສື້ອ​ຜ້າ ສິນ​ຄ້າ​ທົ່ວ​ໄປ ແລະ ເຄື່ອງຫຼິ້ນ​ຈຳ​ນວນ 669 ຫ້ອງ ປະ​ເພ​ດ​ອາ​ຫານ ແລະ ເຄື່ອງ​ດື່ມ ເຂົ້າຫຼາມ ປີ້ງ​ໄກ່ ຢູ່​ເຂດ​ຮອບນອກ​ 134 ຫ້ອງ ລວມ​ທັງ​ໝົດ​ມີ​ປະ​ມານ 1,018 ຫ້ອງ.

ຮູບຈາກ: ເມືອງເຟືອງ production

error: Content is protected !!