ອັດຕະປື ຈູດທໍາລາຍຢາເສບຕິດ 95 ພັນກວ່າເມັດ

ໃນວັນທີ 18 ຕຸລາ ນີ້ ທີ່ຫໍປະຊຸມໃຫຍ່ ແຂວງ ອັດຕະປື ໄດ້ຈັດພິທີຈູດທຳລາຍຢາເສບຕິດ ເຂົ້າຮ່ວມມີ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າ ແຂວງ ອັດຕະປື, ມີ ທ່ານ ພົນຈັດຕະວາ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາການນໍາແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັທ ອິນທະວາ ໂພທິລາດ ຮອງກອງບັນຊາການ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ ໄດ້ ລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະແມ່ນວຽກງານຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດຂອງແຂວງ ໄດ້ປະຕິບັດຕາມກົດໝາຍວ່າດ້ວຍຢາເສບຕິດ ແລະ ດຳລັດເລກທີ 267/ລບ, ລົງວັນທີ 5 ສິງຫາ 2014 ຊຶ່ງໄດ້ແຕ່ງຕັ້ງຄະນະກຳມະການໜຶ່ງຂຶ້ນໂດຍການຊີ້ນໍາຂອງທ່ານເຈົ້າແຂວງ ແລະ ມອບໃຫ້ບັນດາພະແນກການກ່ຽວຂ້ອງປະສານສົມທົບ ເພື່ອພ້ອມກັນແກ້ໄຂບັນຫາຢາເສບຕິດຕາມພາລະບົດບາດຂອງໃຜລາວ, ຖືເອົາພະແນກກວດກາ ແລະ ຄວບຄຸມຢາເສບຕິດຫ້ອງຕຳຫຼວດ ປກສ ແຂວງເປັນໃຈກາງປະສານງານ ທັງເປັນເສນາທິການໃຫ້ແກ່ຂັ້ນເທິງ ຈຶ່ງເຮັດໃຫ້ວຽກງານມີຜົນສຳເລັດ.

ທ່ານໃຫ້ຮູ້ອີກວ່າ: ໄລຍະຜ່ານມາໄດ້ຖືສໍາຄັນໃນການໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໂດຍສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາ 5 ຕົວເມືອງຕາມເປົ້າໝາຍທີ່ວາງໄວ້ເປັນຕົ້ນ: ໂຮງຮຽນ, ກຸ່ມບ້ານ ແລະ ບ່ອນຊຸມຊົນອື່ນໆເປັນປົກກະຕິ ຖືເປັນວຽກທີ່ຈະຕ້ອງໄດ້ຮີບຮ້ອນແກ້ໄຂຢ່າງທັນການ ຊຶ່ງສາມາດສັງລວມໄດ້ປະເພດຂອງກາງທີ່ສານຕັດສິນແລ້ວ ແລະ ຢາເສບຕິດທີ່ຈະທຳລາຍຖິ້ມໃນຄັ້ງນີ້ປະກອບມີ : ປະເພດຢາບ້າ 95,155 ເມັດ, ກັນຊາແຫ້ງ ຈໍານວນ 12 ແທ່ງ, ນໍ້າໜັກ 2 ກິໂລກຣາມ, ຢຶດເງິນກີບໄດ້ 5,670,000 ກີບ, ລົດຈັກ 4 ຄັນ, ສະຫຼຸບຄະດີສົ່ງໃຫ້ໄອຍະການປະຊາຊົນແຂວງ 101 ເລື່ອງ, ຜູ້ຖືກຫາ 140 ຄົນ ຍິງ 20 ຄົນ (ສັນຊາດຫວຽດນາມ 4 ຄົນ ) ໂຈະຄະດີ 9 ເລື່ອງ, ຜູ້ຖືກຫາ 9 ຄົນ, ຄະດີຖືກຊັດມ້ຽນ 2 ເລື່ອງ, ຜູ້ຖືກຫາ 2 ຄົນ (ສັນຊາດຫວຽດນາມ 1 ຄົນ), ຄະດີຍັງສືບຕໍ່ດຳເນີນ 79 ເລື່ອງ, ຜູ້ຖືກຫາ 171 ຄົນ ຍິງ 20 ຄົນ (ສັນຊາດ ຫວຽດນາມ 4 ຄົນ), ຄະດີທີ່ສານຕັດສິນແລ້ວມີ 64 ເລື່ອງ, ຜູ້ຖືກຫາ 86 ຄົນ ຍິງ 12 ຄົນ, (ສັນຊາດ ຫວຽດນາມ 4 ຄົນ).

ຂ່າວ-ພາບ : ມະນີວອນ

error: Content is protected !!