ພົບຢາບ້າ ຈຳນວນຫຼາຍໃນກະບະ!

ໃນວັນທີ 15 ຕຸລາ 2022 ເວລາປະມານ 5-6 ໂມງ, ເຈົ້າໜ້າທີ່ ປກສ ກຸ່ມບ້ານສີເມືອງ ງານ ເມືອງ ຕົ້ນເຜີ້ງ, ແຂວງ ບໍ່ແກ້ວ ໄດ້ອອກເຄື່ອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບໄດ້ພົບເຫັນລົດວີໂກ ກະບະສີຂາວ ບໍ່ມີປ້າຍທະບຽນ ມີຜ້າດຳປົກທ້າຍຈອດຢູ່ແຄມທາງເຂດກ້ອງບ້ານໃຫຍ່ສີເມືອງງາມ ຫາ ບ້ານນ້ຳແງ້ນ ທາງເຈົ້າໜ້າທີ່ໄດ້ກວດກາພົບເຫັນເຄື່ອງຂອງກາງທີ່ຊຸກເຊືອງຢູ່ໃນລົດ ແລະ ກະບະລົດຄື:

– ຢາບ້າຈຳນວນ 14 ເປົາ ມີຈຳນວນ 350 ແພັກ ຫຼື 1,750 ມັດ, ເທົ່າກັບ 3,500,000 ເມັດ, ນ້ຳໜັກ 385 ກິໂລ.

– ຢາເຄຕາມິນຈຳນວນ 02 ເປົາ, ມີຈຳນວນ 66 ຫໍ່, ນ້ຳນັກ 66 ກິໂລ.

– ລົດກະບະວີໂກສີຂາວ 01 ຄັນ ( ບໍ່ມີປ້າຍທະບຽນ ) ສ່ວນຜູ້ກະທຳຜິດແມ່ນເອົາຕົວລົບໜີ.

ປະຈຸບັນທາງເຈົ້າໜ້າທີ່ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງ ກຳລັງສືບຄົ້ນຫາເປົ້າໝາຍທີ່ເອົາຕົວຫຼົບໜີ.

Cr. ຄວາມສະຫງົບ

error: Content is protected !!