ຕມ. ໜອງຄາຍ ຈັບແກ້ງຄ້າມະນຸດ!  ລັກລອບພາ ສາວ ລາວ ຂາຍບໍລິການ

ໃນວັນທີ 14 ຕຸລາ ທີ່ຜ່ານມາ, ເຈົ້າໜ້າໄທໄດ້ບຸກເຂົ້າກັກໂຕ ຜູ້ຖືກຫາ 2 ຄົນ ທີ່ຫຼົບໜີ ໃນພື້ນທີ່ ເມືອງທ່າບໍ່ ແຂວງ ໜອງຄາຍ ມາສອບສວນ.

ພວກກ່ຽວຫຼົບໜີຈາກຂໍ້ຫາ ຮ່ວມກັນໃຫ້ທີ່ພັກອາໄສ, ຫຼົບຫຼີກ ແລະ ໃຫ້ຄວາມຊ່ວຍເຫຼືອ ແກ່ແຮງງານຕ່າງດ້າວທີ່ເຂົ້າປະເທດຜິດກົດໝາຍ, ມີສ່ວນກ່ຽວຂ້ອງໃນການຊ່ວຍເຫຼືອສະໜັບສະໜູນການຄ້າມະນຸດ ແລະ ຮ່ວມຂະບວນການດັ່ງກ່າວຢ່າງຕໍ່ເນື່ອງ, ພວກກ່ຽວມີໜ້າທີ່ຮັບເດັກຍິງ ແລະ ແມ່ຍິງ ຈາກ ສປປ ລາວ ຊຶ່ງຈະລັກລອບຂ້າມຊາຍແດນເຂົ້າປະເທດໄທ ຜ່ານຊ່ອງທາງທຳມະຊາດ ທາງແຂວງເລີຍ, ໂດຍຈະຂັບລົດໄປຮັບ ແລະ ນຳມາເຊື່ອງ ທີ່ ເມືອງທ່າບໍ່, ແຂວງໜອງຄາຍ.

ເຈົ້າໜ້າທີ່ໄດ້ມີການຈັບກຸມຜູ້ຮ່ວມຂະບວນກ່ອນໜ້ານີ້, ມື້ນີ້ຈັບຜູ້ນຳພາ ແລະ ຄາດວ່າຍັງມີຜູ້ທີ່ມີສ່ວນກ່ຽວຂ້ອງຕື່ມອີກ ເຊິ່ງຕ້ອງໄດ້ສືບສວນສອບສວນຕໍ່ໄປ.

ແຫຼ່ງຂ່າວ: ໂທລະໂຄ່ງ, https://www.thaipost.net/criminality-news/242536/

error: Content is protected !!